ຮ່າໂນ້ຍ ນຳຫນ້າທົ່ວປະເທດໃນການສ້າງລະບົບຕ່ອງໂສ້ການຮ່ວມສຳພັນຜະລິດຕະພັນກະເສດ
15/01/2021 10:00
(VOVWORLD) -ສູນພັດທະນາກະສິກຳ ຮ່າໂນ້ຍ ແມ່ນຫົວຫນ່ວຍຜັນຂະຫຍາຍບັນດາການເຄື່ອນໄຫວຂຶ້ນກັບໂຄງການລະບົບຕ່ອງໂສ້ໄລຍະ 2016 – 2020 ແລະ ແຜນການພັດທະນາກະສິກຳໄລຍະ 2019 – 2020. ພາຍຫລັງ ປະຕິບັດມາເປັນເວລາ 5 ປີ, ຂະແຫນງກະສິກຳ ຮ່າໂນ້ຍ ຍາມໃດກໍ່ແມ່ນຈຸດເດັ່ນ, ນຳຫນ້າທົ່ວປະເທດໃນການສ້າງລະບົບຕ່ອງໂສ້ການຮ່ວມສຳພັນຜະລິດຕະພັນກະເສດ.

ໂຄງການລະບົບຕ່ອງໂສ້ໄລຍະ 2016 – 2020 ແລະ ແຜນການພັດທະນາກະສິກຳໄລຍະ 2019 – 2020 ລວມມີ 4 ໂຄງການ, ແຜນການ. ນັ້ນແມ່ນ ແຜນການພັດທະນາການຜະລິດເຂົ້າ Japonica; ແຜນການພັດທະນາໝາກສົ້ມໂອແດງ ເຕິນລາກ ແລະ ໝາກສົ້ມໂອພັນພິເສດຂອງຮ່າໂນ້ຍ ບາງຊະນິດ; ໂຄງການລະບົບຕ່ອງໂສ້ການຜະລິດ ແລະ ສະຫນອງຜະລິດຕະພັນການລ້ຽງສັດ ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ໂຄງການລ້ຽງງົວຊີ້ນມີຄຸນນະພາບສູງ. ມາຮອດປະຈຸບັນ ຮ່າໂນ້ຍ ໄດ້ສ້າງລະບົບຕ່ອງໂສ້ຮ່ວມສຳພັນມູນຄ່າເຂົ້າສານ Japonica (ເຂົ້າສານປອດສານພິດ, ມີສະມັດຕະພາບ ແລະ ຄຸນນະພາບສູງກວ່າເຂົ້າສານຊະນິດອື່ນ). ຢູ່ ບາງເມືອງ, ເນື້ອທີ່ການປູກເຂົ້າ Japonica ໄດ້ເພີ່ມຂຶ້ນຢ່າງແຮງຄື: ອຶງຫວ່າ, ໝີ໋ດຶກ, ເຈືອງໝີ໋, ຊອກເຊີນ… ໄລ່ຮອດທ້າຍປີ 2020, ຮ່າໂນ້ຍ ໄດ້ສ້າງ 15 ເຂດຜະລິດໝາກສົ້ມໂອແດງ ເຕິນລາກ ແລະ ແນວພັນໝາກສົ້ມໂອພິເສດຮ່າໂນ້ຍ ຕາມລະບົບຕ່ອງໂສ້ມູນຄ່າ ດ້ວຍຂອບຂະຫນາດ 5 ເຮັກຕາ; ສ້າງ 11 ລະບົບຕ່ອງໂສ້ການຜະລິດ ແລະ ສະຫນອງຜະລິດຕະພັນສັດລ້ຽງຮັບປະກັນຄວາມປອດໄພດ້ານສະບຽງອາຫານ.
TAG
VOV/VOVworld/ຮ່າໂນ້ຍ/ຜະລິດຕະພັນ/ກະເສດ/ຕ່ອງໂສ້
Related






