ງານບຸນໝູ່ບ້ານໃນລະດູບານໃໝ່
09/02/2017 17:00
ໃນປະຫວັດສາດມີຫຼາຍງານບຸນໝູ່ບ້ານທີ່ລືຊື່ດ້ວຍການເຫຼື້ອມໃສບູຊາອະໄວຍະວະສືບພັນ, ທີ່ມີມາກ່ອນນີ້ເປັນເວລາຫຼາຍສະຕະວັດ. ມີຫຼາຍງານບຸນໝູ່ບ້ານທີ່ມີຊື່ສຽງໃນທົ່ວປະເທດຄື: ງານບຸນວິຫານຮູ່ງ ຢູ່ແຂວງ ຟູ໋ເທາະ; ງານບຸນ ໂກ໋ລວາ, ເລ້ເມີດ, ຟູ່ດົ໋ງ, ຂອງຮ່າໂນ້ຍ; ງານບຸນ ຫຼຽວໂດຍ ຢູ່ແຂວງ ນາມຮ່າ; ງານບຸນ ດົ່ງກີ້, ງານບຸນ ລີມ ຢູ່ແຂວງ ບັກນີງ…

(vovworld) - ໃນວົງຄະນະຍາດໝູ່ບ້ານ, ຕາແສງ ຫວຽດນາມ, ງານບຸນໝູ່ບ້ານແມ່ນຮູບພາບທີ່ເປັນສັນຍາລັກຂອງໝູ່ບ້ານ ຫວຽດນາມ ເພື່ອແນໃສ່ຮັກສາເສີມຂະຫຍາຍສີສັນຊາດ, ສຶກສາລຸ້ນໜຸ່ມຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ, ບ້ານເກີດເມືອງນອນ, ປະເທດຊາດ. ງານບຸນໝູ່ບ້ານເຄີຍຈັດຕັ້ງໃນລະດູບານໃໝ່, ເມື່ອດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ທຳມະຊາດສົດໃສ, ປະຊາຊົນມີຄວາມປິຕິຊົມຊື່ນ. ບົດຂຽນ “ງານບຸນໝູ່ບ້ານໃນລະດູບານໃໝ່” ຂອງໂຕຕ໋ວນ, ນັກຂ່າວVOV.
TAG
vovworld/ງານບຸນ
Related






