VOV WorldVOV World
ໂຄງ​ການ​ຫນຶ່ງ​ຕາ​ແສງ​ຫນຶ່ງ​ຜະ​ລິດ​ຕະ​ພັນ (OCOP) ຢູ່​ແຂວງ​ລ່າວ​ກາຍ
22/01/2021 08:25
(VOVWORLD) -ໂຄງການຫນຶ່ງຕາແສງຫນຶ່ງຜະລິດຕະພັນ (OCOP) ຢູ່ແຂວງລ່າວກາຍ ພວມໄດ້ຮັບການຍົກສູງຂຶ້ນກ່ຽວກັບຄຸນນະພາບເທື່ອລະກ້າວ, ຕອບສະຫນອງບັນດາການກຳນົດ ແລະ ປະກອບສ່ວນເພີ່ມລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ. ພິເສດ ໂຄງການເສີມຂະຫຍາຍປະສິດທິຜົນດ້ານເສດຖະກິດໃຫ້ເປັນຢ່າງດີ ເມື່ອສົມທົບກັບການເຄື່ອນໄຫວທ່ອງທ່ຽວ.
ໂຄງ​ການ​ຫນຶ່ງ​ຕາ​ແສງ​ຫນຶ່ງ​ຜະ​ລິດ​ຕະ​ພັນ (OCOP) ຢູ່​ແຂວງ​ລ່າວ​ກາຍ
ຜະລິດຕະພັນຊາປອດສານພິດ ຂອງສະຫະກອນ ຊາ ບ້ານລ່ຽນ ເມືອງ ບັກຮ່າ ໄດ້ຈັດອັນດັບຜະລິດຕະພັນ OCOP 5 ດາວ. ນີ້ກໍ່ແມ່ນຜະລິດຕະພັນ 5 ດາວທຳອິດຂອງແຂວງ ລ່າວກາຍ. ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2004 ດ້ວຍກວ່າ 100 ສະມາຊິກໃນເບື້ອງຕົ້ນ. ມາຮອດປະຈຸບັນ ສະຫະກອນຊາ ບ້ານລ່ຽນ ມີ 300 ສະມາຊິກຮ່ວມສຳພັນປູກຕົ້ນຊາຕາມມາດຖານ OCOP ແລະ ເຄື່ອງໝາຍຊາປອດສານພິດ ບ້ານລ່ຽນໂດຍໄດ້ຮັບການນິຍົມຈາກຜູ້ບໍລິໂພກພາຍໃນ ແລະຕ່າງປະເທດເປັນຈຳນວນຫລວງຫລາຍ.ທ່ານ ຟ້າມກວາງເທີ້ນ ຫົວຫນ້າສະຫະກອນຊາ ບ້ານລ່ຽນແບ່ງປັນວ່າ:  “ ເມື່ອໄດ້ຮັບໃບຢັ້ງຢືນ OCOP  ພວກຂ້າພະເຈົ້າມີທ່າໄດ້ປຽບຫລາຍຢ່າງ ແລະອາດຈະນຳຜະລິດຕະພັນມາຂາຍຢູ່ຕາມຮ້ານຊັບພະສິນຄ້າ, ບັນດາແຂວງ, ນະຄອນແຫ່ງຕ່າງໆໄດ້. ອີກບັນຫາຫນຶ່ງ ເມື່ອເຂົ້າຮ່ວມບັນດາງານຕະຫລາດນັດ ນັບມື້ນັບມີລູກຄ້າຫລາຍຄົນຮູ້ຈັກເຖິງ.”
TAG
VOV/VOVworld/OCOP/ຜະ​ລິດ​ຕະ​ພັນ​ຊາ​ປອດ​ສານ​ພິດ/ລາວ​ກາຍ