(VOVWORLD) -ໃນຊຸມປີທີ່ຜ່ານມາ, ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ຍາມໃດກໍແມ່ນຊາຍຄາທີ່ອົບອຸ່ນຂອງພະນັກງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຫຼາຍລຸ້ນຄົນ. ນີ້ແມ່ນສະຖານທີ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ ເຊິ່ງຄະນະເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຄັດເລືອກ ເພື່ອຊ່ວຍບຳລຸງສ້າງວິຊາສະເພາະໃຫ້ແກ່ພະນັກງານຊາວໜຸ່ມ, ເຍົາວະຊົນຫຼັກແຫຼ່ງຂອງລາວ. ປັດຈຸບັນ, ພະນັກງານຫຼັກແຫຼ່ງຂອງລາວຫຼາຍຄົນ, ໃນນັ້ນມີທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ເຕີບໃຫຍ່ຈາກຊາຍຄາໂຮງຮຽນແຫ່ງນີ້. ເຂົາເຈົ້າໄດ້ໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຮຽນມາ ແລະ ຈັດຕັ້ງຂະບວນການຕ່າງໆຢູ່ລາວຢ່າງມີປະສິດທິຜົນ.