logo
ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ເປັນ​ເຈົ້າ​ການປັບຕົວໃຫ້ເໝາະ
(VOVWORLD) -   ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງການປະທະກັນຢູ່ພາກພື້ນຕາເວັນອອກກາງ, ມີວິສາຫະກິດສົ່ງອອກຫຼາ...




05/04/2022
ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ສ້າງທ່ວງທ່າຟື້ນຟູເສດຖະກິດສັງຄົມແລະພັດທະນາໃນການເຊື່ອມໂຍງ.

(VOVWORLD) -ຫວຽດນາມໄດ້ ແລະພວມຮັບມືຢ່າງໄຫວພິບ, ປອດໄພສົມທົບກັບການປ້ອງກັນຕ້ານໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ; ກິດຈະການຟື້ນຟູເສດຖະກິດປະເທດຊາດບັນລຸໄດ້ຫລາຍໝາກຜົນຕັ້ງຫນ້າດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ສະພາບການດ້ານການເມືອງແລະເສດຖະກິດໂລກພວມມີການຜັນແປຫລາຍຢ່າງຍາກທີ່ຈະຄາດຄະເນໄດ້ ເຮັດໃຫ້ລະບົບສະຫນອງທົ່ວໂລກ ພວມຖືກຕັດຕອນ, ສ້າງສິ່ງທ້າທາຍໃຫຍ່ຫລວງ ແຕ່ພ້ອມກັນນັ້ນກໍ່ມີຫລາຍກາລະໂອກາດໃຫມ່ເພື່ອໃຫ້ປະເທດຊາດບືນຕົວຂຶ້ນພັດທະນາຢ່າງເຂັ້ມແຂງກວ່າ. ນີ້ກໍແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດ, ປະຊາຊົນສະແດງໃຫ້ເຫັນເຈດຈຳນົງບືນຂຶ້ນ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງພ້ອມກັນຄວາມຄາດຫວັງການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສັນຕິສຸກ.




22/03/2022
ວິ​ສາ​ຫະ​ກິດ​ໃຫ​ຍ່ ແລະ ບົດ​ບາດ​ພາ​ທາງ, ເປີດ​ຊ່ອງ​ທາງ
(VOVWORLD) -ກຳລັງບົ່ມຊ້ອນດ້ານເສດຖະກິດ, ກຳລັງຄວາມສາມາດການບໍລິຫານ ແລະ ຈິນຕະນາການ - ຄວາມຄິດໃຫຍ່ຂອງນັກທຸລະກິດ ໄດ້ສ້າງເປັນວິສາຫະກິດໃຫຍ່. ໃນສະພາບຍິ່ງຫຍຸ້ງຍາກ, ທົດສອບ, ບົດບາດຂອງວິສາຫະກິດ ນັກທຸລະກິດ ຍິ່ງໃຫຍ່ກວ່າ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າ. ໃນເວລາສອງປີຜ່ານມາ, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງທຸກດ້ານຂອງຊີວິດ, ເສດຖະກິດ ສັງຄົມ, ໃນນັ້ນ ປະຊາຄົມວິສາຫະກິດຖືກຜົນສະທ້ອນໂດຍກົງ, ຫນັກຫນ່ວງ. ວິສາຫະກິດໃຫຍ່ ຈະຖືກເສຍຫາຍໃຫຍ່ກວ່າ, ແຕ່ໃນເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດນັ້ນ ບັນດາວິສາຫະກິດ - ເຄື່ອງໝາຍໃຫຍ່ໄດ້ຮ່ວມເດີນທາງກັບລັດຖະບານ ໃນວຽກງານປ້ອງກັນຕ້ານໂລກລະບາດ, ປະກອບສ່ວນຮັກສາເສດຖະກິດມະຫາພາກ, ການເຕີບໂຕເສດຖະກິດເປັນປົກກະຕິ.



01/03/2022
ຮ່ວມສຳພັນ ລະຫວ່າງແຂວງ ກວ໋າງນີງ ກັບ ນະຄອນຫາຍຟ່ອງ: ກຳລັງຫນູນເຕີບໂຕໃຫມ່

(VOVWORLD) -ແຂວງ ກວ໋າງນີງ ແລະ ນະຄອນ ຫາຍຟ່ອງ ໄດ້ ແລະ ພວມແມ່ນ 2 ກຳລັງຫນູນເສດຖະກິດສຳຄັນຂອງພາກເຫນືອ. ໂດຍກຳນົດໄດ້ບົດບາດ ແລະ ການພົວພັນພັດທະນາຢ່າງສະຫນິດແຫນ້ນ ບໍ່ພຽງແຕ່ລະຫວ່າງ 2 ທ້ອງຖິ່ນເທົ່ານັ້ນ ຫາກຍັງຢູ່ຂອບເຂດທົ່ວເຂດ ແລະ ທົ່ວປະເທດ ອີກດ້ວຍ, ສອງທ້ອງຖິ່ນໄດ້ຖືຈຸດສຸມຂອງການຮ່ວມມື, ຮ່ວມສຳພັນໃນຫລາຍຂົງເຂດ. ຜ່ານນັ້ນ ກໍ່ເພື່ອພ້ອມກັນສ້າງບັນດາບາດກ້າວພັດທະນາຢ່າງແຮງ, ມີລັກສະນະກະໂດດຂັ້ນຢູ່ 2 ທ້ອງຖິ່ນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເຂດເສດຖະກິດຈຸດສຸມຢູ່ ພາກເຫນືອ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.



15/02/2022
ວິສາຫະກິດມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ໂຄງການຟື້ນຟູເສດຖະກິດຂອງປະເທດຊາດ

(VOVWORLD) -ຕົ້ນປີ 2022, ລັດຖະບານໄດ້ປະກາດໃຊ້ມະຕິສອງສະບັບຢ່າງລຽນຕິດກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດ. ໃນນັ້ນ ມະຕິເລກທີ 02 ໄດ້ຊີ້ແຈ້ງໃນພາກເປົ້າໝາຍສັງລວມແມ່ນ “ຫນູນຊ່ວຍປະຊາຊົນ ແລະ ວິສາຫະກິດຢ່າງທັນການເພື່ອຟື້ຟູການຜະລິດ, ດຳເນີນທຸລະກິດ, ຮັບມືກັບໂລກລະບາດຢ່າງມີໄຫວພິບ ແລະ ມີປະສິດທິຜົນ”. ຫລັງຈາກນັ້ນ ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບນະໂຍບາຍການເງິນ, ເງິນຕາດ້ວຍຂອບຂະຫນາດແມ່ນປະມານ 350.000 ຕື້ດົ່ງ ເພື່ອຫນູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໄລຍະ 2022 2023. ປະຊາຄົມວິສາຫະກິດມີຄວາມເຊື່ອໝັ້ນຕໍ່ບັນດາໂຄງການ, ນະໂຍບາຍຟື້ນຟູເສດຖະກິດນີ້ແມ່ນໄປຖືກທິດ, ຖືກຕາມເປົ້າໝາຍ, ຈຸດເວລາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ.


VIDEO
Lo más Popular
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ