ເມືອງອຽນເຈົາ ແຂວງເຊີນລາ ພັດທະນາການປູກຕົ້ນໄມ້ກິນໝາກຕາມທິດອົງຄະທາດ
17/06/2022 09:34
(VOVWORLD) - ເມືອງອຽນເຈົາ ແມ່ນໜຶ່ງໃນບັນດາເມືອງມີເນື້ອທີ່ປູກຕົ້ນໄມ້ກິນໝາກຂະໜາດໃຫຍ່ຂອງແຂວງເຊີນລາ ດ້ວຍບັນດາຜະລິດຕະພັນທີ່ມີທ່າແຮງສົ່ງອອກຄື: ໝາກມ່ວງ, ໝາກລຳໄຍ, ໝາກກ້ວຍ, ໝາກໝັ້ນ. ເພື່ອໃຫ້ຜະລິດຕະພັນໝາກໄມ້ມີສົ້ນອອກເປັນປົກກະຕິ, ຍົກສູງຄຸນນະພາບເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດນັ້ນ, ເມືອງອຽນເຈົາ ໄດ້ສຸມໃສ່ພັດທະນາເຂດປູກຕົ້ນໄມ້ກິນໝາກຕາມທິດອົງຄະທາດ ແລະ ນຳໃຊ້ຂັ້ນຕອນການຜະລິດຕາມການກຳນົດກ່ຽວກັບການຜະລິດກະສິກຳທີ່ດີ (VietGAP).

ສະຫະກອນກະສິກຳປອດໄພ ຈ່ຽງຮັກ ຢູ່ບ້ານວັນລຸ່ງ, ຕາແສງຈ່ຽງຮັກ ແມ່ນສະຫະກອນທຳອິດທີ່ເມືອງອຽນເຈົາ ໄດ້ເລືອກເຟັ້ນໃຫ້ຜັນຂະຫຍາຍທົດລອງຮູບແບບການຜະລິດໝາກມ່ວງຕາມທິດອົງຄະທາດ. ທ່ານ ຮ່າວັນເຊີນ, ຫົວໜ້າສະຫະກອນ ໃຫ້ຮູ້ວ່າ: ສະຫະກອນມີເນື້ອທີ່ປູກຕົ້ນໝາກມ່ວງ ແລະ ໝາກລຳໄຍເກືອບ 25 ເຮັກຕາ, ໃນນັ້ນ ມີ 15 ເຮັກຕາພວມນຳໃຊ້ຂັ້ນຕອນການຜະລິດຕາມທິດອົງຄະທາດ: ຮູບແບບຂອງພວກຂ້າພະເຈົ້າແມ່ນຕ້ອງປົກປັກຮັກສາທຳມະຊາດ, ປູກຕົ້ນໄມ້ ໃສ່ ເຂດດິນເປົ່າຫວ່າງ ແລະ ນຳມາເຊິ່ງລາຍຮັບໃຫ້ແກ່ສະມາຊິກສະຫະກອນ. ຍ້ອນເຫດນັ້ນ, ຮູບແບບ ຈຶ່ງມີຄວາມ ປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຮັບ ຜິ ດຊອບກັບວົງຄະນະຍາດ, ກັບຜູ້ບໍລິໂພກ. ນັບແຕ່ວັນສ້າງຕັ້ງ ຈົນ ມາຮອດປະຈຸບັນ, ຕົ້ນໄມ້ກິນໝາກປະເພດຕ່າງໆ ນັບ ມື້ ນັບໄດ້ຍົກສູງດ້ານປະລິມານການຜະລິດ, ຄຸນນະພາບ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ. ທາງສະຫະກອນໄດ້ສົ່ງໝາກໄມ້ໄປຍັງຕະຫຼາດອົດສະຕາລີ, ອາເມລິກາ, ຈີນ… ແລະ ສົ່ງໄປຂາຍ ຢູ່ ຕາມ ຮ້ານສັບພະສິນຄ້າໃຫ່ຍໃນທົ່ວປະເທດ.
TAG
VOV/VOVworld/GlobalGAP/ໝາກໄມ້ກິນໝາກ/ເຊີນລາ/ສົ່ງອອກ
Related






