VOV WorldVOV World
ແຂວງ ບີ່ງ​ເຢືອງ ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ
16/10/2020 03:09
(VOVWORLD) -ປະຈຸບັນ ຜະລິດຕະພັນຈາກອາຊີບຫັດຖະກຳທີ່ເປັນມູນເຊື້ອ ຖືກຜົນກະທົບຢ່າງແຮງຈາກພື້ນຖານເສດຖະກິດການຕະຫລາດ ແລະ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນການຈຳຫນ່າຍ ແລະ ມີຄວາມສ່ຽງຈະສູນຫາຍໄປ. ສະນັ້ນ ແຂວງ ບີ່ງເຢືອງ ຈຶ່ງໄດ້ ແລະ ພວມມານະພະຍາຍາມ “ປຸກລຸກ” ໝູ່ບ້ານຫັດຖະກຳ ພາຍຫລັງຖືກຢຸດສະງັກມາເປັນເວລາດົນ ດ້ວຍບັນດາວຽກງານທີ່ແທດຈິງຄື: ກໍ່ສ້າງໝູ່ບ້ານຫັດຖະກຳເປັນຈຸດສຸມ, ພັດທະນາການທ່ອງທ່ຽວຕິດພັນກັບໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ… ທັງອະນຸລັກຮັກສາ ທັງເສີມຂະຫຍາຍຄຸນຄ່າວັດທະນະທຳ.
ແຂວງ ບີ່ງ​ເຢືອງ ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ
ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງ ແຂວງ ບີ່ງເຢືອງ, ໃນນັ້ນ ມີອາຊີບຜະລິດຂຽງ, ຄົກ, ສາກ ຟູລອງ ຢູ່ ນະຄອນ ທ້ວນອານ ເຊິ່ງຕິດພັນກັບປະຊາຊົນຢູ່ທີ່ນີ້ມາໄດ້ເກືອບ 1 ທົດສະວັດແລ້ວ. ເຄື່ອງໝາຍການຄ້າ ຂຽງ, ຄົກ, ສາກ ຟູລອງ ບໍ່ພຽງແຕ່ໄດ້ນຳໄປຂາຍຢູ່ຕະຫລາດພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ສົ່ງໄປຂາຍຢູ່ຕະຫລາດ ອາເມລິກາ, ຝລັ່ງ, ສ.ເກົາຫລີ, ຍີ່ປຸ່ນອີກດ້ວຍ. ເຖິງວ່າ ມີຊື່ສຽງໃນໄລຍະຫນຶ່ງກໍ່ຕາມ ແຕ່ອາຊີບນີ້ກໍ່ພວມຢູ່ໃນຄວາມສ່ຽງຖືກສູນຫາຍໄປ.
TAG
VOV/VOVworld/ຜະລິດພາບສີຂັດມັນ/ໝູ່ບ້ານອາຊີບ/ຫັດຖະກຳ