logo

IEA “ເປີດສາງ” ປ່ອຍນ້ຳມັນອອກ 400 ລ້ານຖັງ ເພື່ອສະກັດກັ້ນວິກິດການ

2026/3/12 | 10:01:25
(VOVWORLD) - ລາຄານ້ຳມັນໄດ້ເພີ່ມຂຶ້ນເກືອບ 120 USD/ຖັງ ໃນວັນທີ 09 ມີນາ, ຍ້ອນບັນດາການຜັນແປຂອງການປະທະກັນທີ່ຮ້າຍແຮງຢູ່ ຕາເວັນອອກກາງ.
ທ່ານ Fatih Birol ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ IEA
(ພາບ: REUTERS/Yves Herman)

        ວັນທີ 11 ມີນາ, ອົງການພະລັງງານສາກົນ (IEA) ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງອົງການນີ້ຈະປ່ອຍນ້ຳມັນທີ່ເກັບສຳຮອງໄວ້ຈຳນວນ 400 ລ້ານຖັງ ເພື່ອຫຼຸດຜ່ອນຜົນກະທົບຂອງການປະທະກັນຢູ່ ຕາເວັນອອກກາງ. ນີ້ແມ່ນການປ່ອຍນ້ຳມັນອອກຄັ້ງໃຫຍ່ທີ່ສຸດຂອງ IEA.

        ໃນຖະແຫຼງການສະບັບໜຶ່ງ, ທ່ານ Fatih Birol ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ IEA ເນັ້ນໜັກເຖິງບັນດາສິ່ງທ້າທາຍໃນຕະຫຼາດນ້ຳມັນ ເຊິ່ງໂລກພວມປະເຊີນໜ້າມີ “ຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ”. ສະນັ້ນ, ບັນດາປະເທດ IEA ກໍ່ຈະມີປະຕິກິລິຍາດ້ວຍ “ການກະທຳຮີບດ່ວນລວມໝູ່, ດ້ວຍຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ”. ຖະແຫຼງການທາງການໄດ້ຍົກອອກມາພາຍຫຼັງກອງປະຊຸມສຸກເສີນຂອງ 32 ປະເທດສະມາຊິກ IEA ກັບກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າໂລກ (G7).

        ລາຄານ້ຳມັນໄດ້ເພີ່ມຂຶ້ນເກືອບ 120 USD/ຖັງ ໃນວັນທີ 09 ມີນາ, ຍ້ອນບັນດາການຜັນແປຂອງການປະທະກັນທີ່ຮ້າຍແຮງຢູ່ ຕາເວັນອອກກາງ.

TAG
VOV/VOVworld/ການ​ກະ​ທຳ/​ຮີບ​ດ່ວນ/​ລວມ​ໝູ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ