logo

EC ປະ​ກາດ​ໂຄງ​ການ​ໃໝ່​ກ່ຽວ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ

2026/2/27 | 07:37:30
(VOVWORLD) -  ProtectEU ແມ່ນຊື່ຂອງໂຄງການດຳເນີນງານໃໝ່ກ່ຽວກັບການຕ້ານການກໍ່ການຮ້າຍ ໂດຍຄະນະກຳມະການເອີຣົບ (EC) ໄດ້ປະກາດຢ່າງເປັນທາງການໃນວັນທີ 26 ກຸມພາ.

 ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຮັບມືລວມໝູ່ຂອງສະຫະພາບເອີຣົບ (EU), ປົກປ້ອງປະຊາຊົນ, ວິສາຫະກິດກໍຄືບັນດາຄຸນຄ່າແກ່ນສານຂອງທະວີບຕໍ່ໜ້າບັນດາໄພນາບຂູ່ການກໍ່ການຮ້າຍ ແລະ ປະກົດການຫົວຮຸນແຮງທີ່ພວມມີການຜັນແປຢ່າງບໍ່ຢຸດບໍ່ເຊົ່າ.

ProtectEU ໄດ້ຮັບການສ້າງຕັ້ງຂຶ້ນປິ່ນອ້ອມບັນດາເສົາຄ້ຳແກ່ນສານ, ໃນນັ້ນ ມີການຍົກສູງກຳລັງຄວາມສາມາດຄາດຄະເນ ແລະ ການຮັບຮູ້ບັນດາໄພນາບຂູ່ ໂດຍໄວ. ສະກັດກັ້ນການຫັນເປັນຫົວຮຸນແຮງ, ໂດຍສະເພາະແມ່ນໃນໝູ່ໄວໜຸ່ມ, ເຊິ່ງໄດ້ຮັບຖືວ່າແມ່ນຍຸດທະສາດຍາວນານທີ່ມີລັກສະນະຍືນຍົງ. EC ຄາດຄະເນວ່າຈະເປີດຕົວ ປະມວນເຄື່ອງມືສະກັດກັ້ນ ເພື່ອແນໃສ່ສະໜອງບັນດາມາດຕະການຕົວຈິງເພື່ອປົກປ້ອງເດັກທີ່ບໍ່ທັນບັນລຸນິຕິພາວະ ອອກຈາກການຍຸແຍ່ແກ່ດຶງຂອງບັນດາແນວຄິດຫົວຮຸນແຮງ. ພ້ອມດຽວກັນນັ້ນແມ່ນ ໂຄງການມອບສິດ ແລະ ເຊື່ອມຕໍ່ວົງຄະນະຍາດ ທີ່ມີມູນຄ່າ 5 ລ້ານ ເອີໂຣ (ປະມານ 5,9 ລ້ານ USD), ສຸມໃສ່ຍົກສູງຄວາມສາມາດຟື້ນຟູດີຈີຕອນ, ປັບປຸງຄວາມຜູກພັນໃນສັງຄົມ ແລະ ບົດບາດຂອງຊຸມຊົນທ້ອງຖິ່ນ.

TAG
VOV/VOVworld/ProtectEU/ປົກ​ປ້ອງ​ເດັກ​ທີ່​ບໍ່​ທັນ​ບັນ​ລຸ​ນິ​ຕິ​ພາ​ວະ​/ຫົວ​ຮຸນ​ແຮງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ