VOV WorldVOV World
​ເລື່ອງ​ລາ​ວກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ກະສິກອນ ຫງວຽນວັນ​​ແທັ່ງ
21/08/2020 08:11
(VOVWORLD) - ໂດຍກໍາເນີດໃນຄອບຄົວຊາວກະສິກອນທີ່ທຸກຍາກຢູ່ເຂດແຄມທະເລ ຂອງຕາແສງ ຫ໋າຍຈິ໊ງ, ເມືອງ ຫ໋າຍເຮົ້າ, ແຂວງນາມດິ້ງ, ອ້າຍຫງວຽນວັນແທັ່ງ ໄດ້ສືບທອດມູນເຊື້ອມັກຮັກການຮໍ່າຮຽນຂອງລູກຫຼານດິນແດນ ນາມດິ້ງ, ຊອກຮູ້ ແລະ ພັດທະນາຮູບແບບການປູກເຫັດນາງລົມ ເພື່ອພັດທະນາເສດຖະກິດຄອບຄົວ ແລະ ປະກອບສ່ວນເຂົ້າໃນການພັດທະນາຕົວແບບຊົນນະບົດຂອງແຂວງ ນາມດິ້ງ.
​ເລື່ອງ​ລາ​ວກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ກະສິກອນ ຫງວຽນວັນ​​ແທັ່ງ
          ປີ 2011 ແມ່ນຈຸດເວລາທີ່ບໍ່ອາດລື່ມໄດ້ສໍາລັບອ້າຍ ຫງວຽນວັນແທັ່ງ. ນັ້ນແມ່ນປີທີ່ແມ່ຂອງ ອ້າຍ ລົ້ມປ່ວຍ ແລະ ອ້າຍຕ້ອງໄດ້ເຊົາຈາກການຫາປາ ເຊິ່ງແມ່ນອາຊີບທີ່ເປັນມູນເຊື້ອຂອງຄອບຄົວ ເພື່ອມາເບິ່ງແຍງດູແລແມ່ຂອງຕົນ. ທັງເບິ່ງແຍງດູແລແມ່, ທັງຄິດຫາວິທີຫາເງິນເພື່ອມາໃຊ້ຈ່າຍ ແລະ ຊື້ຢາປົວໃຫ້ແມ່, ອ້າຍ ແທັ່ງ ທັງຊອກຮູ້, ທາບທາມນໍາເອກະສານໜັງສືພິມຕ່າງໆ ແລ້ວໄດ້ຮູ້ຈັກເຖິງຮູບແບບການປູກເຫັດນາງລົມ, ຮູບແບບດັ່ງກ່າວ ໄດ້ຊ່ວຍໃຫ້ຊີວິດຂອງອ້າຍ ມີໂສມໜ້າໃໝ່.   “ລັກສະນະຂອງເຫັດນາງລົມແມ່ນສາມາດໃຊ້ແທນຜັກໃນພາເຂົ້າປະຈຳວັນໄດ້ ແລະ ມີທາດໂປຼຕິນຈາກພືດສູງ. ເມື່ອທາບທາມນຳໂທລະທັດ, ປຶ້ມ, ໜັງສືພິມ ແລະ ບັນດາຮູບແບບປູກເຫັດຂອງທ້ອງຖິ່ນອື່ນໆເຫັນວ່າ ເຂົາເຈົ້າເຮັດໄດ້ດີ, ມີປະສິດທິຜົນຫຼາຍ ແລະ ລັກສະນະອາກາດຢູ່ເຂດແຄມທະເລ ຫ໋າຍຈິ໊ງ ມີຄວາມຊຸ່ມສູງ ສະນັ້ນ ຈຶ່ງເໝາະສົມກັບການປູກເຫັດນາງລົມ. ເພາະສະນັ້ນ, ຂ້າພະເຈົ້າໄດ້ໄປຮຽນຢູ່ ສະຖາບັນ ສືບພັນກະສິກຳ ແ ລ້ວມານໍາໃຊ້, ຜັນຂະຫຍາຍ”  
TAG
VOV/VOVworld/ຫງວຽນວັນແທັ່ງ/ນາມດິ້ງ/ເຫັດນາງລົມ/ເຫັດຫຼິນຈື້/ກໍ່ຮ່າງສ້າງຕົວ