logo

50 ປີ​ແຫ່ງ​ການພົວ​ພັນ ລະ​ຫວ່າງ ອາ​ຊຽນ - ນິວ​ຊີ​ແລນ: ມຸ່ງ​ໄປ​ເຖິງ​ບັນ​ດາລະ​ດັບ​ສູງ​ໃໝ່

2025/4/9 | 08:59:29
(VOVWORLD) - ໃນບົດບາດເປັນປະເທດປະສານງານການພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ ແລະ ນິວຊີແລນ ອາຍຸການ 2024 – 2027, ວັນທີ 08 ເມສາ, ຢູ່ ດ່າໜັງ, ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ 50 ປີ ແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ນິວຊີແລນ.
ກອງປະຊຸມສຳມະນາ (ພາບ: chinhphu.vn)

 ນະທີ່ນີ້, ບັນດາຜູ້ແທນໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງການພົວພັນຄູ່ເຈລະຈາ ອາຊຽນ - ນິວຊີແລນ ສຳລັບວິວັດທະນາການຮ່ວມມື ແລະ ພັດທະນາຢູ່ພາກພື້ນໃນ 50 ປິຜ່ານມາ, ພິເສດແມ່ນບັນດາຜົນງານອັນພົ້ນເດັ່ນໃນຫຼາຍຂົງເຂດຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ - ການລົງທຶນ, ການສຶກສາ, ກະສິກຳ, ໜູນຊ່ວຍກັນໃນໄພພິບັດທຳມະຊາດ… ກອງປະຊຸມສຳມະນາໄດ້ໃຫ້ຂໍ້ສັງເກດວ່າ ອາຊຽນ ແລະ ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍ, 2 ຝ່າຍຕ້ອງໃຫ້ບຸລິມະສິດໃນການຍູ້ແຮງການຮ່ວມມືດ້ານເສດຖະກິດຫຼາຍກວ່າອີກ, ພິເສດແມ່ນຍາດແຍ່ງຢ່າງມີປະສິດທິຜົນຈາກບັນດາກົນໄກ, ກອບການຮ່ວມມືດ້ານການຄ້າໃນປັດຈຸບັນ, ເປີດກວ້າງການສຳພັດກັບຕະຫຼາດ, ຊຸກຍູ້ການລົງທຶນເອກະຊົນ… ບັນດາປະເທດກໍເນັ້ນໜັກເຖິງຄວາມຕ້ອງການເພີ່ມທະວີການຮ່ວມມືກ່ຽວກັບການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພັດທະນາແບບຍືນຍົງ, ກະສິກຳອັດສະລິຍະ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຕັກໂນໂລຢີຈັກກະວານ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ເຊື່ອມຕໍ່, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ./.

TAG
VOV/VOVworld/ອາ​ຊຽນ/ນິວ​ຊີ​ແລນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ