logo

11/07/2020
ເລຂາຄະນະພັກຕາແສງ ກໍມະ ທາວອາຕົວ - ຜູ້ໄດ້ຮັບຄວາມເຊື້ອໝັ້ນຈາກປະຊາຊົນ
(VOVWORLD) -ບັນດາສະມາຊິກພັກ ເປັນຊາວເຜົ່າສ່ວນໜ້ອຍ ໄດ້ມີບົດບາດສຳຄັນໃນການໂຄສະນາ ຂົນຂວາຍປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພາະວ່າເຂົາເຈົ້າເອງແມ່ນຂົວເຊື່ອມຕໍ່ທີ່ໃກ້ສິດ ສະໜິດສະໜົມທີ່ສຸດ ເພື່ອກຳແໜ້ນຄວາມໃນໃຈ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນເຂດ.  ຢູ່ຕາແສງ ກໍມະ ເມືອງ ທ້ວນເຈົາ ແຂວງ ເຊີນລາ ມີສະມາຊິກພັກຄົນໜຶ່ງ ແມ່ນລູກຮັກຫຼານແພງຂອງເຂດພູສູງ ໄດ້ຮັບຄວາມເຊື່ອໝັ້ນ ແລະ ຮັກແພງຈາກພໍ່ແມ່ປະຊາຊົນ ແລະ ໄດ້ຮັບຖືວ່າ ແມ່ນຜູ້ທີ່ມີອິດທິພົນຊື່ສຽງ ຍ້ອນມີບັນດາວຽກງານທີ່ແທດຈິງ ມີຄວາມໝາຍ ເພື່ອຊ່ວຍປະຊາຊົນສ້າງການດຳລົງຊີວິດທີ່ດີກວ່າເກົ່າ


20/06/2020
ນັກຂ່າວ ເຈິ່ນທິທ໋າວ - ແບບຢ່າງທີ່ດີເດັ່ນໃນການໂຄສະນາ ກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19
(VOVWORLD) -ໃນການຕໍ່ສູ້ປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ -19, ເພື່ອມີຮູບພາບຂໍ້ມູນຂ່າວສານເປັນຈິງ ກ່ຽວກັບສະພາບໂລກລະບາດ ແລະ ວຽກງານປ້ອງກັນ ສະກັດກັ້ນໂລກລະບາດຂອງທົ່ວປວງຊົນ, ຖັນແຖວນັກຂ່າວ ບັນນາທິການ ບັນດາອົງການສື່ມວນຊົນ ຕ້ອງກິ້ງເກືອກລີເລືອ ຢູ່ທົ່ວທຸກຫົນແຫ່ງ ເພື່ອເອົາຂ່າວຢູ່ບັນດາສະຖານທີ່ເປັນອັນຕະລາຍ. ນັກຂ່າວ ເຈິ່ນທິທ໋າວ ສັງກັດໜັງສືພິມເສດຖະກິດ ແລະ ຕົວເມືອງ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນ  ບົນສະໜາມຮົບໂຄສະນາ ການຕໍ່ສູ້ປ້ອງກັນສະກັ້ນໂລກລະບາດໂຄວິດ -19. ໃນມໍ່ໆມານີ້ນາງໄດ້ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍ ຈາກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຍ້ອນມີຜົນງານໃນການໂຄສະນາຢ່າງຕັ້ງໜ້າ ໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19


06/06/2020
ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ນັກວິທະຍາສາດທີ່ສຸມຈິດສຸມໃຈກັບຕົ້ນຢາສະໝູນໄພ
(VOVWORLD) -ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ຫົວໜ້າສະຖານບັນຄົ້ນຄວ້າ ແລະ ພັດທະນາປ່າໄມ້ ມະຫາວິທະຍາໄລກະສິກຳປ່າໄມ້ (ມະຫາວິທະຍາໄລ ຖາຍງວຽນ) ແມ່ນນັກວິທະຍາສາດຍິງທີ່ສຸມຈິດສຸມໃຈ ແລະ ມີຄວາມເມົາມົວໃນການຄົ້ນຄວ້າ ແລະ ອະນຸລັກ ຂະຫຍາຍແນວພັນບັນດາປະເພດຕົ້ນໄມ້, ຕົ້ນຢາສະໝູນໄພທີ່ມີຄ່າຢູ່ ຫວຽດນາມ. ຜົນງານທີ່ໜ້າສົນໃຈ ແມ່ນນາງໄດ້ຄົ້ນຄວ້າປະສົມພັນ ແລະ ປູກຕົ້ນຢາສະໝູນໄພ 40 ຊະນິດຢ່າງສຳລັບຜົນ ອັນໄດ້ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດສູງ. ດ້ວຍບັນດາການອຸທິດສ່ວນນີ້, ນາງ ເຈິ່ນທິທູຮ່າ ມີຄວາມເປັນກຽດໄດ້ຮັບລາງວັນ ໂກວາແລັບສະກາຍອາ ປີ 2019 ຈາກສະຫະພັນແມ່ຍິງ ຫວຽດນາມ

30/05/2020
ກີມຟຸກແທັ່ງ - ທ່ານໝໍໜຸ່ມເຮັດຕາມແບບຢ່າງປະທານ ໂຮ່ຈີມິນ
(VOVWORLD) -ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ສຸດຈິດສຸດໃຈຕໍ່ວຽກງານ, ນັ້ນແມ່ນບັນດາຄຳຍ້ອງຍໍ ເຊິ່ງບັນດາເພື່ອນອາຊີບ ຢູ່ໂຮງໝໍເມືອງ ຖູດຶກ ນະຄອນ ໂຮ່ຈີມິນ ໄດ້ສະຫງວນໃຫ້ແກ່ທ່ານໝໍ ກີມຟຸກແທັ່ງ ຫົວໜ້າພະແນກແຜນການສັງລວມຂອງໂຮງໝໍ. ທ່ານໝໍໜຸ່ມຄົນນີ້ ຍັງແມ່ນຜູ້ໄດ້ສ້າງບັນດາຂີດໝາຍ ໃນວິຊາສະເພາະ ແລະ ໃນຂະບວນການອາສາສະໝັກ ຢູ່ໂຮງໝໍຂັ້ນເມືອງລະດັບໜຶ່ງ ແຫ່ງທຳອິດໃນທົ່ວປະເທດ . ດ້ວຍບັນດາການອຸທິດສ່ວນໃຫ້ແກ່ໂຮງໝໍ ແລະ ສັງຄົມ, ທ່ານໝໍ ກີມຟຸກແທັ່ງ ໄດ້ມີຄວາມເປັນກຽດກາຍເປັນໜຶ່ງໃນບັນດາແບບຢ່າງຕົວແບບ “ຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ເຊິ່ງຄະນະພັກນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍ ໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ






01/05/2020
ນາຍ​ຊ່າງບໍ່​ຖ່ານ​ຫີນ​ປະ​ຈຸ​ບັນ​ສືບ​ຕໍ່​ພັດ​ທະ​ນາ​ມູນ​ເຊື້ອ
(VOVWORLD) -ໃນຊຸມປີຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ບັນດານາຍຊ່າງບໍ່ຖ່ານຫີນຢູ່ແຂວງ ວ໋າງນິງ ຖືກຖືວ່າ ແມ່ນກຳລັງກຳມະກອນອຸດສາຫະກຳທຳອິດ ໃນຊົນຊັ້ນກຳມະກອນຫວຽດນາມ. ດ້ວຍນ້ຳໃຈສາມັກຄີ, ອົດທົນແລະ  ມີການຈັດຕັ້ງວິໄນຢ່າງໜັກແໜ້ນ ບັນດາກຳມະກອນໄດ້ລຸກ ຂຶ້ນຕໍ່ສູ້, ຈັດການຢຸດງານຂະໜາດໃຫ່ຍເມື່ອປີ 1963 ບັງຄັບໃຫ້ອຳນາດການປົກຄອງລ່າເມືອງຂຶ້ນ ແລະ ເຈົ້າຂອງບໍ່ຖ່ານຫີນຕ້ອງຍອມຮັບການປະລາໄຊ, ປະນີປະນອມບັນດານາຍຊ່າງບໍ່ຖ່ານຫີນ. ໄຊຊະນະຂອງຊົນຊັ້ນກຳມະກອນເວົ້າລວມ ແລະ ຂອງນາຍຊ່າງເຂດບໍ່ຖ່ານຫີນ ວ໋າງນິງ ເວົ້າສະເພາະ ແມ່ນຄວາມເອກອ້າງທະນົງໃຈ, ແມ່ນການລະດົມກຳລັງໃຈທີ່ໃຫ່ຍຫຼວງສຳລັບກຳມະກອນບໍ່ຖ່ານຫີນລຸ້ນຕ່າງໆ. ສືບຕໍ່ພັດທະນາມູນເຊື້ອດັ່ງກ່າວ, ກຳມະກອນບໍ່ຖ່ານຫີນລຸ້ນ ປະຈຸບັນ ຍັງຮັກສານ້ຳໃຈອອແຮງງານຢ່າງໝັ້ນຄົງ, ມີຫົວຄິດປະດິດສ້າງໃນການອອກແຮງງານ, ກ້າປະເຊີນໜ້າກັບສິ່ງທ້າທາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ ສືບຕໍ່ປະກອບສ່ວນເຂົ້າໃນກິດຈະການສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.

VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ