logo

EU ລົງ​ທຶນກວ່າ 560 ລ້ານ ເອີ​ໂຣ ​ເຂົ້​າ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ, ຄົມ​ມະ​ນາ​ຄົມ ແລະ ໂຄງ​ລ່າງ​ຂອງ ຫວຽດ​ນາມ

2026/3/24 | 11:56:20
(VOVWORLD) - ສະຫະພາບເອີຣົບ (EU) ປະກາດບ້ວງລົງທຶນກວ່າ 560 ລ້ານ ເອີໂຣ ໃຫ້ແກ່ ຫວຽດນາມ, ໂດຍສຸມໃສ່ການຫັນປ່ຽນພະລັງງານ, ພັດທະນາລະບົບຄົມມະນາຄົມແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດຂອງພື້ນຖານໂຄງລ່າງ.
ເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ (ພາບ: vov.vn)

  ໃນເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ສະຫະພາບເອີຣົບ (EU) ປະກາດບ້ວງລົງທຶນກວ່າ 560 ລ້ານ ເອີໂຣ ໃຫ້ແກ່ ຫວຽດນາມ, ໂດຍສຸມໃສ່ການຫັນປ່ຽນພະລັງງານ, ພັດທະນາລະບົບຄົມມະນາຄົມແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດຂອງພື້ນຖານໂຄງລ່າງ. ໄປຄຽງຄູ່ກັນນັ້ນ, EU ກໍເລີ່ມຕົ້ນກົນໄກໜູນຊ່ວຍຄົມມະນາຄົມແບບຍືນຍົງລວມມູນຄ່າ 40 ລ້ານ ເອີໂຣ, ມຸ່ງໄປເຖິງການລະດົມກວ່າ 1 ຕື້ ເອີໂຣ ໃຫ້ແກ່ບັນດາໂຄງການເສັ້ນທາງລົດໄຟ ແລະ ຄົມມະນາຄົມຕົວເມືອງທີ່ມີຂອບຂະໜາດໃຫຍ່. ໃນເວທີປາໄສດັ່ງກ່າວກໍໄດ້ເປັນສັກຂີພິຍານການປະກາດຂໍ້ຕົກລົງຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດ EU ແລະ ຫວຽດນາມ ໃນບັນດາຂົງເຂດຂົນສົ່ງ, logistics, ສາທາລະນະສຸກດີຈີຕອນ ແລະ ອຸດສາຫະກຳ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ເສດຖະກິດ ແລະ ເປີດກວ້າງລະບົບມູນຄ່າ.

ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ  (ພາບ: vov.vn)

        ການພັດທະນາຢູ່ເວທີປາໄສດ້ວຍຫົວຂໍ້ “ຍຸດທະສາດປະຕູທາງເຂົ້າທົ່ວໂລກ: ການຮ່ວມມືລົງທຶນມຸ່ງໄປເຖິງອະນາຄົດແບບຍືນຍົງ”, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີ ໃຫ້ EU ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໄດ້ສຳຜັດກັບແຫຼ່ງການເງິນສີຂຽວ, ຖ່າຍທອດເຕັກໂນໂລຢີ ແລະ ຊຸກຍູ້ການລົງທຶນທີ່ມີຄຸນນະພາບສູງໃນບັນດາຂົງເຂດ. ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ EU ສຳເລັດການໃຫ້ສັດຕະຍາບັນສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA), ຜ່ານນັ້ນ ສຳເລັດກອບນິຕິກຳ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ວິສາຫະກິດສອງຝ່າຍ.

TAG
VOV/VOVworld/ສະ​ຫະ​ພາບ​ເອີ​ຣົບ/ສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - EU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ