logo

NASA ຈະ​ຢຸດ​ຊົ່ວ​ຄາວ​ໂຄງ​ການ​ກໍ່​ສ້າງ​ສະ​ຖາ​ນີ​ອາ​ວະ​ກາດ​ໃນ​ວົງ​ໂຄ​ຈອນດວງ​ຈັນ

2026/3/25 | 09:07:32
(VOVWORLD) -  ວັນທີ 24 ມີນາ, ທ່ານ Jared Isaacman  ຜູ້ອຳນວຍການອົງການການບິນອາວະກາດ ອາເມລິກາ (NASA) ໃຫ້ຮູ້ວ່າ ອົງການນີ້ ມີແຜນການຢຸດຕິຊົ່ວຄາວໂຄງການ Gateway ທີ່ເຄີຍແນໃສ່ສ້າງສະຖານີອາວະກາດໃນວົງໂຄຈອນດວງຈັນ ແລະ ແທນທີ່ນັ້ນແມ່ນຈະສຸມໃສ່ສ້າງ “ຖານທີ່ໝັ້ນ” ໃນໜ້າດວງຈັນ.

ຕາມທ່ານ Jared Isaacman  ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງກ່ຽວກັບອຸປະກອນກໍຕາມ, ແຕ່ NASA ຈະນຳໃຊ້ຄືນບັນດາອຸປະກອນທີ່ເໝາະສົມ ແລະ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືສາກົນໃຫ້ການໜູນຊ່ວຍເພື່ອບັນລຸໄດ້ບັນດາເປົ້າໝາຍນີ້. ອົງການອາວະກາດເອີຣົບ (ESA) ພ້ອມກັບບັນດາອົງການຈັດຕັ້ງສາກົນອື່ນ ແມ່ນບັນດາຄູ່ຮ່ວມມືໃນໂຄງການ Gateway.

NASA ຍົກອອກແຈ້ງການດັ່ງກ່າວ ພາຍຫຼັງທີ່ປ່ຽນແປງໂຄງການພະຈົນໄພ ດວງຈັນ Artemis ທີ່ເຄີຍແນໃສ່ສົ່ງຄົນ ອາເມລິກາ ກັບຄືນສູ່ດວງຈັນ ແລະ ສ້າງການມີໜ້າຍາວນານຢູ່ຫັ້ນ.   

TAG
VOV/VOVworld/NASA ຈະ​ຢຸດ​ຊົ່ວ​ຄາວ​ໂຄງ​ການ​ກໍ່​ສ້າງ​ສະ​ຖາ​ນີ​ອາ​ວະ​ກາດ​ໃນ​ວົງ​ໂຄ​ຈອນດວງ​ຈັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ