ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ
11/12/2020 08:52
(VOVWORLD) -ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ ຢູ່ ເທດສະບານ ເກ໊ ເມືອງ ກີມບ໋າງ ແຂວງ ຮ່ານາມ ແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ ມີປະຫວັດຄວາມເປັນມາປະມານ 500 ປີ. ນີ້ແມ່ນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາແຫ່ງຫນຶ່ງດຽວ ຢູ່ ແຂວງ ຮ່ານາມ. ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ (ຍັງເອີ້ນວ່າ ໝູ່ບ້ານດິນເຜົາເກ໊) ໄດ້ພັດທະນາຢ່າງແຮງນັບແຕ່ຊຸມປີ 60, ຄອບຄົວໃດກໍ່ຜະລິດເຄື່ອງປັ້ນດິນເຜົາ ສະນັ້ນ ຈຶ່ງມີເລື່ອງລາວເລົ່າກ່ຽວກັບພໍ່ຄ້າຊາວຂາຍຢູ່ແມ່ນ້ຳ ໄດ໊ ທີ່ມີຄວາມຫວັງຢາກໄປຜ່ານເຂດດິນແດນແຫ່ງນີ້ເພື່ອຊູບເອົາກິ່ນຫອມຂອງເຄື່ອງປັ້ນດິນເຜົາ.

ໂດຍຕັ້ງຢູ່ຫ່າງຈາກນະຄອນ ຟູ໋ລີ໊ ໄປທາງທິດຕາເວັນຕົກສ່ຽງເຫນືອ ປະມານ 6 ກິໂລແມັດ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ ໄດ້ຜ່ານຜ່າການຜັນແປຂອງໄລຍະປະຫວັດສາດ ແລະ ບາງໄລຍະໝູ່ບ້ານແຫ່ງນີ້ເກືອບຄືວ່າອາຊີບຜະລິດເຄື່ອງປັ້ນດິນເຜົາຖືກສູນຫາຍໄປແລ້ວ. ແຕ່ມາຮອດປີ 2004 ໝູ່ບ້ານແຫ່ງນີ້ໄດ້ຮັບການຮັບຮອງຈາກອົງການປົກຄອງແຂວງ ຮ່ານາມ ວ່າ ແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ. ທ່ານ ຫງວຽນດຶກຝູ ຫົວຫນ້າສະຫະກອນ ຕາແສງ ກວຽດແທ່ງ ເລົ່າສູ່ຟັງວ່າ: “ ຊຸມປີ 60 ທັງໝູ່ບ້ານມີເຕົາຜະລິດເຄື່ອງປັ້ນດິນເຜົາປະມານ 10 ເຕົາ. ໃນໄລຍະນັ້ນ ການແລກປ່ຽນຄ້າຂາຍສິນຄ້າ ສ່ວນຫລາຍແມ່ນຜ່ານທາງທະເລ, ກຳປັ່ນເຂົ້າທຽບທ່າເປັນຈຳນວນຫລວງຫລາຍ, ບັນຍາກາດຄ້າຂາຍແມ່ນຟົດຟື້ນທີ່ສຸດ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາແມ່ນບໍ່ໄດ້ນຳໃຊ້ທາດເຄມີ. ຈຸດພິເສດຂອງເຄື່ອງປັ້ນດິນເຜົາຢູ່ທີ່ນີ້ ແມ່ນມີເງົາເຫຼື້ຶ້ອມ, ກ້ຽງງາມດີ ແລະ ເປັນທຳມະຊາດ”
TAG
VOV/VOVworld/ຜະລິດ/ເຄື່ອງປັ້ນດິນເຜົາ/ກວຽດແທ່ງ
Related






