logo
ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ເປັນ​ເຈົ້າ​ການປັບຕົວໃຫ້ເໝາະ
(VOVWORLD) -   ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງການປະທະກັນຢູ່ພາກພື້ນຕາເວັນອອກກາງ, ມີວິສາຫະກິດສົ່ງອອກຫຼາ...



07/06/2022
ຜະລິດຕະພັນ OCOP: ກາລະໂອກາດທີ່ດີເພື່ອໂຄສະນາຜະລິດຕະພັນເຖິງຜູ້ບໍລິໂພກ

(VOVWORLD) -ຫນຶ່ງຕາແສງຫນຶ່ງຜະລິດຕະພັນ(OCOP)ແມ່ນໂຄງການພັດທະນາເສດຖະກິດເຂດຊົນນະບົດຕາມທິດເສີມຂະຫຍາຍກຳລັງແຮງພາຍໃນ ແລະ ເພີ່ມມູນຄ່າຜະລິດຕະພັນ. ໂຄງການນີ້ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດນັບແຕ່ປີ 2018 ດ້ວຍເປົ້າໝາຍພັດທະນາບັນດາຮູບການຈັດຕັ້ງການຜະລິດ, ດຳເນີນທຸລະກິດເພື່ອຜະລິດອອກບັນດາຜະລິດຕະພັນທີ່ເປັນມູນເຊື້ອ, ການບໍລິການມີທ່າໄດ້ປຽບບັນລຸມາດຕະຖານ, ມີຄວາມສາມາດແກ້ງແຍ່ງຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ, ປະກອບສ່ວນພັດທະນາເສດຖະກິດເຂດຊົນນະບົດ. ຜ່ານການພັດທະນາການຜະລິດຢູ່ເຂດຊົນນະບົດກໍໄດ້ປະກອບສ່ວນໃນການປະຕິບັດການຫັນເຂດຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄຫມ, ຊຸກຍູ້ການຫັນປ່ຽນໂຄງປະກອບແຮງງານຢູ່ຊົນນະບົດຢ່າງເໝາະສົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຊົນນະບົດ ຫວຽດນາມ.


31/05/2022
ຊຸກຍູ້ວິວັດການຟື້ນຕົວເສດຖະກິດ

(VOVWORLD) - ໄລຍະຜ່ານມາ,ເຖິງວ່າເສດຖະກິດໂລກມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ GDP ຂອງຫວຽດນາມຍັງຄົງບັນລຸລະດັບເຕີບໂຕດີພໍສົມຄວນ; ການດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ດັດຊະນີສະພາບແວັດລ້ອມແຫ່ງການດໍາເນີນທຸລະກິດເພີ່ມຂຶ້ນ12%,ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ ໂຄວິດ-19 ລະບາດຮອບທີສີ່. ບັນດາອົງການສາກົນຄາດຄະເນວ່າ ການເຕີບໂຕ GDP ຂອງຫວຽດນາມ ປີນີ້ເຕີບໂຕແຕ່ 5,3 6,5% ເຊິ່ງແມ່ນລະດັບຕ່ຳເມື່ອທຽບໃສ່ໄລຍະກ່ອນທີ່ເກີດໂລກລະບາດ Covid-19, ແຕ່ຍັງຄົງແມ່ນ ສັນຍານຢືນຢັນ: ປະຊາຄົມວິສາຫະກິດສາກົນເຊື່ອໝັ້ນຕໍ່ອະນາຄົດເສດຖະກິດຂອງຫວຽດນາມຈະດີຂຶ້ນໃນລະບົບມູນຄ່າທົ່ວໂລກ.


29/05/2022
ນາງ​ສາວ​ຊາວ​ເຜົ່າ​ມົ້ງ ຊ່ວຍ​ຊາວ​ກະ​ສິ​ກອນ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ດ້ວຍ​ເຕັກ​ໂນ​ໂຢ​ລີ​ດີ​ຈີ​ຕອນ
(VOVWORLD) -ມາທິຈູ, ເກີດປີ 1991, ເປັນນາງສາວຊາວເຜົ່າມົ້ງ ຢູ່ເທດສະບານເມືອງ ເມື່ອງເຄືອງ, ລາວກາຍ, ປັດຈຸບັນ ເປັນເຈົ້າຂອງຂອງສະຫະກອນກະສິກຳ 3 ແຫ່ງ. ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ເຂດພູສູງຂອງຕາແສງ ຕາງ່າຍໂຈ ແລະ ໄດ້ຜ່ານຄາວເຍົາໄວທີ່ທຸກຍາກລຳບາກນັ້ນ, ໄດ້ເຮັດໃຫ້ ມາທິຈູ ຕັດສິນໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ກໍເລີ່ມແຕ່ນັ້ນມາ, ຈູ ໄດ້ເລີ່ມເຄື່ອນໄຫວໃນຂົງເຂດກະສິກຳ. ລາວໄດ້ໝູນໃຊ້ເຕັກໂນໂລຢີດີຈີຕອນເພື່ອຈຳໜ່າຍຜະລິດຕະພັນກະເສດ ແລະ ປຸງແຕ່ງບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນ, ຊ່ວຍພໍ່ແມ່ພີ່ນ້ອງອຸ່ນອ່ຽນໃຈພັດທະນາການຜະລິດ.

24/05/2022
ຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະແຕ່ປີ 2021 – 2030: ຖືຄຸນນະພາບການເຕີບໂຕແລະລັກສະນະຍືນຍົງເປັນສຳຄັນ

(VOVWORLD) -ວັນທີ 19 ເມສາຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ເຊັນຂໍ້ຕົກລົງອະນຸມັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າຮອດປີ 2030 ດ້ວຍເປົ້າໝາຍນຳເຂົ້າສົ່ງອອກແບບຍືນຍົງດ້ວຍໂຄງປະກອບດຸນດ່ຽງ, ກົມກຽວ, ເສີມຂະຫຍາຍທ່າໄດ້ປຽບການແກ້ງແຍ້ງ, ພັດທະນາເຄື່ອງໝາຍສິນຄ້າຫວຽດນາມ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນລະບົບມູນຄ່າທົ່ວໂລກ,ແມ່ນກຳລັງຫນູນຂອງການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແລະຍືນຍົງ. ໃນຍຸດທະສາດນີ້ ລັດຖະບານກໍ່ໄດ້ກຳນົດວິວັດການແລະບາດກ້າວເດີນຢ່າງລະອຽດກ່ວກັບການສົ່ງອອກ, ນຳເຂົ້າໃຫ້ແກ່ແຕ່ລະໄລຍະ(2021-2025 ແລະ 2025-2030), ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍການປະຕິບັດ.


17/05/2022
ຊຸກຍູ້ການລົງທຶນປະຢັດພະລັງງານໃນອຸດສາຫະກຳ ຢູ່ ຫວຽດນາມ

(VOVWORLD) -ຄວາມສາມາດບົ່ມຊ້ອນປະຢັດພະລັງງານ ຢູ່ ຫວຽດນາມ ແມ່ນໃຫຍ່ຫລວງ, ພິເສດ ແມ່ນຄວາມບົ່ມຊ້ອນປະຢັດພະລັງງານໃນບັນດາຂະແຫນງອຸດສາຫະກຳຢູ່ ຫວຽດນາມ. ມີຫລາຍການວິເຄາະໄດ້ຊີ້ອອກບັນດາຜົນປະໂຫຍດອັນໃຫຍ່ຫລວງ ນັບທັງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຂອງການປະຢັດພະລັງງານໃນບັນດາຂະແຫນງອຸດສາຫະກຳ. ໂດຍຮັບຮູ້ໄດ້ຄວາມສຳຄັນຂອງບັນຫານີ້, ໃນໄລຍະຜ່ານມາ ກະຊວງອຸດສາຫະກຳການຄ້າ ແລະບັນດາກະຊວງ, ຂະແຫນງການ, ອົງການທີ່ກ່ຽວຂ້ອງ ໄດ້ຜັນຂະຫຍາຍຫລາຍບາດກ້າວສຳຄັນ, ໃນນັ້ນ ມີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ເພື່ອຊຸກຍູ້ທິດກ້າວເດີນນີ້.






VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ