(VOVWORLD) - ໃນຂອບເຂດງານພົບປະມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 14 ທັນວາ, ຢູ່ນະຄອນ ກອນຕຸມ, ແຂວງ ກອນຕຸມ, ໄດ້ດຳເນີນການພົບປະປະຈຳປີລະຫວ່າງກະຊວງປ້ອງກັນປະເທດສາມປະເທດ ແລະ ພິທີລົງນາມໃນເອກະສານຮ່ວມມືສະບັບຕ່າງໆ.