ອາຊີບເຮັດເຂົ້າຂຽບ ມີອາຍຸກວ່າ 200 ປີ ຢູ່ ເກີນເທີ ແມ່ນມໍລະດົກວັດທະນະທຳບໍເປັນວັດຖຸລະດັບຊາດ
19/05/2023 06:00
(VOVWORLD) - ອາຊີບເຮັດເຂົ້າຂຽບຢູ່ຕາແສງ ທ້ວນຮຶງ, ເມືອງ ທົດນົດ, ນະຄອນ ເກີນເທີ ຂອງ ຫວຽດນາມ ຫາກໍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃນຂົງເຂດອາຊີບຫັດຖະກຳທີ່ເປັນມູນເຊື້ອ. ໝູ່ບ້ານເຂົ້າຂຽບ ທ້ວນຮຶງ ແມ່ນໝູ່ບ້ານອາຊີບແຫ່ງທຳອິດຂອງເກີນເທີ ທີ່ເປັນກຽດໄດ້ຮັບການຮັບຮອງດັ່ງກ່າວ. ນີ້ແມ່ນຄວາມເອກອ້າງທະນົງໃຈສຳລັບພໍ່ແມ່ປະຊາຊົນໃນໝູ່ບ້ານອາຊີບ ທີ່ໄດ້ສ້າງຕັ້ງ ແລະ ພັດທະນາ ມາເປັນເວລາກວ່າ 200 ປີ.

ໝູ່ບ້ານອາຊີເຮັດເຂົ້າຂຽບ ທ້ວນຮຶງ
TAG
VOV/VOVworld/ເຂົ້າຂຽບ/ທ້ວນຮຶງ/ຫັດຖະກຳ
Related






