(VOVWORLD) - ປະຈຸບັນ, ແຂວງ ເຊີນລາ ແມ່ນອູ່ໝາກໄມ້ໃຫ່ຍກ່ວາໝູ່ຢູ່ພາກເໜືອ ຫວຽດນາມ ແລະ ມີເນື້ອທີ່ປູກຕົ້ນໄມ້ກິນໝາກໃຫ່ຍອັນດັບທີ 2 ໃນທົ່ວປະເທດ. ບັນດາຜະລິດຕະພັນຂອງແຂວງ ເຊີນລາ ຄື: ໝາກລຳໄຍ, ໝາກໝັ້ນ, ໝາກມັງກອນໃຈແດງ, ໝາກມ່ວງ, ໝາກນອດ…ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ ແລະ ໄດ້ສົ່ງອອກໄປຍັງຕະຫຼາດໃຫ່ຍຫຼາຍແຫ່ງຄື: ຈີນ, ອົດສະຕາລີ, ອາເມລິກາ ແລະ ນິວຊີແລນ. ການໝູນໃຊ້ວິທະຍາສາດເຕັກໂນໂລຊີ ເຂົ້າໃນການຜະລິດ ແມ່ນໜຶ່ງໃນບັນດາໄມ້ງັດ ຊຸກຍູ້ອູ່ໝາກໄມ້ນີ້ ສາມາດບືນຕົວຂຶ້ນ.