ການ Livestream ຂາຍສິນຄ້າ (ພາບ: VOV) |
ເມື່ອເຮົາຂາຍສິນຄ້າໃນແອັບສື່ສັງຄົມອອນໄລ ແລະ Livestream ຢູ່ Tiktok, ເຫັນວ່າ ຈຳນວນໃບສັ່ງຊື້ສິນຄ້າເພີ່ມຂຶ້ນຫຼາຍ ແລະ ໄວ. ນອກຈາກນັ້ນ, ທາງ Tiktok ກໍ່ໜູນຊ່ວຍບັນດາລະຫັດຫຼຸດລາຄາດັ່ງນັ້ນ ເມື່ອລູກຄ້າຊື້ສິນຄ້າໃນ Livestream ກໍ່ໄດ້ຮັບໂປຼໂມຊັ່ນຫຼາຍຢ່າງ, ໄດ້ຮັບການໜູນຊ່ວຍໂດຍກົງ. ທຸກຄົນສາມາດຖາມທຸກສິ່ງທຸກຢ່າງທີ່ຂ້ອງໃຈກ່ຽວກັບສິນຄ້າ.
ໃຊ້ເວລາພຽງແຕ່ 2 – 3 ນາທີເຂົ້າໃນແອັບສື່ສັງຄົມອອນໄລຕ່າງໆໃນປັດຈຸບັນ, ຜູ້ນຳໃຊ້ອາດຈະເຂົ້າເຖິງບັນດາລາຍການ Livestream ດ້ວຍຫຼາຍຜະລິດຕະພັນທີ່ອຸດົມສົມບູນ, ນັບແຕ່ໂສ້ງເສື້ອຕະຫຼອດຮອດຜະລິດຕະພັນກະເສດ, ສິນຄ້າລະດັບປານກາງຮອດລະດັບສູງ. ຜູ້ແນະນຳ ແລະ ຂາຍສິນຄ້າອາດຈະແມ່ນຊາວກະສິກອນ, ພໍ່ຄ້າ, ແມ່ຄ້າ, ຜູ້ຕາງໜ້າວິສາຫະກິດ, ບາງເທື່ອກໍ່ແມ່ນຜູ້ທີ່ມີຊື່ສຽງ.
Livestream ຂາຍສິນຄ້າໄດ້ຮັບຖືວ່າແມ່ນທິດທາງຕ້ອງເປັນໄປ ເມື່ອພື້ນຖານໂຄງລ່າງເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ບັນດາພື້ນຖານໜູນຊ່ວຍຢູ່ ຫວຽດນາມ ພວມນັບມື້ນັບພັດທະນາ. ຂະບວນການຂົນສົ່ງຖືກ, ວ່ອງໄວ ແລະ ມີຄວາມໝັ້ນໃຈ. ຮູບແບບຂາຍສິນຄ້ານີ້ລົບລ້າງຂັ້ນຕອນສື່ກາງ, ນຳຜະລິດຕະພັນຈາກບ່ອນຜະລິດໄປເຖິງມືຜູ້ບໍລິໂພກເລີຍ. ເພາະສະນັ້ນ, ຜູ້ຜະລິດອາດຈະມີລາຍຮັບດີກ່ວາ, ສ່ວນຜູ້ບໍລິໂພກກໍ່ຊື້ສິນຄ້າຈາກບ່ອນຜະລິດດ້ວຍລາຄາທີ່ເໝາະສົມ. ເອື້ອຍ ຫງວຽນທິໝີ, ລູກຄ້າທີ່ເຄີຍຊື້ສິນຄ້າແບບທາງໄກ ໃຫ້ຮູ້ວ່າ:
ການສັ່ງຊື້ສິນຄ້າອອນໄລ ແລະ ໃນແອັບສື່ສັງຄົມອອນໄລ ມີລາຄາທີ່ເໝາະສົມກ່ວາ, ຄຸນນະພາບກໍ່ດີ, ເປັນຕົ້ນແມ່ນຊື້ສິນຄ້າຂອງບັນດາຫົວໜ່ວຍທີ່ມີອິດທິພົນຊື່ສຽງ. ສິ່ງນີ້ກໍ່ເໝາະສົມກັບຜູ້ທີ່ຄາວຽກຫຼາຍຄືຂ້າພະເຈົ້າ.
ການພັດທະນາຢ່າງແຮງຂອງຮູບແບບ Livestream ກໍ່ຄືບັນດາແອັບການຄ້າເອເລັກໂຕນິກພວມສ້າງກະແສປ່ຽນແປງຮູບແບບຂາຍສິນຄ້າຢູ່ ຫວຽດນາມ. ສິ່ງນີ້ກໍ່ໄດ້ສ້າງບັນດາສິ່ງທ້າທາຍຄືຕ້ອງການບຸກຄະລາກອນ marketing/sales ທີ່ມີທັກສະເພື່ອ Livestream ຂາຍເຄື່ອງ. ມີຫຼາຍແຂວງ, ນະຄອນກໍ່ກຳໄດ້ທ່າອ່ຽງໂດຍໄວ,ເປີດຊຸກບຳລຸງສ້າງທັກສະຂາຍສິນຄ້າທາງ Livestream ໃຫ້ແກ່ຊາວກະສິກອນ ເພື່ອສົ່ງເສີມການຂາຍບັນດາຜະລິດຕະພັນທ້ອງຖິ່ນ. ອ້າຍ ຫງວຽນມິງເຕິນ, ຄູສອນການບຳລຸງສ້າງທັກສະLivestream ຂາຍສິນຄ້າ ໃຫ້ຮູ້ວ່າ:
ປັດຈຸບັນ, ທ່າອ່ຽງ Livestream ຂາຍເຄື່ອງພວມກາຍເປັນທ່າອ່ຽງທີ່ພັດທະນາທີ່ສຸດ. ເຖິງວ່າຢູ່ບັນດາປະເທດ ທ່າອ່ຽງນີ້ໄດ້ພັດທະນາໃນຫຼາຍປີມານີ້ກໍຕາມ, ແຕ່ຢູ່ ຫວຽດນາມ ນັບແຕ່ເວລາມີ Tiktok shop, ການLivestream ຂາຍເຄື່ອງກໍ່ໄດ້ຮັບການເປີດກວ້າງ ແລະ ທຸກໆຄົນສາມາດ Livestream ຂາຍເຄື່ອງໃນແອັບນີ້. ດ້ວຍບັນດາຊົ່ວໂມງຮຽນ, ຂ້າພະເຈົ້າ ລ້ວນແຕ່ມີການປະຕິບັດໃນຕົວຈິງ ເພາະວ່າ ຖ້າມີແຕ່ຮຽນທິດສະດີ ບໍ່ມີການປະຕິບັດຕົວຈິງ ການ Livestream ຂາຍເຄື່ອງຈະບໍ່ມີປະສິດທິຜົນ.
ອ້າຍ ຫງວຽນມິງເຕິນ, ຄູສອນການບຳລຸງສ້າງທັກສະLivestream ຂາຍສິນຄ້າ (ພາບ: ຫງວຽນມິງເຕິນ) |
ພ້ອມກັນການບຳລຸງສ້າງການຂາຍເຄື່ອງ Livestream ຢ່າງມີແບບມີແຜນ, ບັນດາແຂວງ, ນະຄອນ, ສະມາຄົມຂະແໜງສິນຄ້າ ກໍ່ໄດ້ເອົາໃຈໃສ່ເຖິງການເຊື່ອມຕໍ່ລະຫວ່າງຄົນຊື້ ແລະ ຄົນຂາຍ, ສ້າງລະບົບສະໜອງທີ່ປອດໄພ ແລະ ໝັ້ນຄົງ, ເພີ່ມທະວີລັກສະນະຂອງບັນດາຝ່າຍໃນວິວັດການແຈກຢາຍສິນຄ້າ. ຄວາມຮັບຜິດຊອບຢູ່ທີ່ນີ້ ບໍ່ພຽງແຕ່ຂອງຜູ້ສະໜອງໃນການຮັບປະກັນຄຸນນະພາບສິນຄ້າເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງຜູ້ຂາຍຍ່ອຍໃນການກຳນົດທິດ, ໜູນຊ່ວຍການຜະລິດ, ຄວາມຮັບຜິດຊອບຂອງຜູ້ບໍລິໂພກໃນການຕິດຕາມກວດກາ ແລະ ທັງຄວາມຮັບຜິດຊອບຂອງອົງການຄຸ້ມຄອງລັດ ໃນການສ້າງລະບົບສະໜອງທີ່ປອດໄພ, ໝັ້ນຄົງ.
ທີ່ການເຊັນໂຄງການຮ່ວມມືຄວບຄຸມຄຸນນະພາບສິນຄ້າລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນ, ກຸ່ມບໍລິສັດຂາຍຍ່ອຍ, ບັນດາຕະຫຼາດການຄ້າເອເລັກໂຕນິກ, ບັນດາຕະຫຼາດ, ວິສາຫະກິດ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ
ດ້ວຍຄວາມປາດຖະໜາບໍ່ພຽງແຕ່ຢາກເຊື່ອມຕໍ່ໜູນຊ່ວຍການບໍລິໂພກສິນຄ້າເທົ່ານັ້ນ, ພວກຂ້າພະເຈົ້າຍັງເຊື່ອມຕໍ່ທາງໄກຕະຫຼອດ 24ຊົ່ວໂມງ, ເຊື່ອມຕໍ່ການສ້າງເຄື່ອງໝາຍ. ຜ່ານນັ້ນ, ກໍ່ສ້າງພື້ນຖານເທື່ອລະກ້າວມຸ່ງໄປເຖິງການສ້າງລະບົບສະໜອງແບບໝັ້ນຄົງ, ປອດໄພ ແລະ ປອດໃສ.
ໃນສະພາບການການຄ້າເອເລັກໂຕນິກ ແລະ ເຕັກໂນໂລຢີດີຈີຕອນ ຢູ່ ຫວຽດນາມ ນັບມື້ນັບພັດທະນາ, Livestream ພວມກາຍເປັນເຄື່ອງສືສຳຄັນຊ່ວຍບັນດາບໍລິສັດ ຫວຽດນາມ ເຂົ້າເຖິງລູກຄ້າແບບໂດຍກົງ ແລະ ມີປະສິດທິຜົນ. ການສ້າງແອັບ Livestreamແມ່ນເພື່ອອາດຈະຮັບປະກັນບັນດາການເຄື່ອນໄຫວຂອງຕົນໃນການພັດທະນາແບບຍືນຍົງແມ່ນວິທີການເພື່ອໃຫ້ບັນດາວິສາຫະກິດ, ນັກຜະລິດ, ຊາວກະສິກຳ… ນຳຜະລິດຕະພັນຂອງຕົນເຂົ້າເຖິງຜູ້ບໍລິໂພກເປັນຈຳນວນຫຼາຍ.




