ອາຢາ - ບຸນເຂົ້າໃໝ່ຂອງປະຊາຊົນປາໂກ
15/02/2019 03:35
(VOVWORLD) -ໃນຊຸມວັນທ້າຍປີ (ໄລ່ຕາມຈັນທະປະຕິທິນ) ຢູ່ບັນດາໝູ່ບ້ານຂອງເມືອງພູສູງ ອາເລື່ອຍ, ແຂວງເທື່ອທຽນເຫວ້, ພໍ່ແມ່ປະຊາຊົນ ປາໂກ ພວມຈັດຕັ້ງງານບຸນ ອາຢາ ຫຼື ເອີ້ນວ່າ ງານບຸນເຂົ້າໃໝ່ ຢ່າງຄຶກຄື້ນມ່ວນຊື່ນ. ງານບຸນ ອາຢາ ແມ່ນໜຶ່ງໃນບັນດາງານບຸນທີ່ສັກກະລະບູຊາ, ມີຄວາມໝາຍສຳຄັນໃນຊີວິດທາງດ້ານຈິດວິນຍານຂອງພໍ່ແມ່ປະຊາຊົນ ປາໂກ, ຕ່າໂອຍ ຢູ່ເຂດພູສູງ ອາເລື່ອຍ.

ຕາມປົກກະຕິແລ້ວ, ພໍ່ແມ່ປະຊາຊົນ ປາໂກ, ຕ່າໂອຍ ຢູ່ເມືອງເຂດພູສູງ ອາເລື່ອຍ ຈະຈັດຕັ້ງງານບຸນ ອາຢາ ໃນຍາມທ້າຍປີ, ເມື່ອພໍ່ແມ່ປະຊາຊົນປະຕິບັດສຳເລັດລະດູການເກັບກ່ຽວຂອງຕົນ. ດັ່ງນັ້ນ, ງານບຸນ ອາຢາ ຈະໄດ້ຈັດຂຶ້ນໃນຕົ້ນເດືອນ ພະຈິກ ແລະ ແກ່ຍາວໄປເຖິງວັນທີ 24 ເດືອນ 12 ໄລ່ຕາມຈັນທະປະຕິທິນ ຂອງທຸກໆປີ. ໃນໄລຍະເວລາດັ່ງກ່າວ, ແຕ່ລະໝູ່ບ້ານ ຈະເລືອກເອົາມື້ສັນວັນດີ ເພື່ອຈັດຕັ້ງງານບຸນ ອາຢາ. ທ່ານາງ ເລທິເທັມ, ຫົວໜ້າຫ້ອງວັດທະນະທຳ ແລະ ຖະແຫຼງຂ່າວເມືອງ ອາເລື່ອຍ, ແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ: ງານບຸນ ອາຢາ ບໍ່ພຽງແຕ່ແມ່ນງານບຸນພາວະນາຂໍໃຫ້ລະດູການຜະລິດໄດ້ຮັບຜົນດີເທົ່ານັ້ນ ຫາກຍັງພາວະນາຂໍໃຫ້ພະເຈົ້າຄຸ້ມຄອງ ໃຫ້ປະຊາຊົນໃນໝູ່ບ້ານໄດ້ດຳລົງຊີວິດໄປດ້ວຍຄວາມຜາສຸກ, ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ.
TAG
VOV/VOVworld/ອາເລື່ອຍ/ພໍ່ແມ່ປະຊາຊົນ ປາໂກ/ງານບຸນ ອາຢາ/ງານບຸນເຂົ້າໃໝ່
Related






