logo

TPPຊ່ວຍຫວຽດນາມຍູ້ແຮງການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບ

2016/2/27 | 08:36:45
ມາ​ເລ​ເຊຍ, ບຣູ​ໄນ ​ແລະ ສິງ​ກາ​ໂປ, ຫວຽດນາມ ອາດ​ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ເມື່ອ TPP ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການ.

ພາບປະກອບ

(vovworld) – TPP ຊ່ວຍ ​ຫວຽດນາມ ຍູ້​ແຮງ​ການ​ສົ່ງ​ອອກ​ເຄື່ອງ​ຕຳ​່​ແຜ່​ນຕັ​ດຫຍິບ  - ຜູ້ອຳນວຍ​ການ​ເຂດ ອາຊີ ຂອງສູນຄົ້ນ​ຄ້ວາການ​ລົງທຶນ​ຂຶ້ນ​ກັບ​ໜັງສືພິມ​ລາຍ​ວັນ​ກາ​ນ​ເງິນ (Financial Times – ອັງກິດ David Robinson ​ໄດ້​ໃຫ​້ຂໍ້​ສັງ​ເກດ​ຄື​ແນວ​ນັ້ນ. ທ່ານ Robinson ຍັງ​ເນັ້ນ​ໜັກ​ວ່າ: ​ເມື່ອ​ທຽບ​ໃສ່ 3 ປະ​ເທດ​ສະມາຊິກ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ: ມາ​ເລ​ເຊຍ, ບຣູ​ໄນ ​ແລະ ສິງ​ກາ​ໂປ, ຫວຽດນາມ ອາດ​ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ເມື່ອ TPP ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການ. ​ເຄື່ອງ​ຕຳ​່​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ ​ແມ່ນ​ບັນດາ​ຂົງ​ເຂດ​ພັດທະນາ​ໄວ ​ແລະ ກວມ​ອັດຕາ​ສ່ວນສູງ​ພໍ​ສົມຄວນ​ໃນ​​ໂຄງ​ປະກອບ​ສິນຄ້າ​ສົ່ງ​ອອກ​ຂອງ ຫວຽດນາມ. ນີ້​ກໍ່​ຈະ​ແມ່ນ​ບັນດາ​ຂົງ​ເຂດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ​່ສຸ​ດ​ເມື່ອ TPP ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຢ່າງ​ເປັນ​ທາງ​ການ.

        ຕາມ​ອົງການ​ການ​ຄ້າ​ໂລກ (WTO) ​ແລ້ວ, ປະຈຸ​ບັນ, ອາ​ເມ​ລິ​ກາ ພວມ ຈັດ​ວາງ​ອັດຕາ​ນຳ​ເຂົ້າ​ສຳລັບ​​ເກີບ​ໜັງ​ຂອງ ຫວຽດນາມ ດ້ວຍ​ລະດັບ​ສູງ​ສຸດ​ອາດ​ຈະ​ແມ່ນ 48%. ​ໃນ​ຂະນະ​ນັ້ນ​, ບາງ​ປະ​ເພດ​ສິນຄ້າ​ຕຳ່​ແຜ່ນ​ຕັດຫຍິບ​ລະອຽດ​ຈະ​ຕ້ອງ​​ເສຍ​ພາສີ 20%. ​ເມື່ອ TPP ມີ​ຜົນ​ສັກສິດ, ບັນດາ​ປະ​ເພດ​ພາສີ​ນຳ​ເຂົ້າ​ຈະ​ແມ່ນ 0% ຫຼື ​​ເກືອບ 0% ​ໂດຍ​ອີງ​ໃສ່​ແຕ່ລະປະ​ເພດສິນຄ້າ. ​ເປັນ​ອັນວ່າ TPP ອາດຈະ​ຊ່ວຍ​ໃຫ້ ຫວຽດນາມ ​ເພີ່ມ​ອັດຕາ​ສ່ວນ​ເຄື່ອງ​ຕຳ່​ແຜ່​ນຕັ​ດຫຍິບ ​ແລະ ​ເກີບ​ໜັງ​ຢູ່ ອາ​ເມ​ລິ​ກາ ຂຶ້ນ​ທົບ 2 ​ເທົ່າ, ​ແລະ ບັນລຸ​ລະດັບ 30% ​ໃນ​ປີ 2020.

TAG
vovworld/TPP

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ