ບ້ານເບຶອກ ສະຖານທິ່ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊາວເຜົ່າໄທ
25/01/2019 06:00
(VOVWORLD) -ບ້ານເບຶອກ ແມ່ນສະຖານທີ່ທີ່ມີທິວທັດທຳມະຊາດສວຍງາມ ແລະ ຍັງອະນຸລັກຮັກສາ ຄວາມງາມແບຮົກເຮື້ອເປົ່າຫວ່າງດັ້ງເດີມ ເຊິ່ງເປັນບ່ອນດຳລົງຊີວິດຂອງພໍ່ແມ່ຊາວເຜົ່າຜູ້ໄທ

ບ້ານເບຶອກ ຂຶ້ນກັບຕາແສງຄຳແຊ່ວ, ເມືອງມາຍເຈົາ, ແຂວງຮວ່າບິ່ງ. ບ້ານເບຶອກ ແມ່ນສະຖານທີ່ທີ່ມີທິວທັດທຳມະຊາດສວຍງາມ ແລະ ຍັງອະນຸລັກຮັກສາ ຄວາມງາມແບຮົກເຮື້ອເປົ່າຫວ່າງດັ້ງເດີມ ເຊິ່ງເປັນບ່ອນດຳລົງຊີວິດຂອງພໍ່ແມ່ຊາວເຜົ່າຜູ້ໄທ. ປີ 2007, ບ້ານເບຶອກ ໄດ້ຮັບການວາງແຜນຜັງ ກາຍເປັນເຂດທ່ອງທ່ຽວຊີວະພາບ, ເຂດທ່ອງທ່ຽວວົງຄະນະຍາດ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຄວາມສວຍສົດງົບງາມຂອງທິວທັດທຳມະຊາດ ແລະ ຊອກຮູ້ກ່ຽວກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນຊາວເຜົ່າຜູ້ໄທເປັນຈຳນວນຫຼວງຫຼາຍ. ບ້ານເບຶອກ ຕັ້ງຢູ່ໃຈກາງທິວທັດທຳມະຊາດອັນສວຍສົດງົດງາມ ແລະສະຫງົບ ຄຽງຂ້າງບັນດານາຂັ້ນໄດ ທີ່ຂົດລ້ຽວອ້ອມໄປຕາມບັນດາເນີນພູໜ່ວຍຕ່າງໆ. ພິເສດ, ຢູ່ບ້ານເບຶອກ ຍັງມີເຮືອນຮ້ານທີ່ເກົ່າແກ່ຫຼາຍຫຼັງ ໂດຍເປັນບ່ອນດຳລົງຊີວິດຂອງຊາວເຜົ່າຜູ້ໄທ ໄດ້ສືບທອດມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ວັດທະນະທຳທາງດ້ານຈິດໃຈອຸດົມສົມບູນທີ່ສຸດ ດ້ວຍບັນດາວິຖີການດຳລົງຊີວິດ, ຮີດຄອງປະເພນີຈັດງານບຸນຕ່າງໆ ຍັງຄົງໄດ້ຮັກສາປະເພນີແຕ່ກີ້ແຕ່ກ່ອນໄວ້ໄດ້. ປະຊາຊົນຢູ່ທີ່ນີ້ ມີຄວາມເອກອ້າງທະນົງໃຈຕໍ່ກັບຕົ້ນກຳເນີດຂອງບ້ານແຫ່ງນີ້ທີ່ສຸດ. ທ່ານຮ່າຫຽນຍຽນ, ຊາວບ້ານ ເບຶອກ ເລົ່າສູ່ຟັງວ່າ: “ທ້າຍສະຕະວັດທີ 13, ຕົ້ນສະຕະວັດທີ 14 ປະຊາຊົນ ຈຶ່ງມາຕັ້ງຖິ່ນຖານຢູ່ທີ່ນີ້. ຜູ້ທຳອິດມາຕັ້ງຖິ່ນຖານຢູ່ນີ້ມີຊື່ວ່າ ເບຶອກ. ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ສ້າງຕັ້ງບ້ານແຫ່ງນີ້ຂຶ້ນມາ ປະຊາຊົນໃນບ້ານ ຈຶ່ງໄດ້ເອົາຊື່ຂອງເພີ່ນ ເພື່ອໃສ່ຊື່ບ້ານ. ນອກຈາກນັ້ນ, ປະຊາຊົນໃນບ້ານກໍໄດ້ສ້າງຕັ້ງຫໍບູຊາ ແລະ ຮອດວັນທີ 11 ເດືອນ 1 ໄລ່ຕາມຈັນທະປະຕິທິນ ຂອງທຸກໆປີ ປະຊາຊົນໃນໝູ່ບ້ານ ລ້ວນແຕ່ໄດ້ມາຈູດທູບທຽນ ເພື່ອອາໄລຫາເພິີ່ນ”. ເມື່ອກ່ອນນີ້, ບ້ານເບຶອກ ຕັ້ງຢູ່ໃກ້ແຄມຫ້ວຍ ສະນັ້ນ ຮອດລະດູຝົນ ໄດ້ສົ່ງຜົນສະທ້ອນຫຼາຍພໍສົມຄວນຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ. ດັ່ງນັ້ນ ກ່ອນນີ້ 2 – 3 ປີ, ພໍ່ແມ່ປະຊາຊົນໃນບ້ານໄດ້ຍ້າຍໄປຢູ່ເຂດໃໝ່. ເຖິງຢ່າງໃດກໍຕາມ, ທິວທັດທຳມະຊາດຢູ່ທີ່ນີ້ ຍັງຄົງໄດ້ຮັກສາໄວ້ເໝືອນເດີມ.
TAG
VOV/VOVworld/ບ້ານເບຶອກ/ເມືອງມາຍເຈົາ/ເຮືອນຮ້ານ/ນາຂັ້ນໄດ/ທິວທັດທຳມະຊາດ
Related






