logo

ຮ່າ​ໂນ້ຍ ທົດລອງ​ການພະຍາກອນ​ຄຸນ​ນະ​ພາບ​ອາ​ກາດ

2026/3/19 | 06:41:18
(VOVWORLD) - ນະຄອນ ຮ່າໂນ້ຍ ພວມຜັນຂະຫຍາຍການທົດລອງລະບົບພະຍາກອນຄຸນນະພາບອາກາດລວ່ງໜ້າ HanoiAir. ນີ້ແມ່ນໂປຼແກຼມ ປະສົມ AI, ພະຍາກອນ PM2.5 ໄດ້ກ່ອນເຖິງ 9 ວັນ, ຊື່ງໄດ້ຮັບຄວາມຄາດຫວັງວ່າຈະກາຍເປັນເຄື່ອງມືແຈ້ງເຕືອນມົນລະພິດທາງອາກາດ, ຊ່ວຍໃຫ້ ປຊຊ ເປັນເຈົ້າການໃນການປ້ອງກັນ ແລະ ຮັກສາສຸຂະພາບ.
  ຄຸນນະພາບອາກາດ ຮ່າໂນ້ຍ ຍາມໃດກໍ່ຢູ່ໃນລະດັບ “ບໍ່ປອດໂປ່ງ” ຮອດລະດັບ “ບໍ່ດີຕໍ່ສຸຂະພາບ (ພາບ: VOV)

        ຄຸນນະພາບອາກາດ ຮ່າໂນ້ຍ ຍາມໃດກໍ່ຢູ່ໃນລະດັບ “ບໍ່ປອດໂປ່ງ” ຮອດລະດັບ “ບໍ່ດີຕໍ່ສຸຂະພາບ”. ພິເສດ, ເຖິງວ່າຈະມີຝົນຕົກແຕ່ອາກາດມັກປ່ຽນແປງຕະຫຼອດ ພ້ອມກັບຄວາມປຽກຊື້ນແກ່ຍາວ ໄດ້ເຮັດໃຫ້ມົນລະພິດເພີ່ມຂຶ້ນ. ນາງ ເຈິ່ນເຍີດເລະ, ຢູ່ ແທັງຊວັນ-ຮ່າໂນ້ຍ ໄດ້ອັບເດດຂໍ້ມູນກ່ຽວກັບມົນລະພິດອາກາດໃນໜັງສືພິມທາງການເປັນປະຈຳ. ເຖິງວ່າຈຳນວນຂໍ້ມູນຂ່າວຍັງໜ້ອຍກໍ່ຕາມ ແລະ ພຽງແຕ່ປະກົດມີເມື່ອມົນລະພິດອາກາດຢູ່ໃນລະດັບຮ້າຍແຮງ. ດັ່ງນັ້ນ, ນາງ ເລະ ມີຄວາມຫ້າວຫັນທີ່ສຸດເມື່ອໄດ້ຮູ້ວ່າ ຮ່າໂນ້ຍ ພວມທົດລອງລະບົບພະຍາກອນຄຸນນະພາບອາກາດລ່ວງໜ້າ:

      ໃນຈຸດເວລາປະຈຸບັນ, ລຸ້ນໜຸ່ມອາດຈະບໍ່ສົນໃຈ ແຕ່ຫຼັງຈາກນີ້ເມື່ອກາຍເປັນພໍ່ເປັນແມ່ແລ້ວຈະເຫັນວ່າ ມັນເໝາະສົມກັບລູກຂອງຕົນທີ່ສຸດ. ອາດຈະວັດແທກຄຸນນະພາບອາກາດຢູ່ເຂດທີ່ເຮົາຢູ່, ຄວາມຊຸ່ມ, ອຸນຫະພູມ ຫຼືອາດຈະຄາດຄະເນບັນດາມາດຕະການເພື່ອປົວແປງຄຸນນະພາບອາກາດໄດ້.

(ພາບ: Gemini AI)

     ບໍ່ພຽງແຕ່ນາງ ເລະ ເທົ່ານັ້ນ, ຊາວນະຄອນຫຼວງຫຼາຍຄົນ ກໍ່ໄດ້ເລີ່ມສົນໃຈຕໍ່ຂໍ້ມູນຂ່າວກ່ຽວກັບຄຸນນະພາບອາກາດ ແລະ ລໍຄອຍປະສິດທິຜົນຈາກໂປຼແກຼມໃໝ່ຂອງ ຮ່າໂນ້ຍ:

       ຫວັງວ່າ ຈະມີ app ນີ້ເພື່ແນະນຳໃຫ້ ປຊຊ ລະອຽດດີກວ່າກ່ຽວກັບອາກາດ, ໄດ້ເປີດກວ້າງອອກກໍ່ຍິ່ງດີ.

  ທ່ານນາງ ເລແທັງຖຸຍ, ຮອງຫົວໜ້າຫ້ອງການຄຸ້ມຄອງສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໃຫ້ຮູ້ວ່າ: ນັບແຕ່ເດືອນກໍລະກົດ ປີ 2024, ພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບມະຫາວິທະຍາໄລເຕັກໂນໂລຊີ ແລະ ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ເພື່ອຄົ້ນຄວ້າເຄື່ອງມືທີ່ເໝາະສົມກັບເງື່ອນໄຂຂອງ ຮ່າໂນ້ຍ. ພາຍຫຼັງເວລາປະມານ 1 ປີເຄິ່ງທີ່ໄດ້ເຂົ້າເຄື່ອນໄຫວທົດລອງ ແລະ ປຽບທຽບກັບລະບົບກວດວັດແທກຂອງນະຄອນ, ຮູບແບບ HanoiAir ໄດ້ສະແດງໃຫ້ເຫັນລັກສະນະທີ່ເໝາະສົມ ແລະ ຊັດເຈນສູງພໍສົມຄວນ.

    ລະບົບໂດຍກຸ່ມຄົ້ນຄວ້າສິ່ງແວດລ້ອມອັດສະລີຍະ (GEOI) ພັດທະນາ, ໝູນໃຊ້ປັນຍາປະດິດ (AI), ໂຮມຂໍ້ມູນສົ້ນເຂົ້າຈາກຮູບແບບອຸຕຸນິຍົມທົ່ວໂລກ (GFS) ພ້ອມກັບບັນດາຂໍ້ມູນກ່ຽວກັບພົນລະເມືອງ, ການນຳໃຊ້ທີ່ດິນ, ອາຍເສຍ ແລະ ຂໍ້ມູນ PM2.5 ທາງການ ໂດຍອົງການຄຸ້ມຄອງເຄື່ອນໄຫວ. ທ່ານນາງ ເລແທັງຖຸຍ ໃຫ້ຮູ້ວ່າ:

    ຮູບແບບ HanoiAir ອະນຸຍາດໃຫ້ພະຍາກອນຄຸນນະພາບອາກາດໂດຍອີງຕາມຝຸ່ນ PM2.5 ໃນ 9 ວັນຢ່າງລຽນຕິດ ແລະ ແຂວງ/ນະຄອນໃກ້ຄຽງຈຳນວນໜຶ່ງ ກໍ່ເຫັນວ່າຄວາມສາມາດພະຍາກອນກ່ຽວກັບທ່າອ່ຽງຜັນແປຂອງ PM2.5 ແມ່ນໄດ້ດີ. ພວກຂ້າພະເຈົ້າ ຫວັງວ່າ ໃນເວລາໄວໆນີ້, app ນີ້ ຈະກາຍເປັນເຄື່ອງມື, ລະບົບທາງການຂອງນະຄອນ ຮ່າໂນ້ຍ, ຊ່ວຍໃຫ້ ປຊຊ ສາມາດເປັນເຈົ້າການເຂົ້າເຖິງຂໍ້ມູນຂ່າວ ແລະ ຮັບມືກັບສະພາບມົນລະພິດອາກາດ.

     ເມື່ອລະບົບໄດ້ນຳເຂົ້າເຄື່ອນໄຫວ, HanoiAir ບໍ່ພຽງແຕ່ໄດ້ໜູນຊ່ວຍຄວບຄຸມບັນດາບັ້ນມົນລະພິດໄລຍະສັນເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອໃຫ້ ຮ່າໂນ້ຍ ຜັນຂະຫຍາຍບັນດາຮູບແບບຄຸ້ມຄອງທີ່ທັນສະໄໝນຳອີກ, ເຊັ່ນ: ສ້າງເຂດປ່ອຍອາຍເສຍຕ່ຳ, ດັດສົມການຄົມມະນາຄົມຕາມລະດັບມົນລະພິດ, ນຳຄຸນນະພາບອາກາດກາຍເປັນດັດຊະນີສຳຄັນໃນການບໍລິຫານຕົວເມືອງອັດສະລີຍະ./.

TAG
VOV/VOVworld/ຮ່າ​ໂນ້ຍ ທົດລອງ​ການພະຍາກອນ​ຄຸນ​ນະ​ພາບ​ອາ​ກາດ/ຄຸນນະພາບອາກາດ ຮ່າໂນ້ຍ ຍາມໃດກໍ່ຢູ່ໃນລະດັບ “ບໍ່ປອດໂປ່ງ”/ທ່ານນາງ ເລແທັງຖຸຍຮອດລະດັບ “ບໍ່ດີຕໍ່ສຸຂະພາບ”/HanoiAir/PM2.5

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ