ຟາມລ້ຽງງົວນົມ ເຕິນຕ່າຍລົກ ຢູ່ຕາແສງດ້າຍເຕິມ ແຂວງຊອກຈັງ
08/09/2023 07:19
(VOVWORLD) - ຟາມລ້ຽງງົວນົມ ເຕິນຕ່າຍລົກ ຢູ່ຕາແສງດ້າຍເຕິມ ແຂວງຊອກຈັງ ແມ່ນຟາມບັນລຸມາດຖານສາກົນ, ໄດ້ໝູນໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການລ້ຽງງົວນົມ. ນີ້ແມ່ນໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນ ກ່ຽວກັບການພັດທະນາເສດຖະກິດຊົນນະບົດຢູ່ແຂວງ ຊອກຈັງ.

ຊາວກະສິກອນ ຢຽບກິງເຕິນ ຟາມລ້ຽງງົວນົມ ເຕິນຕ່າຍລົກ ໂດຍອ້າຍ ຢຽບກິງເຕິນ, ຜູ້ອຳນວຍການບໍລິສັດ ເຕິນຕ່າຍລົກ ສ້າງຕັ້ງຂຶ້ນເມື່ອປີ 2014 ຊື່ງໄດ້ລົງທຶນກໍ່ສ້າງຕາມຂັ້ນຕອນລ້ຽງງົວແບບຄົບວົງຈອນ, ໄດ້ໃຊ້ເຄື່ອງອັດຕະໂນມັດໂດຍພື້ນຖານ. ສະເພາະແຕ່ເຄື່ອງອຸປະກອນຮັບໃຊ້ການລ້ຽງງົວຄື: ເຄື່ອງກັ່ນຕອງອາກາດ, ເຄື່ອງຮີດນ້ຳນົມ ແລະ ທໍ່ສົ່ງນ້ຳນົມເຂົ້າຖັງເຢັນ….ລ້ວນແຕ່ໄດ້ໃຊ້ເຄື່ອງອັດຕະໂນມັດ. ປີ 2018, ຟາມລ້ຽງງົວນົມ ເຕິນຕ່າຍລົກ ໄດ້ຮັບໃບຢັ້ງຢືນບັນລຸມາດຖານສາກົນ ກ່ຽວກັບການປະຕິບັດກະສິກຳດີທົ່ວໂລກ (GlobalGAP). ອ້າຍ ຢຽບກິງເຕິນ, ຜູ້ອຳນວຍການບໍລິສັດ ເຕິນຕ່າຍລົກ ໃຫ້ຮູ້ວ່າ: ຟາມໄດ້ຮັບການກໍ່ສ້າງ, ອອກແບບຕາມມາດຖານຂອງ ໂຮນລັງ ໂດຍບໍລິສັດ ນ້ຳ ນົມ Dutch Lady ( ສາວໂຮນລັງ ) ໜູນຊ່ວຍການອອກແບບກໍ່ສ້າງ. ຟາມໄດ້ຊື້ແນວພັນງົວນົມຂອງ ອົດສະຕາລີ ແລະ ອາເມລິກາ ຂອງບໍລິສັດຫຸ້ນສ່ວນ ນ້ຳ ນົມ ຫວຽດນາມ (Vinamilk). ບໍລິສັດ Vinamilk ມີຮາກຖານເກັບຊື້ ນ້ຳ ນົມງົວຂອງຟາມ. ຍາມໃດ ຟາມກໍ່ໄດ້ລ້ຽງງົວປະມານ 200 ໂຕ. ແຕ່ລະມື້ແມ່ນຈະຮີດເອົາ ນ້ຳ ນົມ 2 ເທື່ອ ໄດ້ນົມງົວປະມານເກືອບ 900 ໂລ ຊື່ງມີລາຄາ 16.000 ດົ່ງ /ໂລ (ປະມານ 0,7 USD), ປະຈຸບັນ ລາຍຮັບໃນເດືອນ 1 ຂອງພວກຂ້າພະເຈົ້າແມ່ນກ່ວາ 300 ລ້ານດົ່ງ (ກ່ວາ 12.000 USD), ຫັກ ຄ່າໃຊ້ຈ່າຍແລ້ວ ແມ່ນມີກຳໄລປະມານ 100 ລ້ານດົ່ງ (ກ່ວາ 4.000 USD). ການ ລ້ຽງງົວນົມຢູ່ ຟາມລ້ຽງງົວນົມ ເຕິນ ຕ່ າຍລົກ ເພື່ອຮັບປະກັນແຫຼ່ງອາຫານສີຂຽວໃຫ້ແກ່ງົວ, ຟາມລ້ຽງງົວນົມ ເຕິນຕ່າຍລົກ ໄດ້ສະຫງວນເນື້ອທີ່ດິນ 6 ເຮັກຕາເພື່ອປູກຫຍ້າ. ເອື້ອຍ ແທັງຈຸກ, ເມຍອ້າຍ ຢຽບກິງເຕິນ, ເຈົ້າຂອງຟາມລ້ຽງງົວນົມ ເຕິນຕ່າຍລົກ ໃຫ້ຮູ້ວ່າ: ຖ້າຫາກວ່າ ຢາກລ້ຽງງົວ ໄ ດ້ເປັນຢ່າງດີ, ຄອກກໍ່ຕ້ອງເຮັດ ອາ ນະໄມໃຫ້ສະອາດ, ເຢັນສະບາຍ. ອ າຫານໃຫ້ງົວແມ່ນ: ຫຍ້າ, ເຟືອງ, ສາລີ ໝັັັກ , ຍອດຕົ້ນອອ້ຍ, ກາກ ນ້ຳຕານ, ທາດ ແປ້ງ… ງົວ ມີອາຍຸ 2 ປີກໍ່ ສາມາດ ຮີດເອົານ້ຳນົມໄດ້ແລ້ວ. ໂຕໃດແຂງແຮງດີ, ແຕ່ລະມື້ກໍ່ສາມາດໃຫ້ ນ້ຳ ນົມ ກວ່າ 20 ໂລ. ປະຈຸບັນ, ຟາມໄດ້ລ້ຽງງົວປະມານ 200 ໂຕ, ໃນນັ້ນ ງົວ ໃຫ້ນ້ຳ ນົມປະມານ 100 ໂຕ. ງົວ ແມ່ ພັນເກີດ ລູກ ແລ້ວກໍ່ລ້ຽງຕໍ່, ລ້ຽງງົວແມ່ເພື່ອຮີດເອົາ ນ້ຳ ນົມ, ລ້ຽງງົວຜູ້ເພື່ອເອົາຊີ້ນ. ສາງຂອງ ຟາມລ້ຽງງົວນົມ ເຕິນ ຕ່ າຍລົກ ຟາມລ້ຽງງົວນົມ ເຕິນຕ່າຍລົກ ຂອງຜົວເມຍອ້າຍ ຢຽບກິງເຕິນ ໄດ້ປະກອບສ່ວນສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ບັນດາຜູ້ອອກແຮງງານທ້ອງຖິ່ນ. ຕາມທຳມະດາ, ຢູ່ຟາມຈະມີຜູ້ອອກແຮງງານປະຈຳ 6 ຄົນ, ໃນລະດູການຮີດເອົານ້ຳນົມງົວ, ຟາມຈະນຳໃຊ້ແຮງງານຕື່ມອີກ 10 ຄົນ ຊື່ງມີລາຍຮັບແຕ່ 3-9 ລ້ານດົ່ງ/ເດືອນ (ປະມານ 250-370 USD/ເດືອນ). ອ້າຍ ຢຽບຮຸ່ງກວັກ, ຜູ້ເຮັດວຽກຢູ່ ຟາມລ້ຽງງົວນົມ ເຕິນຕ່າຍລົກ ໃຫ້ຮູ້ວ່າ: ລາຍຮັບຂອງຂ້າພະເຈົ້າໃນເດືອນໜຶ່ງແມ່ນ 7 ລ້ານດົ່ງ. ຟາມໄດ້ໃຫ້ບ່ອນກິນ ບ່ອນຢູ່, ຊື້ບັດປະກັນສຸຂະພາບ, ບັດປະກັນສັງຄົມໃຫ້ຂ້າພະເຈົ້າ. ໃນເວລາ 4 ປີ ທີ່ ເຮັດວຽກຢູ່ນີ້, ຊີວິດຂອງຂ້າພະເຈົ້າກໍ່ເປັນປົກກະຕິ, ພໍຢູ່ ພໍກິນ. ຍາມໃດ ຜົວເມຍອ້າຍ ຢຽບກິງເຕິນ ກໍ່ພ້ອມທີ່ຈະໜູນຊ່ວຍບັນດາຄອບຄົວລ້ຽງສັດຢູ່ທ້ອງຖິ່ນ ກ່ຽວກັບແນວພັນ, ແບ່ງປັນເຕັກນິກ, ປະສົບການໃນການລ້ຽງງົວ… ນອກຈາກນັ້ນ, ຜົວເມຍອ້າຍ ຢຽບກິງເຕິນ ກໍຍັງຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນນຳອີກ. ທ່ານ ເຈືອງເຕິນເລິມ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງດ້າຍເຕີມ ໃຫ້ຮູ້ວ່າ: ຟາມໄດ້ເຄື່ອນໄຫວເປັນຢ່າງດີທີ່ສຸດ. ອ້າຍ ເຕິນ ໄດ້ປະກອບ ສ່ວນ ໃຫ້ທ້ອງຖິ່ນຫຼາຍສິ່ງຫຼາຍຢ່າງຄື: ໜູນຊ່ວຍກໍ່ສ້າງໂຮງຮຽນອະນຸບານ 2 ແຫ່ງໃຫ້ແກ່ທ້ອງຖິ່ນ, ອ້າຍແມ່ນສາຂາ ຈຳໜ່າຍ ຊັ້ນ 1 ຂອງບໍລະສັດ Kagill ຂຶ້ນກັບກຸ່ມບໍສັດ Kagill ຂອງ ອາເມລິກາ ຊື່ງສະໜອງບັນດາຜະລິດຕະພັນ ແລະ ການບໍລິການກ່ຽວກັບສະບຽງອາຫານ, ກະສິກຳ, ການເງິນ ແລະ ອຸດສາຫະກຳໃຫ້ທົ່ວໂລກ. ທ່າແຮງຂອງຕາແສງ ແມ່ນການຜະລິດກະສິກຳ ແລະ ລ້ຽງສັດ. ການລ້ຽງງົວນົມໄດ້ຊ່ວຍການລົບລ້າງຄວາມສຶດຫິວ ຫລຸດຜ່ອນຄວາມທຸກຍາກ. ສະມາຄົມຊາວກະສິກອນແຂວງ ຊອກຈັງ ຖືວ່າ: ຟາມລ້ຽງງົວນົມ ເຕິນຕ່າຍລົກ ຂອງຜົວເມຍອ້າຍ ຢຽບກິງເຕິນ ແມ່ນຮູບແບບເສດຖະກິດຊົນນະບົດດີເດັ່ນ ແລະ ຄວນທະວີຄູນ. ຟາມດັ່ງກ່າວ ແມ່ນສະຖານທີ່ທີ່ລຶ້ງເຄີຍ ເພື່ອໃຫ້ຊາວກະສິກອນລ້ຽງງົວນົມ ມາຢ້ຽມຢາມ, ຮ່ຳຮຽນເອົາບົດຮຽນໃນການຄຸ້ມຄອງ ແລະ ລ້ຽງງົວນົມ.
TAG
VOV/VOVworld/ຟາມລ້ຽງງົວນົມ ເຕິນຕ່າຍລົກ/ຕາແສງດ້າຍເຕິມ/ແຂວງຊອກຈັງ/ທ່ານ ເຈືອງເຕິນເລິມ/ເອື້ອຍ ແທັງຈຸກ/ອ້າຍ ຢຽບຮຸ່ງກວັກ/
Related






