VOV WorldVOV World
ອາ​ຊີບ​ລ້ຽງ​ເຜິ້ງ​ຢູ່​ເຂດ​ປ່າ ອູ​ມິນ​ໃຕ້ ໃນ​ສະ​ໄໝ​ເຕັກ​ໂນ​ໂລ​ຊີ
27/05/2022 10:01
(VOVWORLD) - ອາຊີບລ້ຽງເຜິ້ງຂອງ ປຊຊ ຢູ່ເຂດປ່າອູມິນໃຕ້ (ແຂວງກ່າເມົາ) ແມ່ນອາຊີບທີ່ເປັນມູນເຊື້ອ, ໄດ້ຮັບການຮັບຮອງເອົາແມ່ນມໍລະດົກລະດັບຊາດ. ບັນດາລຸ້ນກ່ອນໄດ້ຖອດຖອນເປັນບົດຮຽນທີ່ມີຄ່າ, ເປັນຫຼັກແຫຼ່ງແກ່ນສານເພື່ອຊ່ວຍໃຫ້ຄົນລຸ້ນຫຼັງສາມາດຮັກສາອາຊີບນີ້ໄດ້. ມາຮອດຈຸດເວລານີ້, ບັນດາເພື່ອໜຸ່ມໄດ້ຕິດພັນກັບອາຊີບນີ້ ເພື່ອຮັກສາໄວ້ ແລະ ໄດ້ໝູນໃຊ້ເຕັກໂນໂລຊີ ເພື່ອພັດທະນາອາຊີບ.
ອາ​ຊີບ​ລ້ຽງ​ເຜິ້ງ​ຢູ່​ເຂດ​ປ່າ ອູ​ມິນ​ໃຕ້ ໃນ​ສະ​ໄໝ​ເຕັກ​ໂນ​ໂລ​ຊີ
  ຊ່ອງ Youtobe ຂອງຢຸຍທາຍ ຊ່ວຍໂຄສະນາອາຊີບລ້ຽງເຜິ້ງ (ພາບ: VOV ) ຟ້າມຢຸຍທາຍ (ຢູ່ຕາແສງແຄງທ້ວນ, ເມືອງອູມິນ) ປີນີ້ມີອາຍຸ 21 ປີແຕ່ໄດ້ເຮັດອາຊີບລ້ຽງເຜິ້ງມາໄດ້ 6 ປີແລ້ວ ແລະ ມີຊ່ອງ Youtube ສະເພາະຂອງຕົນກ່ຽວກັບອາຫານພິເສດ, ຊິວິດການເປັນຢູ່ໃນເຂດດິນແດນທີ່ໃຫ້ກຳເນີດ-ເຂດປ່າອູມິນໃຕ້. ບັນດາຄິບກ່ຽວກັບການໄປເອົານ້ຳເຜິ້ງ ໄດ້ຊ່ວຍໃຫ້ຊ່ອງ Youtube ຂອງອ້າຍ ມີຜູ້ເຂົ້າເບິ່ງເຖິງກ່ວາ 12.000 ເທື່ອຄົນ. ຜູ້ຊົມສາມາດເຫັນປະຈັກຕາຮັງເຜິ້ງ, ວິທີເອົານ້ຳເຜິ້ງ, ສະນັ້ນ, ການຂາຍນ້ຳເຜິ້ງຂອງອ້າຍຈຶ່ງນັບມື້ນັບງ່າຍດາຍກ່ວາ. ເມື່ອຂາຍນ້ຳເຜິ້ງຜ່ານຊ່ອງ Youtube ໄດ້ 2,3 ເທື່ອ, ຟ້າມຢຸຍທາຍ ກໍ່ຮູ້ໄດ້ວ່າ ຕົນເອງກໍ່ຊອກຫາໄດ້ທິດເດີນໃນການພັດທະພະນາອາຊີບເອົານ້ຳເຜິ້ງ: ເມື່ອໄປເອົານ້ຳເຜິ້ງນ້ອງກໍເອົາກ້ອງ
TAG
VOV/VOVworld/ຟ້າມຢຸຍທາຍ/Youtube/ລ້ຽງເຜິ້ງ