(VOVWORLD) - ຫຼາຍປີຜ່ານມາ, MindX, ເຊິ່ງເປັນບໍລິສັດ startup ໃນຂົງເຂດບຳລຸງສ້າງເຕັກໂນໂລຢີໃຫ້ແກ່ສຳມະນາກອນທຸກເພດໄວຢູ່ ຫວຽດນາມ, ໄດ້ກາຍເປັນບ່ອນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຕັກໂນໂລຢີ. ດ້ວຍທິດນຳທີ່ວ່າ “ຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີຂໍ້ມູນຂ່າວສານຂອງ ຫວຽດນາມ - ປັດໄຈມະນຸດ, ອາດສາມາດເສີມຂະຫຍາຍຢ່າງສຸດຂີດເພື່ອຮັບໃຊ້ໃຫ້ແກ່ການປະຕິວັດເຕັກໂນໂລຢີ 4.0 ແລະ ບືນຕົວອອກສູ່ໂລກ”, MindX ໄດ້ໝູນໃຊ້ຮູບແບບລະບົບນິເວດທາງເຕັກໂນໂລຢີ - ການສຶກສາແບບຮູບຈຳລອງຈາກສູນເຕັກໂນໂລຢີ ຊີລີໂຄນ ວອນເລ (Silicon Valley), ດ້ວຍຄວາມຫວັງຢາກກາຍເປັນບ່ອນກຳເນີດຂອງບັນດາແອັບຟີຼເຄຊັນ Facebook, Google ຂອງ ຫວຽດນາມ ໃນອະນາຄົດ.