ການພັດທະນາຢູ່ບ້ານເກີດເມືອງນອນການປະຕິວັດ ກຼົງບົງ, ດັກລັກ
04/09/2020 09:01
(VOVWORLD) - ເມືອງ ກຼົງບົງ ເຄີຍເປັນຖານທີ່ໝັ້ນການປະຕິວັດຂອງແຂວງດັກລັກ ໃນການຕໍ່ສູ້, ຕ້ານສັດຕູຜູ້ຮຸກຮານ ແລະໄດ້ຮັບການປົດປ່ອຍມາແຕ່ປີ 1965. ມາຮອດປະຈຸບັນ, ພາຍຫຼັງໄດ້ຮັບຄວາມເປັນເອກະລາດມາເປັນເວລາກ່ວາ 55 ປີ, ໂສມໜ້າຂອງເມືອງ ກຼົງບົງ ກໍ່ມີການປ່ຽນແປງທີ່ຕັ້ງໜ້າຫຼາຍຢ່າງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ.

ໃນຊຸມມື້ນີ້, ທົ່ງນາບ້ານ ຕູນ-ຕາແສງຖານທີ່ໝັ້ນ ອີອາງມາວ, ເມືອງ ກຼົງບົງ, ແຂວງດັກລັກ ເຕັມໄປດ້ວຍເຂົ້າສຸກເຫຼືອງ…. ຍັງອີກເຄິ່ງເດືອນແມ່ນຈະຮອດລະດູການເກັບກ່ຽວເຂົ້າ. ເມື່ອຍ່າງໄປຕາມ ທາງເບຕົງທີ່ເຊື່ອມຕໍ່ບ້ານຕູນ ໄປຫາ ທົ່ງນານັ້ນ, ເຈົ້າກົກເຈົ້າເຫຼົ່າ Y Dhăk Niê Kđăm ແບ່ງປັນວ່າ: ເມື່ອກ່ອນນີ້, ບ້ານຕູນ ແມ່ນບ້ານທຸກຍາກກ່ວາໝູ່ຂອງຕາແສງ ອີອາງມາວ, ກ່ອນປີ 2010, ອັດຕາສ່ວນຄອບຄົວທຸກຍາກແມ່ນຫຼາຍກ່ວາ 70%. ແຕ່ມາໃນປະຈຸບັນ, ທຸກສິ່ງທຸກຢ່າງກໍ່ປ່ຽນແປງໄປໝົດແລ້ວ, ປະຊາຊົນໄດ້ຮູ້ຈັກການນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ: ການປ່ຽນແປງທີ່ 1 ແມ່ນດ້ານພື້ນຖານໂຄງລ່າງ, ມີທາງໄປມາ, ໂຮງຮຽນ, ສຸກສາລາ, ມີໄຟຟ້າໃຊ້…ແຕ່ກ່ອນແມ່ນບໍ່ມີ, ປະຈຸບັນຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນ. ປະຊາຊົນຮູ້ຈັກເຮັດເສດຖະກິດ, ມີຢູ່ມີກິນ, ມີການຜະລິດຄືນໃໝ່. ປະຈຸບັນໄດ້ກິນອີ່ມ ນຸ່ງງາມແລ້ວ. ໃນບ້ານກໍ່ມີຄວາມສະໜິດຕິດພັນນຳກັນ, ສາມັກຄີກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ.
TAG
VOV/VOVworld/ຊົນນະບົດ/ກຼົງບົງ/ດັກລັກ/ໂສມໜ້າ/
Related






