logo

VOV ຮຽກຮ້ອງມອບວັດຖຸພັນ

2015/4/3 | 04:46:13
ຫວັງ​ວ່າ​, ທ່ານ​ຜູ້​ຟັງ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຈະສະໜອງ​ບັນດາ​ຂໍ້​ມູນ, ​ເອກະສານ​ດ້ວຍ​ຮູບ​ພາບ, ນຳ້​ສຽງ, ວັດຖຸ​ພັນ…ທີ່​ກ່ຽວຂ້ອງ​ເຖິງ​ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ນັບ​ແຕ່​ເດືອນ 9/1945 ມາ​ຮອດ​ປະຈຸ​ບັນ.

ວິທະຍຸ​ກະຈາຍສຽງ​ຫວຽດນາມ, 58 ຖະໜົນ​ກວ໋ານສື໋,​ ຮ່າ​ໂນ້ຍ

“ທີ່​ນີ້​ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ກະຈາຍສຽງ​ຈາກ​ຮ່າ​ໂນ້ຍ, ນະຄອນຫຼວງ​ຂອງ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ“

ພ້ອມ​ກັບ​ຄຳ​ລິ​ເລີ່​ມນັ້ນ, ວັນ​ທີ 7/9/1945, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. 70 ປີຜ່ານ​ມາ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ພ້ອມ​ກັບ​ທົ່ວ​ປະ​ເທດ, ​ໄດ້ເຊື່ອມ​ຕໍ່ສຽງ​ເວົ້າ ​ແລະ ຫົວ​ໃຈ​ຂອງ​ຊາວ​ຫວຽດນາມ ​ນັບ​ລ້ານ​ຄົນນຳ​ກັນ.

​ເຖິງ​ວ່າການ​ເວລາ​ຈະ​ລ່ວງ​ເລີຍ​ໄປ​​ກໍ່ຕາມ, ​ແຕ່​ອະນຸສອນ​​ແຫ່ງຊຸມ​ມື້​ນັ້ນ​ຍັງ​ຄົງ​​ຮັກສາ​ໄວ້​ຢູ່. ມຸ່ງ​ໄປ​ເຖິງການສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ (7/9/1945-7/9/2015), ຫ້ອງການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ດຳ​ເນີນ​ການ​ກໍ່ສ້າງ​ຫ້ອງ​ມູນ​ເຊື້ອ, ​ເພື່ອ​ແນ​ໃສ່​ຮັກສາ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ​ ໄວ້​ໃຫ້​ລຸ້ນປະຈຸ​ບັນ ​ແລະ ລຸ້ນຕໍ່ໆ​ໄປ.

​ເນື່ອງ​ໃນ​ໂອກາດ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫວັງ​ວ່າ​, ທ່ານ​ຜູ້​ຟັງ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຈະສະໜອງ​ບັນດາ​ຂໍ້​ມູນ, ​ເອກະສານ​ດ້ວຍ​ຮູບ​ພາບ, ນຳ້​ສຽງ, ວັດຖຸ​ພັນ…ທີ່​ກ່ຽວຂ້ອງ​ເຖິງ​ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ນັບ​ແຕ່​ເດືອນ 9/1945 ມາ​ຮອດ​ປະຈຸ​ບັນ. ພິ​ເສດ​ແມ່ນ​ບັນດາ​ຂໍ້​ມູນ, ວັດຖຸ​ພັນ ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ​ຂອງ​ຊາດ. ​ເອກະສານ​ທັງ​ໝົດ​ເຫຼົ່າ​ນັ້ນ​ຈະ​ເປັນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ ​ແລະ ​ເປັນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ​ໃຫຍ່​ຫຼວງ​ທີ່​ສຸດ​ສຳລັບ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ.

ຂໍ້​ມູນ​ສະໜອງ​ທັງ​ໝົດ​ຂໍ​ຝາກ​​ເຖິງ​: ນາງ ຫງວຽນ​ກິມ​ເຟື້ອງ, ຫ້ອງການວິທະຍຸ​ກະຈາຍສຽງ​ຫວຽດນາມ, 58 ຖະໜົນ​ກວ໋ານສື໋,​ ຮ່າ​ໂນ້ຍ, ​ໂທລະສັບ: 01687738545 ຫຼື 04.39365217.

ວິທະຍຸ​ກະຈາຍສຽງ​ຫວຽດນາມຂໍ​ຂອບ​ໃຈ!

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ