ປະສິທິຜົນການປູກເຂົ້າໃນທົ່ງນາຂະໜາດໃຫ່ຍຢູ່ຕາແສງຝູເກີນ, ແຂວງຈ່າວິງ
30/09/2022 07:19
(VOVWORLD) - ທົ່ງນາຂະໜາດໃຫ່ຍຢູ່ຕາແສງຝູເກີນ, ເມືອງຕຽວເກີນ, ແຂວງຈ່າວິງ ແມ່ນໜຶ່ງໃນບັນດາຮູບແບບດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ. ຮູບແບບນີ້ ໄດ້ປະກອບສ່ວນສຳຄັນ ຊ່ວຍຕາແສງຝູເກີນ ບັນລຸມາດຕະຖານຊົນນະບົດໃໝ່ເມື່ອປີ 2013 ແລະບັນລຸມາດຖານຍົກສູງຊົນນະບົດໃໝ່ເມື່ອປີ 2020.

ທົ່ງນາຂະໜາດໃຫ່ຍຢູ່ ຕາແສງຝູເກີນ (ພາບ: ງອກແອງ) ທົ່ງນາຂະໜາດໃຫ່ຍ ແມ່ນວິທີຜະລິດໃໝ່, ຊາວກະສິກອນພ້ອມກັນໂຮມບັນດາທົ່ງນານ້ອຍເຂົ້ານຳກັນ, ພ້ອມກັນນຳໃຊ້ຂັ້ນຕອນການຜະລິດ VietGAP ອັນດຽວກັນ (ໝາຍເຖິງການປະຕິບັດການຜະລິດກະສິກຳດີ). ຜ່ານນັ້ນ, ໄດ້ຊ່ວຍຊາວກະສິກອນຫລຸດຄ່າໃຊ້ຈ່າຍສົ້ນເຂົ້າ, ຈຳໜ່າຍຜະລິດຕະພັນຢ່າງງ່າຍດາຍ, ເພີ່ມສະມັດຕະພາບການຜະລິດ. ຕາແສງຝູເກີນ ມີ 3120 ຄອບຄົວຊາວກະສິກອນ ດ້ວຍ 11.560 ຄົນ, ໃນນັ້ນ ມີ 62% ແມ່ນຊາວເຜົ່າຂະແມ. ຊີວິດຂອງ ປຊຊ ຢູ່ທີ່ນີ້ ແມ່ນອີງໃສ່ການຜະລິດກະສິກຳເປັນຕົ້ນ, ໂດຍສະເພາະແມ່ນການປູກເຂົ້າ. ອ້າຍແທກທັງ ປຊຊ ຕາແສງຝູເກີນ ໃຫ້ຮູ້ວ່າ: ທົ່ງນາຂະໜາດໃຫ່ຍມີເນື້ອທີ່ 110 ເຮັກຕາ, ໄດ້ສ້າງຂຶ້ນນັບແຕ່ປີ 2007 ເມື່ອໄດ້ກໍ່ສ້າງຄອງເໝືອງເບຕົງ. ປຊຊ ບໍ່ຕ້ອງເສຍຄ່ານ້ຳ, ຍ້ອນລັດໄດ້ຈ່າຍໃຫ້ໝົດ. ແຕ່ກ່ອນບໍ່ເຮັດທົ່ງນາຂະໜາດໃຫ່ຍ, ການປູກເຂົ້າພຽງແຕ່ພໍຢູ່ພໍກິນເທົ່ານັ້ນ. ແຕ່ປະຈຸບັນໄດ້ເຮັດ 3 ລະດູການ, ເຂົ້າມີຄຸນນະພາບສູງ, ມີພໍ່ຄ້າມາເກັບຊື້. ຜະລິດເຂົ້າເປືອກ 10 ໂລກໍ່ມີກຳໄລປະມານ 1 ແສນດົ່ງ. ຊາວກະສິກອນ ຕາແສງຝູເກີນ ອອກໄປເຮັດນາ (ພາບ: ງອກແອງ) ປະຈຸບັນ, ຕາແສງຝູເກີນ ມີ 126 ຄອບຄົວເຂົ້າຮ່ວມຮູບແບບການຜະລິດທົ່ງນາຂະໜາດໃຫ່ຍ. ໃນການຜະລິດເຂົ້າຂອງຊາວກະສິກອນ ໄດ້ປະສົມຮູບແບບການຜະລິດ “ແບບມີນຳ-ແບບແຫ້ງສະຫຼັບກັນ” ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນອກຈາກການປະຢັດລາຍຈ່າຍ, ການຜະລິດ ແບບ “ແບບມີນ້ຳ-ແບບແຫ້ງສະຫຼັບກັນ” ໄດ້ຊ່ວຍເພິ່ມສະມັດຕະພາບໃຫ້ຫຼາຍກ່ວາອີກ. ທ່ານບຸ່ຍເຈື່ອງອານ, ຮອງປະທານຄະນະກຳມະການ ປຊຊ ຕາແສງຝູເກີນ ໃຫ້ຮູ້ວ່າ:
TAG
VOV/VOVworld/ທົ່ງນາຂະໜາດໃຫ່ຍ/ຕາແສງຝູເກີນ/ເມືອງຕຽວເກີນ/ແຂວງຈ່າວິງ/ທ່ານແທັກເຊ/ທ່ານບຸ່ຍເຈື່ອງອານ/ຮອງປະທານຄະນະກຳມະການ ປຊຊ ຕາແສງຝູເກີນ
Related






