logo




27/01/2025
ເອົາ​ໃຈ​ໃສ່​ຊ່ວຍ​​ເປົ້າ​ໝາຍ​ດ້ອຍ​ໂອ​ກາດໄດ້​ຕ້ອນ​ຮັບ​ບຸນ​ເຕ​ັດ​ຢ່າງ​ອົບ​ອຸ່ນ​ຄົ​ບ​ຖ້ວນ: ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ຂອງ​ພັກ, ລັດ
(VOVWORLD) -  ແຕ່ລະປີໃນໂອກາດບຸນປີໃໝ່ປະຈຳຊາດທັງລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນ ພ້ອມກັນຮ່ວມແຮງຮ່ວມໃຈເອົາໃຈໃສ່ຊ່ວຍຄົນທຸກຍາກຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນຄົບຖ້ວນນີ້ແມ່ນການເຄື່ອນໄຫວອັນແທດຈິງ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກລັດ ຫວຽດນາມ: “ບໍ່ປະໃຫ້ຜູ້ໃດບໍ່ໄດ້ຕ້ອນຮັບບຸນເຕັດ”, “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”, ຜ່ານນັ້ນກໍປະກອບສ່ວນຊ່ວຍໃຫ້ຜູ້ໂຊກບໍ່ດີໄດ້ຕ້ອນຮັບບຸນປີໃໝ່ຢ່າງອົບອຸ່ນເຕັມໄປດ້ວຍສາຍຈິດມິດໃຈສ້າງກຳລັງໜູນຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດ.


24/01/2025
ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປ່ຽ​ນແປງ​ໃໝ່, ສັບ​ຊ້ອນ​ກົງ​ຈັກການ​ຈັດ​ຕັ້ງ
(VOVWORLD) - ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 23-24 ມັງກອນ. ຫຼາຍເນື້ອໃນສຳຄັນໄດ້ປຶກສາຫາລືທີ່ກອງປະຊຸມ, ໃນນັ້ນ, ໝວດບັນຫາສະຫລຸບມະຕິເລກທີ 18-NQ/TW (ມະຕິ/ສູນກາງ) ຂອງສູນກາງກ່ຽວກັບການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດລົງ, ເຄື່ອນໄຫວຢ່າງມີປະສິດທິພາບ, ບັນລຸປະສິດທິຜົນ. ໝາກຜົນການປະຕິບັດມະຕິ ມີບົດບາດໃຫ່ຍຫຼວງໃນການປະຕິຮູບກົງຈັກການຈັດຕັ້ງຢ່າງຮອບດ້ານ, ປົດປ່ອຍກຳລັງການຜະລິດ, ສ້າງເງື່ອນໄຂຂຸດຄົ້ນ ແລະ ເສີມຂະຫຍາຍແຫຼ່ງກຳລັງມະນຸດຢ່າງສຸດຂີດ.

22/01/2025
ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ກາ​ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ວັນທີ 21 ມັງກອນ, ເວທີປາໄສລັດຖະສະພາຮ່ວມມືຝລັ່ງໂກໂຟນີ ກ່ຽວກັບກະສິກຳແບບຍືນຍົງ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຢູ່ນະຄອນ ເກິ່ນເທີໄດ້ອອກຖະແຫຼງການ ເກິ່ນເທີ. ຖະແຫຼງການສະແດງໃຫ້ຫັນຄວາມຕັດສິນໃຈ, ຄວາມເຫັນດີເຫັນພ້ອມຢູ່ລະດັບສູງ ແລະ ຄຳໝັ້ນສັນຍາຢ່າງແຮງຂອງບັນດາສະມາຊິກລັດຖະສະພາຝລັ່ງໂກໂຟນີ, ໃນນັ້ນມີຫວຽດນາມ, ໃນການຊຸກຍູ້ປະຕິບັດບັນດາເປົ້າມາຍພັດທະນາແບບຍືນຍົງ ແລະ ການຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາ, ສິ່ງທ້າທາຍທົ່ວໂລກ. ຜົນສຳເລັດຂອງເວທີປາໄສໄດ້ປະກອບສ່ວນຢັ້ງຢືນບັນດາການປະກອບສວ່ນຂອງ ຫວຽດນາມໃນການພັດທະນາກະສິກຳແບບຍືນຍົງ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນກຸ່ມບັນດາປະເທດສະມາຊິກ ຝລັ່ງໂກໂຟນີ.





20/01/2025
ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸກ​ບືນ
(VOVWORLD) -    ໃນຊຸມມື້ນີ້, ຫວຽດນາມ ພວມກະກຽມຕ້ອນຮັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 1000 ຄົນ ທີ່ມາຈາກກວ່າ 40 ປະເທດ ແລະ ເຂດແຄວ້ນໃນໂລກກັບຄືນເມືອປະເທດ ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2025. ນີ້ແມ່ນການເຄື່ອນໄຫວປະຈຳປີ ເມື່ອປີໃໝ່ລະດູບານໃໝ່ວຽນມາ, ເຫດການດັ່ງກ່າວໄດ້ຢັ້ງຢືນຄຸນຄ່າຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ຂະນະທີ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜົນສຳເລັດ, ສິ່ງທ້າທາຍຂອງປະເທດຊາດໄດ້. ໃນສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຈິດໃຈນັ້ນ ຍິ່ງໄດ້ຮັບການເສີມຂະຫຍາຍຢ່າງແຮງກວ່າອີກ.




VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ