logo

ASEP – 11 ຮັ​ບ​ຮ​ອງ​ເອົາຖະ​ແຫຼງກ​ານ​ລວມ

2021/11/17 | 08:17:30
(VOVWORLD) -ກອງປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ - ເອີີຣົບ ຄັ້ງທີ 11 (ASEP-11) ຕາມຮູບການທາງໄກ ໂດຍສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ເປັນປະທານໄດ້ອັດລົງໃນ ຕອນຄ່ຳວັນທີ 16 ພະຈິກ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ດ້ວຍທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝິນ ເປັນຫົວໜ້າ, ໄດ້ຕັ້ງໜ້າ ເຂົ້າຮ່ວມ ແລະ ເປັນເຈົ້າການປະກອບຫຼາຍຄຳເຫັນໃນບັນດາວາລະປຶກສາຫາລື.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝິນ ກ່າວຄຳເຫັນຕໍ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານຮ່ວມ ASEP-11, ທ່ານ Samdech Akka Moha Ponhea Chakrei Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ຢັ້ງຢືນວ່າຜົນການປຶກສາຫາລື, ບັນດາຜູ້ແທນສະໜັບສະໜູນຍຸດທະສາດບຸລິມະສິດ, ນະໂຍບາຍສຳຄັນແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ - ສັງຄົມແບບກວມລວມ, ໝັ້ນຄົງ, ສ້າງຄວາມເຂັ້ມແຂງກວ່ານີ້ອີກ; ສະເໜີມາດຕະການຫຼາຍຢ່າງແນໃສ່ເພີ່ມທະວີການຮ່ວມມືລະຫວ່າງພາກພື້ນໃນຫຼາຍຂົງເຂດ; ຍົກສູງຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາຢ່າງໝັ້ນຄົງຂອງ ສປຊ. ທ່ານປະທານສະພາແຫ່ງຊາດ ກຳປູເຈຍຮຽກຮ້ອງໃຫ້ລັດຖະສະພາສະມາຊິກ ASEP ພະຍາຍາມກວ່ານີ້ອີກໃນການຜັນຂະຫຍາຍ ເປົ້າໝາຍພັດທະນາແບບຍືນຍົງ (SDGs) ຜ່ານການປະກາດໃຊ້ກົດໝາຍ, ນະໂຍບາຍ, ຮັບປະກັນຄວາມສະເໝນພາບລະຫວ່າງການພັດທະນາເສດຖະກິດ ແລະ ຮັກສາສິ່ງແວດລ້ອມໃຫ້ໝັ້ນຄົງ.

        ກອງປະຊຸມໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ, ໄດ້ຢືນຢັນຄວາມເໝາະສົມຂອງການທູດລັດຖະສະພາ ແລະ ການພົວພັນຄູ່ຮ່ວມມືລະຫວ່າງລັດຖະສະພາໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາຢ່າງແບບຍືນຍົງ ແລະ ກວມລວມ, ພ້ອມກັນນັ້ນສົ່ງເສີຍການພົວພັນລະຫວ່າງ ASEP ແລະ ເວທີປາໄສການຮ່ວມມື ອາຊີ - ເອີຣົບ (ASEM). ຖະແຫຼງການຮ່ວມກໍເນັ້ນໜັກເຖິງຄວາມສຳຄັນຂອງການເຈລະຈາໃນວົງກວ້າງ, ກໍ່ສ້າງຄວາມເຊື່ອໝັ້ນ ແລະ ນຳໃຊ້ມາດຕະການທາງການທູດໃນການສະກັດກັ້ນສົງຄາມ ແລະ ການປະທະກັນ. ASEP-11 ສະເໜີໃຫ້ບັນດາຄູ່ຮ່ວມມືຂອງ ASEM ຮ່ວມມືຢ່າງແໜ້ນແຟ້ນກວ່ານີ້ອີກໃນການຜະລິດ  ແລະ ແຈກຢ່າຍວັກຊິນຕ້ານໂລກລະບາດໂຄວິດ-19 ແນໃສ່ຮັບປະກັນຄວາມສາມາດໄດ້ສຳພັດກັບວັກຊິນຢ່າງສະເໝີພາບ, ສົມທົບກັນຢ່າງຄົບຊຸດ, ຊຸກຍູ້ການສັກວັກຊິນຢ່າງຮອບດ້ານ, ຕ້ານໂລກລະບາດ ໂຄວິດ-19 ຢ່າງ ມີປະສິດທິຜົນ ເພືຶ່ອຟື້ນຟູເສດຖະກິດ - ສັງຄົມຕາມທິດໄວ, ແຮງ ແລະ ຮອບດ້ານ.

        ຖະແຫຼງການຮ່ວມຂອງກອງປະຊຸມ ASEP-11 ຈະໄດ້ຍືນສະເໜີໃຫ້ບັນດາການນຳຢູ່ ກອງປະຊຸມສຸດຍອດ ອາຊີ - ເອີີຣົບ ຄັ້ງທີ 13 (ASEP-13) ເຊີ່ງຈະດຳເນີນໃນລະຫວ່າງວັນທີ 25 ຫາ 26 ພະຈິກນີ້.

TAG
VOV/VOVworld/ASEP-11/ເວທີປາໄສການຮ່ວມມື ອາຊີ - ເອີຣົບ/ລ​າ​ຊະ​ອາ​ນາ​ຈັກ ກ​ຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ