logo

NATO ຢັ້ງ​ຢືນ​ວ່າ ​ຈະສືບ​ຕໍ່​ໃຫ້​ການ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃຫ້​ແກ່ ຢູ​ແກຼນ

2026/3/27 | 07:46:54
(VOVWORLD) -  ໃນສະພາບການປະທະກັນຢູ່ ຕາເວັນອອກກາງເຄັ່ງຕຶງຂຶ້ນ ແລະ ກໍ່ກຳລັງກົດດັນຢ່າງໃຫຍ່ຫຼວງຕໍ່ສາງອາວຸດສຳຮອງຂອງຝ່າຍຕາເວັນຕົກນັ້ນ, ຢູແກຼນ ຍັງສືບຕໍ່ໄດ້ຮັບການຊ່ວຍເຫຼືອດ້ານການທະຫານທີ່ສຳຄັນເພື່ອຮັກສາກຳລັງຄວາມສາມາດປ້ອງກັນຕົວ.
ທ່ານ Mark Rutte  ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ກ່າວຄຳເຫັນໃນວາລະປະກາດບົດລາຍງານປະຈຳປີຂອງ ສະຫະພາບຢູ່ ບຣຸກແຊັນ ໃນວັນທີ 26 ມີນາ (ພາບ: REUTERS/Omar Havana)

 ທ່ານ Mark Rutte  ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ຢັ້ງຢືນສິ່ງດັ່ງກ່າວໃນວາລະປະກາດບົດລາຍງານປະຈຳປີຂອງ ສະຫະພາບຢູ່ ບຣຸກແຊັນ ໃນວັນທີ 26 ມີນາ.

        ທ່ານເລຂາທິການໃຫຍ່ NATO ເນັ້ນໜັກວ່າ ບັນດາອຸປະກອນທີ່ຈຳເປັນຍັງຄົງໄດ້ຮັບການຂົນສົ່ງໄປຍັງ ຢູແກຼນ ຢ່າງຕໍ່ເນື່ອງ. ອຸປະກອນຈຳນວນຫຼາຍພໍສົມຄວນຍັງໄດ້ຮັກສາການສະໜອງຜ່ານໂຄງການບັນຊີລາຍຊື່ຄຳຮຽກຮ້ອງບຸລິມະສິດຂອງ ຢູແກຼນ (PURL), ເຊິ່ງເປັນກົນໄກທີ່ໄດ້ຮັບການຜັນຂະຫຍາຍແຕ່ປີກາຍ ໂດຍແນໃສ່ອະນຸຍາດໃຫ້ບັນດາປະເທດ ເອີຣົບ ໃຫ້ການຊ່ວຍເຫຼືອ ເພື່ອໃຫ້ Kiev ຮັບອາວຸດຈາກ ອາເມລິກາ. ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງແຫຼ່ງສະໜອງຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ NATO ຮຽກຮ້ອງໃຫ້ບັນດາປະເທດ ເອີຣົບ ເປີດກວ້າງກຳລັງແຮງການຜະລິດອຸດສາຫະກຳປ້ອງກັນຊາດຢ່າງວ່ອງໄວ.

      

TAG
VOV/VOVworld/NATO/ໜູນ​ຊ່ວຍ ຢູ​ແກຼນ/ສະ​ໜອງ​ອາ​ວຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ