ພາຍຖ່າຍທີ່ໄດ້ຄວ້າໄດ້ຫຼຽນຄຳ (ພາບ: ຄະນະຈັດຕັ້ງ) |
ຄຼິບວິດີໂອທີ່ມີຊື່ວ່າ “ຢາລາຍ - ດິນແດນແຫ່ງເທບນິຍາຍ”, ເປັນຜົນງານຄວ້າໄດ້ຫຼຽນຄຳໃນປະເພດລາຍການຄຼິບວິດີໂອ ຂອງການປະກວດພາບຖ່າຍ, ຄຼິບວິດີໂອ “ຫວຽດນາມ ຜາສຸກ - Happy Vietnam 2024”, ພາຍໃຕ້ຫົວຂໍ້ “ເພື່ອຄວາມຜາສຸກຂອງປະຊາຊົນທຸກຄົນ”. ຜົນງານດັ່ງກ່າວໄດ້ໃຊ້ພາສາ ຢາຣາຍ ແລະ ຮູບພາບທີ່ມີຊີວິດຊີວາກ່ຽວກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຜົ່າ ຢາຣາຍ ຢູ່ ແຂວງ ຢາລາຍ ຂອງ ຫວຽດນາມ. ນອກຈາກຜົນງານ “ຢາລາຍ - ດິນແດນແຫ່ງເທບນິຍາຍ” ແລ້ວ, ບັນດາຜົນງານອື່ນກໍວາດພາບໃຫ້ມະຫາຊົນຮູ້ສຶກໄດ້ເຖິງຄວາມສວຍສົດງົດງາມຂອງບັນດາເຂດ, ພາກ, ຄວາມສຸກຄວາມມ່ວນຊື່ນຂອງປະຊາຊົນ. ນີ້ກໍແມ່ນຈຸດປະສົງ ເຊິ່ງຄະນະຈັດຕັ້ງການປະກວດ ຢາກມຸ່ງໄປເຖິງ. ໂດຍມີລັກສະນະທີ່ເປັນເອກະລັກສະເພາະ, ຜູ້ເເຂົ້າຮ່ວມການປະກວດກໍມີຫຼາກຫຼາຍພາກສ່ວນ ແລະ ນຳໃຊ້ຮູບພາບທີ່ແທດເໝາະ, ທັນສະໄໝ, ຜ່ານເຕັກໂນໂລຢີດີຈີຕອນ, ການປະກວດດັ່ງກ່າວໄດ້ສ້າງກຳລັງແຜ່ກະຈາຍຢ່າງແຮງເມື່ອໄດ້ຮັບກວ່າ 10.300 ຜົນງານຈາກ 6.900 ກວ່າຄົນເຂົ້າຮ່ວມ, ໃນນັ້ນ ມີຊາວຕ່າງປະເທດກວ່າ 600 ຄົນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 270 ຄົນ. ທ່ານ Ahmad Malulein, ເຊິ່ງເປັນຊາວ ໂດມີນີກາ, ຜູ້ຄວ້າໄດ້ລາງວັນຊົມເຊີຍໃນປະເພດລາຍການ ຄຼິບວິດີໂອ ໄດ້ແບ່ງປັນຄວາມຮູ້ສຶກເມື່ອໄດ້ເຂົ້າຮ່ວມ ແລະ ຮັບລາງວັນການປະກວດດັ່ງກ່າວວ່າ:
“ຂ້າພະເຈົ້າດຳລົງຊີວິດຢູ່ ຫວຽດນາມ ໄດ້ 3 ກວ່າປີ ແລະ ມີໂອກາດໄປຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ການເດີນທາງຂອງຂ້າພະເຈົ້າໄດ້ເລີ່ມແຕ່ນະຄອນ ໂຮ່ຈີມິນ, ອອກໄປພາກກາງ ແລ້ວໄປຮອດພາກເໜືອ. ໃນຄຼິບວິດີໂອທີ່ຂ້າພະເຈົ້າໄດ້ສົ່ງເຂົ້າຮ່ວມກການປະກວດນັ້ນ ລ້ວນແຕ່ມີຂໍ້ມູນກ່ຽວກັບການເດີນທາງດັ່ງກ່າວ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກມີຄວາມສຸກນັ້ນແມ່ນ ຫວຽດນາມ ແມ່ນປະເທດມີພື້ນຖານວັດທະນະທຳທີ່ເປັນເອກະລັກ, ຊາວ ຫວຽດນາມ ມີຄວາມດຸໝັ່ນຂະຫຍັນພຽນ ແລະ ຍາມໃດກໍຍິ້ມແຍ້ມແຈ່ມໃສ. ຜ່ານຜົນງານຂອງຕົນ, ຂ້າພະເຈົ້າຢາກແນະນຳ ຫວຽດນາມ ໃຫ້ຊາວໂລກໄດ້ຮູ້ຈັກເຖິງຫຼາຍກວ່າ”.
“ເປົ້າໝາຍເຂົ້າຮ່ວມການປະກວດແມ່ນຫຼາກຫຼາຍ. ໃນການປະກວດຄັ້ງນີ້ກໍມີຈຸດໃໝ່ຄື ເຖິງວ່າຜູ້ເຂົ້າຮ່ວມບໍ່ແມ່ນຊ່າງພາບທີ່ເປັນມືອາຊີບ ແຕ່ມີກໍຫຼາຍມູມມອງທີ່ມີຊີວິດຊີວາທີ່ສຸດ, ໃກ້ຊິດຕິດແທດກັບຊີວິດຕົວຈິງ. ເຖິງວ່າເປັນເລື່ອງສັ້ນໆ ພຽງແຕ່ 2 – 3 ນາທີກໍຕາມ ແຕ່ວ່າ ຜ່ານບັນດາຮູບພາບເຫຼົ່ານັ້ນ ສາມາດເຫັນໄດ້ເຖິງຄວາມຫຼາຍຮູບຫຼາຍແບບຂອງຄວາມສຸກ”.
ຈຸດພິເສດໃນການປະກວດປີນີ້ແມ່ນ ຍັງມີການເຂົ້າຮ່ວມຂອງ KOLs ເກືອບ 300 ຄົນ, ເຂົາເຈົ້າເປັນຜູ້ສ້າງເນື້ອໃນດີຈີຕອນຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ເຂົາເຈົ້າໄດ້ນຳມາເຊິ່ງຫົວຄິດປະດິດສ້າງ, ຄວາມຫຼາກຫຼາຍນັບທັງດ້ານເນື້ອໃນ ແລະ ຮູບແບບການສະແດງ. ນາງ ເມສາ ບົວວອນ ພັນທະບົວສີ, KOLs ທີ່ເປັນຄົນລາວ ພວມຖືກຳມະສິດຊ່ອງຢູທູບ ແລະ ເຟດບຸກ ເມສາ - ສາວລາວ ດ້ວຍຈຳນວນຜູ້ຕິດຕາມນັບແສນຄົນ, ໄດ້ແບ່ງປັນວ່າ:
“ປີນີ້, ຂ້າພະເຈົ້າໄດ້ສົ່ງຮູບໃບໜຶ່ງ ແລະ ວິດີໂອໜຶ່ງຄຼິບ ທີ່ຂ້າພະເຈົ້າຖ່າຍທຳເອງ. ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ເມື່ອເປັນຊາວຕ່າງປະເທດ ແລ້ວເຂົ້າຮ່ວມການປະກວດນີ້. ຂ້າພະເຈົ້າຮູ້ສຶກມີຄວາມສຸກ ແລະ ມ່ວນທີ່ສຸດ. ຄົນຫວຽດ ສະໜິດສະໜົມຫຼາຍ, ເມື່ອໄປໃສຂ້າພະເຈົ້າກໍໄດ້ຮັບຄວາມຊ່ວຍເຫຼືອຈາກເຂົາ. ໂດຍສະເພາະ, ເມື່ອຂ້າພະເຈົ້າໄປແຂວງ ດ້ຽນບຽນ, ປະຊາຊົນຢູ່ທີ່ນີ້ໃຜໆກໍຮັກແພງ ແລະ ຊ່ວຍເຫຼືອຂ້າພະເຈົ້າ. ປະເທດ ຫວຽດນາມ ສວຍງາມຫຼາຍ. ຂ້າພະເຈົ້າຈະພະຍາມແຜ່ກະຈາຍຮູບພາບອັນສວຍງາມຂອງ ປະເທດ ຫວຽດນາມ, ປະຊາຊົນ ຫວຽດນາມ ຫຼາຍກວ່າອີກ. ຂ້າພະເຈົ້າຫວັງວ່າ ຊາວຕ່າງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ ກໍຈະເຂົ້າຮ່ວມການເສັງນີ້ເຊັ່ນດຽວກັນ”.
ຜ່ານການຈັດຕັ້ງມາໄດ້ 2 ປີ, ການເສັງພາບຖ່າຍ, ຄຼິບວິດີໂອ “ຫວຽດນາມ ຜາສຸກ - Happy Vietnam” ໄດ້ນຳມາເຊິ່ງແຫຼ່ງຂໍ້ມູນຂ່າວສານອັນມະຫາສານກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ນັບມື້ນັບພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ, ປະຊາຊົນ ຫວຽດນາມ ຮັກຫອມສັນຕິພາບ, ດຸໝັ່ນອອກແຮງງານ ແລະ ມີຄວາມຄາດຫວັງວັດທະນາຖາວອນ. ບັນດາຜົນງານເຂົ້າຮ່ວມຄັ້ງນີ້ ຈະສືບຕໍ່ໄດ້ຮັບການວາງສະແດງ, ແນະນຳໃນບັນດາເຫດການທັງຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອຜ່ານນັ້ນ, ຈະຊ່ວຍໃຫ້ເພື່ອນມິດສາກົນ ມີຄວາມເຂົ້າໃຈແຈ້ງກວ່າ, ມີຄວາມຮັກປະເທດ ຫວຽດນາມ, ປະຊາຊົນ ຫວຽດນາມ ນັບມື້ນັບຫຼາຍກວ່າເກົ່າ./.




