(VOVWORLD) -ວັນທີ 1 ສິງຫາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 51 (AMM-51) ຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ, ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ທ່ານ Saifuddin Abullah ລັດຖະມົນຕີການຕ່າງປະເທດ ມາເລເຊຍ ແລະ ທ່ານ Kang Kyung – hwa ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.
(VOVWORLD) -ໂດຍປະຕິບັດຕາມຄໍາຊີ້ນໍາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫ້ອງວ່າການຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດ ແລະ ກູ້ໄພກູ້ຊີບ ໄດ້ສະເໜີມາຍັງການນໍາຄະນະກໍາມະການ ແລະ ກະຊວງປ້ອງກັນປະເທດ, ຜັນຂະຫຍາຍວຽກງານໜູນຊ່ວຍລາວໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື.