logo

The Rieng – ແຫ່ງ​ທີ່ຜູ້​ຫູໜວກ​ປາກ​ກືກ​ເຊື່ອມ​ຕໍ່​ຄວາມ​ໄຝ່​ຝັນ

2025/8/7 | 08:00:47
(VOVWORLD) - 

The Rieng ແມ່ນຮ້ານນ້ອຍຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ຊື່ງໄດ້ຖືກສ້າງຕັ້ງຂຶ້ເພື່ອຢາກສ້າງສະຖານທີ່ເຮັດວຽກໃຫ້ແກ່ຄົນພິການ. The Rieng ໄດ້ກາຍເປັນແຫ່ງທີ່ບັນດາເພື່ອນໜຸ່ມຫູໜວກປາກກືກ ສາມາດເສີມຂະຫຍາຍຄວາມສາມາດຂອງຕົນ, ໄດ້ຮັບການຍອມຮັບ ແລະ ເຊື່ອໝັ້ນຕົນເອງໃນການເຊື່ອມຕໍ່ກັບປະຊາຄົມ.

 
(ພາບ: Khanh Long-VNP)

   ແຕ່ລະມື້, ເຈິ່ນທູເຟືອງ ໄດ້ຂີ່ລົດເມປະມານ 20 ກມ ຈາກເຂດຊານເມືອງໄປ The Rieng ຢູ່ໃຈກາງນະຄອນ ຮ່າໂນ້ຍ ເພື່ອເຮັດວຽກ. ເຖິງວ່າການໄປມາປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ ເຟືອງ ກໍ່ບໍ່ຢາກເຮັດວຽກງານອື່ນ ຍ້ອນວ່າ ຢູ່ The Rieng ບ່ອນເຮັດວຽກຂອງ ເຟືອງ ມີບັນດາເພື່ອນຜູ້ຫູໜວກປາກກືກຄືລາວ. ສິ່ງສຳຄັນກ່ວາ ນັ້ນແມ່ນ, ຢູ່ທີ່ນີ້, ເຟືອງ ຈະມີໂອກາດສະແດງຄວາມປະດິດສ້າງຂອງຕົນດ້ວຍວຽກງານທີ່ລາວຮັກມັກ. ຍ້ອນບໍ່ສາມາດໄດ້ຍິນ, ບໍ່ສາມາດເວົ້າໄດ້, ສະນັ້ນ, ໃນບັນດາໂອກາດພິເສດ, ເຟືອງ ຕ້ອງການຜູ້ຊ່ວຍແປພາສາສັນຍານ (ພາສາມື) ໃຫ້.

    ຫງວຽນເຟືອງຮ່າ ເພື່ອນຜູ້ໜຶ່ງຂອງ ເຟືອງ ໄດ້ແປຈາກພາສາສັນຍານຂອງ ເຟືອງ ໃຫ້ຜູ້ຟັງ.

ເຟືອງ ມັກວຽກງານຂອງຕົນບໍ່? ເປັນຫຍັ?

ກ່ອນນີ້ ເຟືອງກໍ່ ໄດ້ເຮັດວຽກຢູ່ບ່ອນອື່ນ ແຕ່ຍາກຫຼາຍ. ຮູບແບບສະຫງວນໃຫ້ແກ່ຄົນຫູໜວກແມ່ນເໝາະສົມທີ່ສຸດ. ພະລາກອນທຸກຄົນຢູ່ທີ່ນີ້ ລ້ວນແຕ່ໄດ້ໃຊ້ພາສາສັນຍານ. ຂ້າພະເຈົ້າມັກວຽກງານຢູ່ທີ່ນີ້ທີ່ສຸດ, ດຍສະເພາະແມ່ນວຽກປຸງແຕ່ນ້ຳ, ເຫັນແຂກພໍໃຈກັບນ້ຳທີ່ຕົນເອງປຸງແຕ່ງນັ້ນ ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫຼາຍ.

ສ່ວນ ເລືອງຫວຽດກວາງ ຜູ້ບ່າວອາຍຸ 19 ປີ ພັດມັກສຽງອື່ນ:

 ກວາງ ບໍ່ໄດ້ຍິນສຽງ ແຕ່ຍັງສາມາດຮູ້ສຶກໄດ້ເຖິງການສັ່ນຂອງເຄື່ອງ ເມື່ອແຂກກົດໃສ່ເຄື່ອງອຸປະກອນເຊື່ອມຕໍ່ຢູ່ເທິງໂຕະ ເພື່ອຂໍການບໍລິການໃນຮ້ານ. ໃນຂະນະນັ້ນ, ຫງວຽນທິກີມແອັງ ຜູ້ທີ່ເປັນພຽງແຕ່ຜູ້ຊ່ວຍວຽກມາຫຼາຍປີ ຍ້ອນວ່າຢູ່ຫຼາຍແຫ່ງ, ບໍ່ມີຜູ້ໃດເຊື່ອໝັ້ນວ່າ ຄົນຫູໜວກປາກກືກຈະສາມາດເຂົ້າໃຈ ແລະ ເຮັດວຽກທີ່ຖືກມອບໃຫ້ເປັນຢ່າງດີໄດ້, ແຕ່ວ່າຢູ່ The Rieng, ກີມແອັງ ໄດ້ເຮັດວຽກງານເກັບເງິນ ຊື່ງແມ່ນວຽກທີ່ໃໝ່ອ່ຽມສຳລັບນາງ.

   ເພື່ອນ ຟ້າມທາຍຮ່າ ລູກຄ້າຂອງ The Rieng, ໃຫ້ຮູ້ວ່າ:

   ເຖິງວ່າພວກເພື່ອນບໍ່ສາມາດເວົ້າແບບທຳມະດາກັບຂ້າພະເຈົ້າ ແຕ່ດ້ວຍຄວາມສຸດຈິດສຸດໃຈ, ຄວາມລອບຄອບຖີ່ຖ້ວນຂອງພວກເພື່ອນ ໄດ້ສະແດງໃຫ້ເຫັນຜ່ານສາຍຕາ ຫຼືເຄື່ອງອຸປະກອນໜູນຊ່ວຍ, ຫຼືວ່າເມື່ອພວກເພື່ອນສອນພາສາສັນຍານໂດຍພື້ນຖານໃຫ້ຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າສິ່ງນີ້ມີຄວາມໝາຍທີ່ສຸດ.

    ປິ 2019, ພາຍຫຼັງໄດ້ພົບກັບເພື່ອນຫູໜວກປາກກືກຜູ້ໜຶ່ງໂດຍບັງເອີນ, ປະຈຸບັນພວມເປັນຜູ້ບໍລິຫານດ້ານບຸກຄະລາກອນຢູ່ The Rieng,  ຫວູວັນຢຸງ ໄດ້ມີຄວາມຄິດເປີດຮ້ານກິນດື່ມສະເພາະໃຫ້ແກ່ປະຊາຄົມຜູ້ຫູໜວກປາກກືກ. ແຕ່ຮອດປີ 2024, The Rieng ຈຶ່ງສາມາດເຂົ້າເຄື່ອນໄຫວໄດ້ ພາຍຫຼັງໄດ້ໂຈະໄວເປັນຫຼາຍເທື່ອ. ເຖິງວ່າໄດ້ຄັດເລືອກ, ບຳລຸງສ້າງອັນເປັນພື້ນຖານແລ້ວກໍ່ຕາມ ແຕ່ ຫວູວັນຢຸງ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ:

    ພວກເພື່ອນມີຄວາມສຸດຈິດສຸດໃຈ, ມີລະບຽບວິໄນດີ. ຂ້າພະເຈົ້າຢາກສ້າງໂອກາດເຮັດວຽກໃຫ້ແກ່ພວກເພື່ອນ ເພື່ອສາມາດເຊື່ອມຕົວເຂົ້າກັບສັງຄົມ. ພາຍຫຼັງເກັບຄືນເງິນລົງທຶນແລ້ວ, ກຳໄລທັງໝົດທີ່ຍັງເຫຼືອຈະຖືກສະຫງວນໃຫ້ແກ່ກອງທຶນການສຶກສາຄົນຫູໜວກ ແລະ ຜູ້ເປັນໂລກມະເຮັງທີ່ປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າຢາກເຊື່ອມຕໍ່ລະຫວ່າງຄົນພິການ ກັບຄົນທຳມະດາ.

   ເມື່ອອຳລາ ແລະ ນັດພົບກັນໃໝ່ກັບລູກຄ້າ, ບັນດາເພື່ອນພະນັກງານຢູ່ The Rieng ຈະເຮັດສັນຍານຮູບຫົວໃຈດ້ວຍນີ້ວມື ພ້ອມດ້ວຍຮອຍຍີ້ມແທນຄຳຂອບອົກຂອບໃຈ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ລະມື້, ພວກເພື່ອນຍັງມານະພະຍາຍາມເຮັດວຽກ, ເຊື່ອມຕົວ, ສ້າງບັນດາຄຸນຄ່າເພື່ອຢັງຢືນຕົວເອງ ແລະ ເຊື່ອໝັ້ນຕໍ່ຕົນເອງ, ບືນຕົວຂຶ້ນໃນການດຳລົງຊີວິດ./.

TAG
VOV/VOVworld/The Rieng – ແຫ່ງ​ທີ່ຜູ້​ຫູໜວກ​ປາກ​ກືກ​ເຊື່ອມ​ຕໍ່​ຄວາມ​ໄຝ່​ຝັນ/ຫງວຽນເຟືອງຮ່າ/ຫວູວັນຢຸງ/ເລືອງຫວຽດກວາງ ຜູ້ບ່າວອາຍຸ 19 ປີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ