VOV WorldVOV World
ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ໃນ​ລະ​ບົບ​ມູນ​ຄ່າ​ເຂົ້າ​ສານ ແລະ ໝາກ​ມ່ວງ​ຢູ່​ແຂວງ​ກຽນ​ຢາງ
10/06/2022 07:47
(VOVWORLD) - ໃນຄວາມມານະພະຍາຍາມປັບປຸງຂະແໜງກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ໂຄງການສູນປ່ຽນແປງໃໝ່ປະດິດຄິດສ້າງສີຂຽວໃນຂະແໜງກະສິກຳ ແລະ ສະບຽງອາຫານຫວຽດນາມ ( GIC Viet Nam) ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສົມທົບກັບອົງການຮ່ວມມືພັດທະນາ ເຢຍລະມັນ (GIZ) ປະຕິບັດ ດ້ວຍການອຸປະຖຳຂອງກະຊວງຮ່ວມມືເສດຖະກິດ ແລະ ພັດທະນາສະຫະພັນເຢຍລະມັນ. ໂດຍແມ່ນ 1 ໃນຈຳນວນ 6 ທ້ອງຖິ່ນຜັນຂະຫຍາຍໂຄງການໃນໄລຍະ 2020-2024, ກຽນຢາງ ພວມມານະພະຍາຍາມຫຼາຍຢ່າງ ເພື່ອປ່ຽນແປງໃໝ່ປະດິດຄິດສ້າງ ໃນລະບົບມູນຄ່າເຂົ້າສານ ແລະ ໝາກມ່ວງ.
ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ໃນ​ລະ​ບົບ​ມູນ​ຄ່າ​ເຂົ້າ​ສານ ແລະ ໝາກ​ມ່ວງ​ຢູ່​ແຂວງ​ກຽນ​ຢາງ
  ຮູບແບບຜະລິດເຂົ້າສານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ (ພາບ: VOV )    ໂຄງການ GIC ມີຍອດຈຳນວນເງິນລົງທຶນ 7 ລ້ານເອີໂຣ ໂດຍລັດຖະບານ ສະຫະພັນເຢຍລະມັນ ອຸປະຖຳ ດ້ວຍແຫຼ່ງທຶນ ODA ຊ່ວຍເຫຼືອຫຼ້າ. ໂຄງການດັ່ງກ່າວຈະຊ່ວຍປັບປຸງບັນດາລະບົບການປູກຝັງຕາມທິດຍືນຍົງ, ຜ່ານນັ້ນ ໄດ້ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ ພ້ອມທັງເພີ່ມທະວີຄວາມສາມາດຮັບມືກັບບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຂອງສອງລະບົບມູນຄ່າຜະລິດຕະພັນກະເສດຕົ້ນຕໍຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຄືເຂົ້າສານ ແລະ ໝາກມ່ວງ.    ໃນໄລຍະທີ່ຜ່ານມາ, ແຂວງກຽນຢາງ ໄດ້ຮັບໂຄງການ GIC ຢ່າງຕັ້ງໜ້າທີ່ສຸດ. ຄະນະກຳມະການ ປຊຊ ແຂວງກຽນຢາງ ໃຫ້ຄຳໝັ້ນສັນຍາສະໜອງຄ່າສົມທົບປະມານ 700.000 ເອີໂຣ ເພື່ອເຂົ້າຮ່ວມໂຄງການບັນດາສູນປ່ຽນແປງໃໝ່ປະດິດຄິດສ້າງສີຂຽວໃນຂະແໜງກະສິກຳ ແລະ ສະບຽງອາຫານຫວຽດນາມ-GIC. ທ່ານເລກວັກແອງ, ຮອງປະທານຄະນະກຳມະການ ປຊຊ ແຂວງກຽນຢາງ ໃຫ້ຮູ້ວ່າ:    ເລື່ອງຜັນຂະຫຍາຍການປະຕິບັດໂຄງການແມ່ນມີຄວາມໝາຍ ແລະ ແທດຈິງທີ່ສຸດ ໃນການປັບປຸງເຕັກນິກການປູກຝັງຕໍ່ການສຳພັດກັບຕະຫຼາດ. ບັນດາແຂວງເຂົ້າຮ່ວມໂຄງການ GIC ມີຄວາມຫວັງຕໍ່ບັນດາມາດຕະການພັດທະນາອົງການຈັດຕັ້ງຂອງຊາວກະສິກອນ ເພື່ອຍົກສູງຄຸນນະພາບ, ມູນຄ່າຜະລິດຕະພັນ, ຊ່ວຍອົງການຄຸ້ມຄອງລັດຂັ້ນຕ່າງໆ ໃນວິວັດການຊີ້ນຳ, ສ້າງ, ດັດປັບນະໂຍບາຍ ຊຸກຍູ້ການພັດທະນາການຮ່ວມສຳພັນຜະລິດ ຈຳໜ່າຍຜະລິດຕະພັນກະເສດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ປະກອບສ່ວນພັດທະນາຊົນນະບົດແບບຍືນຍົງຂອງເຂດ, ໃນນັ້ນມີແຂວງກຽນຢາງ.   ກຽນຢາງພວມ
TAG
VOV/VOVworld/Oemar Idoe/ຮອງຜູ້ອຳນວຍການອົງການ GIZ/ແຂວງກຽນຢາງ/ລະບົບມູນຄ່າເຂົ້າສານ ແລະ ໝາກມ່ວງ/ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ/ທ່ານເລກວັກແອງ/