ຫວິ້ງຝຸກ ພັດທະນາເສດຖະກິດແບບຍືນຍົງດ້ວຍກະສິກຳທັນສະໄໝ
04/05/2023 17:00
(VOVWORLD) - ປະຈຸບັນ, ແຂວງ ຫວິ້ງຝຸກ ມີ 19 ໝູ່ບ້ານອາຊີບມູນເຊື້ອ ດ້ວຍສະຫະກອນ 235 ແຫ່ງໄດ້ເຄື່ອນໄຫວໃນຂົງເຂດກະສິກຳ. ແຂວງ ຫວິ້ງຝຸກ ຍັງມີບາງເຂດຜະລິດກະສິກຳສິນຄ້າລວມສູນທີ່ມີຂອບຂະໜາດໃຫ່ຍ, ພັດທະນາຮອບດ້ານພໍສົມຄວນ. ນີ້ແມ່ນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ເພື່ອໃຫ້ບັນດາອົງການ, ສ່ວນບຸກຄົນເຂົ້າຮ່ວມໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP), ສ້າງເປັນບັນດາຜະລິດຕະພັນທີ່ມີມູນຄ່າ, ມີກຳລັງແກ້ງແຍ້ງໃນທ້ອງຕະຫຼາດ.

ປະລິດເຫັດຢູ່ ບໍລິສັດເຫັດ ຝຸ່ງຢາ ຈຳກັດ (ພາບ: VOV ) ປີ 2017, ສາມອ້າຍນ້ອງນາມສະກຸນ ຝຸ່ງ ຢູ່ເມືອງບິ່ງຊວຽນ, ແຂວງຫວິ້ງຝຸກ ໄດ້ຕົກລົງສ້າງຕັ້ງບໍລິສັດປູກເຫັດ ຕາມຮູບແບບກະສິກຳທັນສະໄໝ. ນັບແຕ່ເມື່ອຫາກໍ່ສ້າງຕັ້ງຂຶ້ນ, ບໍລິສັດເຫັດ ຝຸ່ງຢາ ຈຳກັດ ກໍ່ຄືກັນກັບບໍລິສັດ start up ອື່ນໆຫຼາຍແຫ່ງ ກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ມາຮອດປະຈຸບັນ, ພາຍຫຼັງໄດ້ເຄື່ອນໄຫວມາເປັນເວລາເກືອບ 6 ປີ, ທາງບໍລິສັດສາມາດເກັບກ່ຽວເຫັດໄດ້ 2 ໂຕນ/ມື້, ລາຍຮັບໄດ້ກ່ວາ 60 ຕື້ດົ່ງ/ປີ (2.6 ລ້ານ USD). ອ້າຍ ຝຸ່ງດຶກເກື່ອງ, ຮອງຜູ້ອຳນວຍການ ບໍລິສັດເຫັດ ຝຸ່ງຢາ ຈຳກັດ ໃຫ້ຮູ້ວ່າ: ຜະລິດຕະພັນເຫັດຂອງບໍລິສັດ ໄດ້ຜະລິດຕາມມາດຖານ VietGap. ປະຈຸບັນ, ເຫັດຂອງບໍລິສັດບັນລຸໃບຢັງຢືນ OCOP 4 ດາວ, ສະນັ້ນ ຈະສາມາດໂຄສະນາເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດໄດ້ຢ່າງງ່າຍດາຍ: ເມື່ອເຂົ້າຮ່ວມໂຄງການ
TAG
VOV/VOVworld/ຫວິ້ງຝຸກ/ພັດທະນາເສດຖະກິດແບບຍືນຍົງ/ມາດຖານ OCOP/ທ່ານ ຝຸ່ງຊວນຕຽນ/ບໍລິສັດເຫັດ ຝຸ່ງຢາ ຈຳກັດ/ບໍລິສັດຫຸ້ນສ່ວນ ເຜິ້ງ ຕາມດາວ
Related






