ໜ່ວຍຮ່ວມມືປູກຜັກປອດສານພິດບ້ານໂຟ, ຕາແສງອານກວາງຫີ້ວ, ແຂວງຈ່າວິງ
11/11/2022 07:40
(VOVWORLD) - ໜ່ວຍຮ່ວມມືປູກຜັກປອດສານພິດບ້ານໂຟ, ຕາແສງອານກວາງຫີ້ວ, ເມືອງຈ່າກູ, ແຂວງຈ່າວິງ ໂດຍສະຫະພັນແມ່ຍິງ ຕາແສງ ອານກວາງຫີ້ວ ສ້າງຕັ້ງຂຶ້ນເມື່ອປີ 2012. ນີ້ແມ່ນໜຶ່ງໃນບັນດາຮູບແບບຜະລິດກະສິກຳດີເດັ່ນຢູ່ຕາແສງອານກວາງຫີ້ວ.

ພາບ: ປ້າ ແກັກ ທິອຸດ ພວມບົວລະບັດສວນຜັກ ໂດຍໄດ້ຮັບການຮັບຮອງຈາກຫ້ອງການຮັກສາຫຼັກອະນາໄມສະບຽງອາຫານແຂວງຈ່າງວິງ ວ່າແມ່ນໜ່ວຍປູກຜັກປອດສານຜິດໃນທ້າຍປີ 2013, ນັບແຕ່ນັ້ນມາ, ຜະລິດຕະພັນຂອງໜ່ວຍຮ່ວມມືມີເຄື່ອງໝາຍການຄ້າ ແລະ ໄດ້ຈຳໜ່າຍຢູ່ຫຼາຍທ້ອງຖິ່ນ. ນອກຈາກບັນດາຊະນິດຜັກໄດ້ປູກເປັນປະຈຳຄືເມື່ອກ່ອນຄື: ຜັກກາດ, ຜັກສະລັດ, ຜັກປັງ, ຜັກບົ່ວ.. ບັນດາສະມາຊິກໃນໜ່ວຍຮ່ວມມືປູກຜັກປອດສາພິດໃນບ້ານໂຟ ຍັງໄດ້ປູກຜັກທີ່ແປກໆ, ມີມູນຄ່າສູງບາງຊະນິດຄື: ຜັກສະລັດກູດ, ຜັກກາດຂາວ, ຜັກສະລັດມ້ວງ... ແຕ່ລະສະມາຊິກໃນໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ສາມາດເກັບກ່ຽວແຕ່ 6-10 ລະດູຜັກໃນແຕ່ລະປີ ດ້ວຍການຜະລິດຜັກຕາມທິດອົງຄະທາດ. ເອື້ອຍ ເລທິແທັງຈ່າ, ປະທານສະຫະພັນແມ່ຍິງຕາແສງ ອານກວາງຫີ້ວ ໃຫ້ຮູ້ວ່າ: ປະຈຸບັນ, ໜ່ວຍຮ່ວມປູກຜັກປອດສານຜິດບານໂຟ ມີສະມາຊິກ 32 ຄົນ ໄດ້ຮ່ວມສຳພັນກັນ. ໃນເນື້ອທີ່ປູກຜັກ 6 ເຮັກຕາກໍ່ໄດ້ປູກສະເພາະຜັກກາດຊະນິດຕ່າງໆ, ຜັກ ປັງ , ຜັກສະລັດ, ຜັກຫອມ. ເມື່ອກ່ອນ, ເອື້ອຍນ້ອງກໍ່ປູກຜັກແບບ ລາຍຍ່ອຍ, ບໍ່ເປັນລະບົບ , ບໍ່ຮ່ວມສຳພັນນຳກັນ ແຕ່ເມື່ອເຂົ້າຮ່ວມຮູບແບບ, ທຸກຄົນໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍສັງຄົມ, ສະຫະພັນແມ່ຍິງໜູນຊ່ວຍທຶນ. ໃນໄລຍະປະຕິບັດຮູບແບບນີ້, ໄດ້ຊ່ວຍເອື້ອຍນ້ອງ 24 ຄົນບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກ. ພາບ: ຜູ້ຕາງໜ້າອຳນາການປົກຄອງທ້ອງຖິ່ນ ແລກປ່ຽນສະພາບພັດທະນາເສດຖະກິດ ສັງຄົມຢູ່ຕາແສງ ອານກວາງຫີ້ວ ປະຈຸບັນ, ບັນດາສະມາຊິກໃນໜ່ວຍ ໄດ້ເຜີຍແຜ່ເຕັກນິກການປູກຜັກປອດສານພິດນຳໃຊ້ຝຸ່ນຈຸລິນຊີໃຫ້ແກ່ທົ່ວໜ່ວຍຮ່ວມມື ກໍ່ຄືບັນດາຄອບຄົວໃນຕາແສງ ອານກວາງຫີ້ວ. ປ້າ ແກັກທິອຸດ, ຫົວໜ້າໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ໃຫ້ຮູ້ວ່າ: ເມື່ອເຮົາເປັນສະມາຊິກໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ກໍ ຈະໄດ້ສຳຜັດກັບວິທະຍາສາດເຕັກນິກ, ໜູນຊ່ວຍດ້ານທຶນຮອນ. ແຕ່ບ້ານ, ຕະຫຼອດຮອດຕາແສງ, ແຂວງກໍ່ໄດ້ມີຄວາມເອົາໃຈໃສ່ຕໍ່ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ. ເອື້ອຍນ້ອງທຸກຄົນຕ່າງກໍ່ເຫັນດີເຫັນພ້ອມ ເຮັດ ເພື່ອ ມີປະສິດທິຜົນດ້ານ ເສດຖະກິດ. ລາຍຮັບຈາກການປູກຜັກປະຈຸບັນແມ່ນປະມານ 6 ລ້ານດົ່ງ/ຄອບຄົວ/ເດືອນ. ເມື່ອກ່ອນຄອບຄົວຂ້າພະເຈົ້າທຸກຍາກຫຼາຍ ແຕ່ເມື່ອໄດ້ເປັນສະມາຊິກໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ, ຄອບຄົວຂ້າພະເຈົ້າກໍ່ພໍ ຢູ່ ພໍກິນ, ໄດ້ຊື້ເຄື່ອງໃຊ້ສອຍໃນຄອບຄົວ, ລູກຫຼານກໍ່ໄດ້ໄປໂຮງຮຽນ. ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາສະມາຊິກໃນໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ. ສະຫະພັນແມ່ຍິງຕາແສງ ອານກວາງຫີ້ວ ໄດ້ຍູ້ແຮງການໂຄສະນາ, ຂົນຂວາຍ ປຊຊ ເຂົ້າເປັນສະມາຊິກ ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ເພື່ອຊ່ວຍເອື້ອຍນ້ອງ ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ. ທ່ານໂງວັນຢູ, ປະທານຄະນະກຳມະການ ປຊຊ ຕາແສງ ອານກວາງຫີ້ວ ໃຫ້ຮູ້ວ່າ: ປີ 2018, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຈ່າວິງ ໄດ້ໜູນຊ່ວຍ ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ. ມາຮອດຈຸດເວລານີ້, ຮູບແບບນີ້ກໍ່ໄດ້ຮັບການໜູນຊ່ວຍ, ລົງທຶນດ້ານວິທະຍາສາດເຕັກນິກ, ແນະນຳໃຫ້ ປຊຊ, ມີສົ້ນອອກຈຳໜ່າຍ. ແຕ່ລະປີ, ກໍ ສະເໜີໃຫ້ຫ້ອງການກະສິກຳແຂວງ ຈັດຊຸດຝຶກອົບຮົມວິທະຍາສາດເຕັກນິກເພື່ອປູກພືດຜັກ. ບັນດາສະມາຊິກ ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ໄດ້ຮ່ວມສຳພັນນຳກັນ ແລະ ຮ່ວມສຳພັນກັບທະນາຄານນະໂຍບາຍສັງຄົມ ເພື່ອມີແຫຼ່ງທຶນກູຢືມ ລົງທຶນຊື້ຄືນໃຫມ່. ກ່ອນນີ້, ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ມີຫຼາຍຄອບຄົມທຸກຍາກ ແຕ່ປະຈຸບັນບໍ່ມີຄອ ບ ຄົວທຸກຍາກອີກແລ້ວ. ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ພວມເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ. ຮູບແບບການຜະລິດຂອງໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ໄດ້ຊ່ວຍໃຫ້ຕາແສງ ອານກວາງຫີ້ວ ຫລຸດອັດຕາສ່ວນຄອບຄົວທຸກຍາກລົງ 5.7% ໃນແຕ່ລະປີ, ເມືອງ ຈ່າກູ ຈະທະວີຄູນຮູບແບບນີ້ ເພື່ອແນໃສ່ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດຊົນນະບົດ, ປົວແປງ ແລະ ຍົກສູງຊີວິດຂອງ ປຊຊ./.
TAG
VOV/VOVworld/ໜ່ວຍຮ່ວມມື/ປູກຜັກປອດສານພິ/ບ້ານໂຟ/ຕາແສງອານກວາງຫີ້ວ/ແຂວງຈ່າວິງ
ປ້າແກັກທິອຸດ/ເອື້ອຍ ເລທິແທັງຈ່າ/
Related






