logo

Festival ວິຈິດຕະກຳໜຸ່ມ 2024 – ການປະດິດຄິດສ້າງຂອງບັນດາຈິດຕະກອນໜຸ່ມ

2024/12/16 | 12:00:00
(VOVWORLD) -           Festival ວິຈິດຕະກຳໜຸ່ມ ຄັ້ງທີ VII ປີ 2024 ຫາກໍ່ຖືກຈັດຂຶ້ນຢູ່ ຮ່າໂນ້ຍ. ບັນດາຜະລິດຕະພັນດີເດັ່ນຂອງບັນດາ Festival ພວມຖືກວາງສະແດງຢູ່ຮ່າໂນ້ຍ ເຖິງເດືອນ ກຸມພາ ປີ 2025. ບັນດາຜະລິດຕະພັນໄດ້ສ່ອງແສງຄວາມເປັນຈິງໃນຊີວິດວິຈິດຕະກຳ ຂອງບັນດາຈິດຕະກອນໜຸ່ມ ຊ່ວຍມວນຊົນທີ່ຮັກຫອມສິລະປະ ມີການສັງເກດຢ່າງຈະແຈ້ງ ກ່ຽວກັບສິລະປະຍຸກປັດຈຸບັນ

ເຂດວາງສະແດງຢູ່ທີ່ Festival ວິຈິດຕະກຳໜຸ່ມ ຄັ້ງທີ VII ປີ 2024 ໃນສູນສິລະປະ VCCA ຮ່າໂນ້ຍ

     Festival ວິຈິດຕະກຳໜຸ່ມ ແມ່ນການເຄື່ອນໄຫວວັດທະນະທຳສິລະປະ ຖືກດຳເນີນສອງປີເທື່ອໜຶ່ງ ແນໃສ່ແນະນຳບັນດາຜະລິດຕພັນທາດ້ານວິຈິດຕະກຳໃໝ່, ບັນດາຈິດຕະກອນໝຸ່ມໄວ 18 – 35 ປີ. ມີສາມລາງວັນທີໜຶ່ງ ໄດ້ມອບໃຫ້ບັນດາຈິດຕະກອນ ນັ້ນແມ່ນ ວ່າງຫ໋າຍຮຶງ ດ້ວຍຜະລິດຕະພັນ ແມ່ຂ້າພະເຈົ້າ, ປະເພດຈິດຕະກຳ, ຟ້າມທຸ໋ຍເຢືອງ ດ້ວຍປະລິດຕະພັນຫ້ວຍ ປະເພດຈັດວາງ; ບຸ່ຍທິອ໊ຽນວີ ດ້ວຍຜະລິດຕະພັນ ພາຍຫຼັງຝົນຕົກ ປະເພດກະລາຟິກ.

         “ນ້ອງມີຄວາມປະທັບໃຈທີ່ສຸດຕໍ່ຜະລິດຕະພັນ “ແມ່ຂ້າພະເຈົ້າ” ຂອງອ້າຍ ຫ໋າຍຮຶງ. ຮູບພາບໄດ້ວາດພາບເຖິງຜູ້ເປັນແມ່ ພ້ອມກັບລົດຖີບ ບົນເຂດດິນແຫ້ງແລ້ງ”

      ພ້ອມກັນນັ້ນ 4 ລາງວັນທີສອງ, 9 ລາງວັນທີສາມ ແລະ 11 ລາງວັຍຊົມເຊີຍ ແລະ ສອງລາງວັນທີ່ຜະລິດຕະພັນແມ່ນບົດເສັງຈົບຊັ້ນ ກໍ່ຖືກມອບໃຫ້ບັນດາຈິດຕະກອນໜຸ່ມ. ມີສອງຜະລິດຕະພັນໄດ້ຮັບລາງວັນທີສອງ ແລະ ເຊີມເຊີຍໃນ Fastival ປີນີ້. ຈິດຕະກອນ ຫງວຽນຕ໊ວນຢຸ໊ງ ໃຫ້ຮູ້ວ່າ:

     “ຜະລິດຕະພັນ “ທອດເງົາເປັນພັນປີ” ຂອງນ້ອງ ແມ່ນຜະລິດຕະພັນວັດທະນະທຳ. ນ້ອງຢາກນຳຮູບພາບກ່ຽວກັບມໍລະດົກ ປູຊະນີຍະສະຖານເຂົ້າໃນຮູບແຕ້ມ. ນ້ອງໄດ້ນຳໃຊ້ເຄືອງປັ້ນດິນເຜົາ ເພື່ອສະແດງຜະລິດຕະພັນດ້ວຍດິນເຜົາ 9 ປ່ຽງ ເຊິ່ງວາດພາບເຖິງບັນດາມໍລະດົກຂອງ ຮ່າໂນ້ຍ”.

     ບັນດາຜະລິດຕະພັນທີ່ເຂົ້າຮ່ວມ Festival ວິຈິດຕະກຳໜຸ່ມ ຄັ້ງທີ VII ປີ 2024 ໄດ້ເຕື້ອງເຖິງຫຼາຍບັນຫາໃນຊີວິດຍຸກປັດຈຸບັນ ດ້ວຍມູມມອງ ແລະ ຈິນຕະນາການທີ່ມີຫົວຄິດປະດິດສ້າຂອງໄວໜຸ່ມ ຜ່ານນັ້ນສ່ອງແສງເຖິງການພັດທະນາ ບັນດາປະເພດສິລະປະກໍ່ຄືຊີວິດວິຈິດຕະກຳ ຫວຽດນາມ ໃນໄລຍະເຊື່ອມໂຍງສາກົນ.

        “ເມື່ອມາຢ້ຽມຊົມ Festival ໃນປີນີ້ ນ້ອງກໍ່ໄດ້ຮຽນຮູ້ກ່ຽວກັບສີສັນໂຄງຮ່າງໄດ້ຫຼາຍຢ່າງ ເພື່ອໃນພາຍພາກໜ້າສາມາດນຳໃຊ້ເຂົ້າໃນຂະແໜງທີ່ຕົນພວມຮຽນ. ພາບແຕ້ມຂອງນັກຈິດຕະກອນໜຸ່ມ ແມ່ນເປັນເອກະລັກທີ່ສຸດ ມີຄວາມເປັນເອກະລັກສະເພາະ”.

     “ປີນີ້ນ້ອງເຂົ້າຮ່ວມ Festival ດ້ວຍພາບຄັດມັນ ເຊິ່ງໄດ້ວາດພາບເຖິງເລື່ອງຂອງຕົ້ນເອງ ກໍ່ຄືການສັງເກດດ້ວຍຊີວິດຢູ່ອ້ອມຂ້າງ”.

       ບັນດາຜະລິດຕະພັນໃນ Festival ບໍ່ພຽງແຕ່ສ່ອງແສງເຖິງຄວາມເກັ່ງກ້າສາມາດ, ຫົວຄິດປະດິດສ້າງເທົ່ານັ້ນ ຫາກຍັງສົ່ງສານຢ່າງເລິກເຊິ່ງ ກ່ຽວກັບສິລະປະ ແລະ ຄວາມຮັບຜິດຊອບຂອງໄວໜຸ່ມ ຕໍ່ວົງຄະນາຍາດສັງຄົມ. ທ່ານ ມາເຖແອັງ ຫົວໜ້າກົມວິຈິດຕະກຳຖ່າຍຮູບ ແລະ ງານວາງສະແດງ ໃຫ້ຮູ້ວ່າ:

     “Festival ແນະນຳບັນດາຜະລິດຕະພັນຍຸກປັດຈຸບັນ ເຊິ່ງບັນດາເພື່ອນໜຸ່ມໄດ້ປະດິດຄິດສ້າງໃນສອງປີທີ່ຜ່ານມາ. ຜ່ານງານວາງສະແດງ, ພວກຂ້າພະເຈົ້າເຫັນໄດ້ເຖິງ ຄວາມເກັ່ງກ້າສາມາດຂອງບັນດາເພື່ອນ; ມີຫຼາຍຜະລິດຕະພັນທີ່ມີຄຸນນະພາບ ແລະ ເນື້ອໃນທີ່ດີສະແດງໃຫ້ເຫັນການດຳລົງຊີວິດໃນທຸກວັນນີ້”

      ຜ່ານ Festival ບັນດານັກສິລະປິນໜຸ່ມມີໂອກາດໄດ້ພົບປະແລກປ່ຽນພ້ອມທັງຢັ້ງຢືນຕົນເອງໃນພາລະກິດປະດິດຄິດສ້າງທາງດ້ານສິລະປະ. ຈິດຕະກອນ ໂງຍຸຍຮ່ຽນ ໃຫ້ຮູ້ວ່າ:

        “ຂ້າເພະເຈົ້າເຫັນວ່າ ບັນດາຜະລິດຕະພັນມີຄຸນນະພາບທີ່ສຸດ ຈິດໃຈເຮັດວຽກຂອງບັນດາເພື່ອນ ແມ່ນສຸດດຈິດສຸດໃຈ. ເຖິງວ່າ ບັນດາຈິດຕະກອນຍັງໜຸ່ມແໜ້ນ ແຕ່ມູມມອງກໍ່ເລິກເຊິ່ງທີ່ສຸດ. ບັນດາເພື່ອນໄດ້ສະແດງໃຫ້ເຫັນສຽງເວົ້າສະເພາະຂອງຕົນ”.

      Festival ບໍ່ພຽງແຕ່ແມ່ນສະຖານທີ່ເຊີດຊູໄວໜຸ່ມ ຜູ້ມີຄວາມເກັ່ງກ້າສາມາດເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ນຳສິລະປະຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າ. Festival ຍັງໄດ້ຄົ້ນພົບ, ຫຼໍ່ລ້ຽງ ແລະ ຂະຫຍາຍບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃໝ່ປະກອບສ່ວນເຮັດໃຫ້ຮູບພາບວິຈິດຕະກຳຂອງປະເທດຊາດ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.

TAG
VOV/VOVworld/ວາງ​ສະ​ແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ