logo

OPEC+ ເພີມ​ປະ​ລິ​ມານ​ນ້ຳ​ມັນ

2026/3/2 | 09:19:57
(VOVWORLD) - ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.

ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມ ປະລິມານນ້ຳມັນໜ້ອຍໜຶ່ງ ໃນກອງປະຊຸມວັນທີ 1 ມີນາ. ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.

OPEC+ ເຫັນດີກ່ຽວກັບຫຼັກການ ເພີ່ມປະລິມານການຂຸດຄົ້ນຕື່ມອີກ 206.000ຖັງ/ວັນ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງບັນດາສະມາຊິກຊັ່ງຊາຫຼາຍແຜນການ, ດ້ວຍບັນດາວິທິການສະເໜີແຕ່ 137.000ຖັງ/ວັນຂຶ້ນເຖິງ 548.000ຖັງ/ວັນ. ການກະທຳເພີ່ມປະລິມານໄດ້ຮັບຄວາມຄາດຫວັງ ຈະຫຼຸດຜ່ອນກຳລັງດັ່ນຂາດເຂີນແຫຼ່ງສະໜອງທົ່ວໂລກ, ພິເສດພາຍຫຼັງ ຊ່ອງແຄບ Hormuz ເຊິ່ງແມ່ນເສັ້ນທາງທະເລຫຼັກແຫຼ່ງ ຂົນສົ່ງ ກວ່າ 20%ປະລິມານນ້ຳມັນໃນທົ່ວໂລກ ຖືກປິດລ້ອມແຕ່ວັນທີ 28 ກຸມພາ ຕາມຄຳກ່າວເຕືອນຂອງ ຝ່າຍອີຣານ.

ເຖິງວ່າ OPEC+ ມີມູນເຊື້ອເພີ່ມປະລິມານເພື່ອຊົດເຊີຍຄວາມຂາດເຂີນ ແຕ່ວົງການນັກໄຈ້ແຍກກ່າວເຕືອນວ່າ ຄວາມສາມາດໃນການຜະລິດສຳຮອງໃນປັດຈຸບັນຂອງກຸ່ມແມ່ນຈຳກັດທີ່ສຸດ.

TAG
VOV/VOVworld/OPEC+/ນ້ຳ​ມັນ/ປະ​ລິ​ມານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ