ທ່ານ Stephane Sejourne ຮອງປະທານຜູ້ບໍລິຫານຮັບຜິດຊອບຄວາມຈະເລີນຮຸ່ງເຮືອງ ແລະ ຍຸດທະສາດອຸດສາຫະກຳຂອງ EC (ພາບ: REUTERS) |
ວັນທີ 4 ມີນາ, ຄະນະກຳມະການເອີລົບ (EC) ໄດ້ປະກາດຈະປົກປ້ອງຜົນປະໂຫຍດລວມຂອງ ສະຫະພາບ ເອີລົບ (EU) ພາຍຫຼັງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ຢຸດຕິທຸກການພົວພັນທາງການຄ້າ ກັບ ແອັດສະປາຍ ເຊິ່ງກ່ຽວຂ້ອງເຖິງການປະທະກັນທີ່ພວມເກີດຂຶ້ນຢູ່ເຂດຕາເວັນອອກກາງ. ທ່ານ Stephane Sejourne ຮອງປະທານຜູ້ບໍລິຫານຮັບຜິດຊອບຄວາມຈະເລີນຮຸ່ງເຮືອງ ແລະ ຍຸດທະສາດອຸດສາຫະກຳຂອງ EC ເນັ້ນໜັກວ່າ: ບໍ່ວ່າໄພນາບຂູ່ໃດທີ່ເລັ່ງໃສ່ປະເທດສະມາຊິກ ລ້ວນແຕ່ແມ່ນການນາບຂູ່ຕໍ່ທົ່ວເຂດ EU”. ແລະກໍ່ໃນວັນດຽວກັນ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ກໍ່ໄດ້ສະແດງການສະໜັບສະໜູນຕໍ່ກັບແອັດສະປາຍ ພາຍຫຼັງຖະແຫຼງການ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ຕາມໜັງສືພິມລາຍວັນ Le Parisien ຂອງຝລັ່ງແລ້ວ, ທ່ານ Macron ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Pedro Sanchez ນາຍົກລັດຖະມົນຕີ ແອັດສະປາຍ ເພື່ອສະແດງ “ຈິດໃຈສາມັກຄີເອີລົບ” ຂອງຝລັ່ງ ເພື່ອແນໃສ່ໂຕ້ຕອບຄືນບັນດາຄຳເວົ້ານາບຂູ່ກໍ່ຄວາມກົດດັນດ້ານເສດຖະກິດເລັ່ງໃສ່ Madrid ຜ່ານມາຂອງ ວໍຊິງຕັນ.




