logo

AIPA 41: ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີ​ລາ​ຄາ​ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ AIPA 41 ໄດ້​ດີທີ່ສຸດ

2020/9/10 | 11:36:00
(VOVWORLD) -ທີ່ກອງປະຊຸມຄັ້ງນີ້, ລາວຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້  ຖືວ່າ ກອງປະຊຸມໂດຍຫວຽດນາມ ຈັດຕັ້ງຄັ້ງນີ້, ໄດ້ຍົກອອກຂໍ້ລິເລີ່ມຫຼາຍທີ່ສຸດ.
ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ສປປ ລາວ (ພາບ: TTXVN) 

ພາຍຫຼັງ ເຮັດວຽກຢ່າງຕັ້ງໜ້າມາເປັນເວລາ 3 ວັນ, ຕອນບ່າຍວັນທີ 10 ກັນຍາ, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ. ພາຍຫຼັງ ອັດກອງປະຊຸມ, ໃນບົດຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ວຽງຈັນ ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນເຊິ່ງປະເທດເຈົ້າພາບໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມ ແລະ ບັນດາເນື້ອໃນເຫຼົ່ານີ້ ລ້ວນແຕ່ໄດ້ຮັບຄວາມເຫັນດີເປັນເອກະພາບວ່າ ແມ່ນບັນດາບັນຫາສຳຄັນຂອງພາກພື້ນ, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ອາຊຽນ.

ທີ່ກອງປະຊຸມຄັ້ງນີ້, ລາວຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້  ຖືວ່າ ກອງປະຊຸມໂດຍຫວຽດນາມ ຈັດຕັ້ງຄັ້ງນີ້, ໄດ້ຍົກອອກຂໍ້ລິເລີ່ມຫຼາຍທີ່ສຸດ. ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ, ນີ້ແມ່ນຂໍ້ລິເລີ່ມທີ່ດີ.

TAG
VOV/VOVworld/AIPA 41/ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ/ຫວຽດ​ນາມ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ