VOV WorldVOV World
ປະ​ສິດ​ທິ​ຜ​ົນ​ຈາກ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ ສົມ​ທົບ​ກັບ​ການ​ນຳ​ໃຊ້​ທຶນ​ບຸ​ລິ​ມະ​ສິດ ຢູ່​ຕາ​ແສງ​ເຂດ​ຫ່າງ​ໄກ​ສອກຫຼີກ ກືດ​ຼຳ ແຂວງ​ດັກ​ລັກ
22/06/2023 07:52
(VOVWORLD) - ໂດຍແມ່ນຕາແສງເຂດຫ່າງໄກສອກຫຼີກ ຂອງເມືອງ ກຼົງບົງ, ແຂວງ ດັກລັກ, ກືດຼຳ ແມ່ນເຂດດິນແດນທີ່ມີພູມສັນຖານ, ເງື່ອນໄຂທຳມະຊາດທີ່ບໍ່ເອື້ອອຳນວຍ. ແຕ່ອຳນາດການປົກຄອງ ແລະ ປຊຊ ຢູ່ທີ່ນີ້ ໄດ້ຫັນບັນດາສິ່ງທີ່ບໍ່ເປັນປະໂຫຍດ ກາຍເປັນທ່າໄດ້ປຽບ ເພື່ອພັດທະນາເສດຖະກິດ. ດ້ວຍການໜູນຊ່ວຍດ້ານທຶນຮອນຈາກທະນາຄານນະໂຍບາຍ, ປຊຊ ຕາແສງ ກືດຼຳ ໄດ້ຕັ້ງໜ້າຫັນປ່ຽນຜົນລະປູກ ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດ.
ປະ​ສິດ​ທິ​ຜ​ົນ​ຈາກ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ ສົມ​ທົບ​ກັບ​ການ​ນຳ​ໃຊ້​ທຶນ​ບຸ​ລິ​ມະ​ສິດ ຢູ່​ຕາ​ແສງ​ເຂດ​ຫ່າງ​ໄກ​ສອກຫຼີກ ກືດ​ຼຳ ແຂວງ​ດັກ​ລັກ
  ສວນຕົ້ນໝາກນັດ, ຢູ່ຕາແສງ ກືດຼຳ (ພາບ: VOV )      ເອື້ອຍ ເຈິ່ນທິລານ, ຢູ່ຕາແສງ ກືດຼຳ, ເມືອງ ກຼົງບົງ, ແຂວງ ດັກລັກ, ໃຫ້ຮູ້ວ່າ: ໃນ 4 ປີຜ່ານມາ, ຕົ້ນໝາກນັດໄດ້ກາຍເປັນຕົ້ນປູກຫຼັກທີ່ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ຄອບຄົວເອື້ອຍ.ຈາກເນື້ອທີ່ດິນທຳການຜະລິດ 12 ເຮັກຕາ, ໃນເມື່ອກ່ອນໄດ້ປູກແຕ່ຕົ້ນກາເຟເທົ່ານັ້ນ, ກ່ອນນີ້ 5 ປີ, ເອື້ອຍ ລານ ໄດ້ກູ້ຢືມເງິນ 50 ລ້ານດົ່ງ (2.100 USD)  ຈາກທະນາຄານນະໂຍບາຍສັງຄົມ ເມືອງ ກຼົງບົງ, ແຂວງ ດັກລັກ,  ເພື່ອຫັນໄປປູກຕົ້ນໝາກນັດແນວພັນ Cayenne ໃນເນື້ອທີ 7 ເຮັກຕາ. ພາຍຫຼັງ 1 ປີ, ເອື້ອຍໄດ້ຮັບເງິນເກືອບ 300 ລ້ານດົ່ງ (ເກືອບ 13.000 USD). ການປູກຕົ້ນໝາກນັດແມ່ນບັນລຸປະສິດທິຜົນດີ, ເອື້ອຍ ລານ ໄດ້ໃຊ້ໜີ້ໝົດ ແລະ ສືບຕໍ່ກູ້ຢືມຕື່ມອີກ ເພື່ອຫັນປ່ຽນເນື້ອທີ່ດິນທີ່ຍັງເຫຼືອ ໄປປູກຕົ້ນໝາກນັດ. ເອື້ອຍ ລານ ແບ່ງປັນວ່າ:    ກ່ອນນີ້, ຂ້າພະເຈົ້າໄດ້ປູກຕົ້ນກາເຟ. ຫຼັງຈາກນັ້ນ ເ ຫັນວ່າ ຕ້ອງໃຊ້ ເຫື່ອ ແຮງເພື່ອບົວລະບັດຫຼາຍ, ຂ້າພະເຈົ້າກໍ່ເລີຍປ່ຽນໄປປູກຕົ້ນໝາກນັດ, ເຫັນວ່າ ບໍ່ຕ້ອງໃຊ້ ເຫື່ອ ແຮງຫຼາຍ ແລະ ໄດ້ອອກທຶນໜ້ອຍກ່ວາ ແຕ່ບັນລຸປະສິດທິຜົນພັດສູງກ່ວາ. ຂ້າພະເຈົ້າໄດ້ກູ້ຢືມທຶນຈາກທະນາຄານນະໂຍບາຍ ດ້ວຍອັດຕາດອກເບັ້ຍຕ່ຳ ເພື່ອລົງທຶນປູກຕົ້ນໝາກນັດ.   ກູ້ຢືມທຶນເພື່ອລ້ຽງງົວພັນຢູ່ ເມືອງ ກຼົງບົງ (ພາບ: VOV )     ຢູ່ ຕາແສງ ກືດຼຳ, ຫຼາຍເຂດໂນນພູໂຄກຄ້ອຍທີ່ເຕັມໄປດ້ວຍຫີນ, ຫີນແຮ່ ພວມໄດ້ປົກຄຸມໄປດ້ວຍບັນດາສວນໝາກນັດ. ໂດຍມີຄວາມວິຕົກກັງວົນກ່ຽວກັບສົ້ນອອກຂອງຜະລິດຕະພັນ ຂະນະທີ່ເນື້ອທີ່ປູກໄດ້ເພີ່ມຂຶ້ນໄວ, ພາໄປເຖິງສະພາບລະດູເກັບກ່ຽວໄດ້ຮັບຜົນດີ ແຕ່ລາຄາພັດຕ່ຳນັ້ນ, ປຊຊ ທ້ອງຖິ່ນ ໄດ້ຄິດເຖິງທິດທາງບົວລະບັດໝາກນັດ ເພື່ອສາມາດເກັບກ່ຽວໄດ້ໃນຫຼາຍລະດູການ ແນໃສ່ຮັກສາລາຄາເປັນປົກກະຕິ. ເອື້ອຍ ຫງວຽນທິກີມອຽນ ຢູ່ບ້ານ 2, ຕາແສງ ກືດຼຳ, ໃຫ້ຮູ້ວ່າ:    ຢູ່ນີ້ໄດ້ປູກຕົ້ນໝາກນັດເປັນຕົ້ນຕໍ ຍ້ອນວ່າ ໝາກນັດເໝາະສົມກ່ວາ ເມື່ອທຽບກັບ ຕົ້ນໄມ້ກິນໝາກຊະນິດອື່ນໆ. ການປູກຕົ້ນໝາກນັດກໍ່ງ່າຍ ແລະ ພັດທະນາດີ. ຢູ່ຕາແສງ ກືດຼຳ, ມີໝາກນັດຫຼາຍ ສະນັ້ນ ຕ້ອງປູກຕົ້ນໝາກນັ ດແບບບໍ່ໄປຕາມລະດູ . ຕ້ອງຈັດແບ່ງລະດູການ, ເຮັດເທື່ອລະ ເລັກ ເທື່ອລະ ຫ ນ້ອຍ ຈຶ່ງຈະຂາຍໄດ້ຫຼາຍກ່ວາ, ລາຄາຈຶ່ງຈະດີກ່ວາ.     ພ້ອມກັບການປູກຕົ້ນໝາກນັດ, ປຊຊ ຕາແສງ ກືດຼຳ ກໍ່ໄດ້ປູກຕົ້ນໄມ້ຊະນິດອື່ນໆອີກຫຼາຍຢ່າງ ທີ່ມີຄວາມເໝາະສົມກັບດິນຟ້າອາກາດຢູ່ທີ່ນີ້ຄື: ຕົ້ນຢາງພາລາພັນປະສົມ, ຕົ້ນໝາກມ່ວງຫິມະພານ, ຕົ້ນໄມ້ກິນໝາກ, ພ້ອມທັງພັດທະນາການລ້ຽງສັດຢູ່ໃຕ້ຮົ່ມໄມ້ປ່າ. ຕາມການສະຖິຕິແລ້ວ, ປະຈຸບັນ, ຕາແສງ ກືດຼຳ ມີນື້ອທີ່ປູກຕົ້ນຢາງພາລາພັນປະສົມກ່ວາ 700 ເຮັກຕາ, ຕົ້ນໝາກນັດໃນໂນນພູ 800 ເຮັກຕາ ແລະ ເນື້ອທີ່ປູກຕົ້ນໄມ້ກິນໝາກຄື: ໝາກຖົ່ວລຽນ, ໝາກລິນຈີ່, ໝາກລຳໄຍ, ໝາກກ້ຽງ…120 ເຮັກຕາ.    ໂດຍແມ່ນບໍລະເວນເຂດຫ່າງໄກສອກຫຼີກ ດ້ວຍ 2.000 ຄອບຄົວ, ປະຊາກອນກ່ວາ 10.000 ຄົນ, ໃນນັ້ນ ປຊຊ ຊົນເຜົ່າສ່ວນໜ້ອຍກວມເອົາກ່ວາ 80% ນັ້ນ, ຕາແສງ ກືດຼຳ ໄດ້ຮັບການຈັດແບ່ງຫຼາຍແຫຼ່ງກຳລັງ ເພື່ອໜູນຊ່ວຍການພັດທະນາການຜະລິດ. ໃນນັ້ນ, ແຫຼ່ງທຶນກູ້ຢືມບູລິມະສິດ ຈາກທະນາຄານະໂຍບາຍສັງຄົມ ແມ່ນຊ່ອງທຶນທີ່ ປຊຊ ໄດ້ເລືອກເຟັ້ນນຳໃຊ້ ຍ້ອນມີອັດຕາດອກເບັ້ຍຕ່ຳ, ລະບຽບການງ່າຍດາຍ, ເຂົ້າເຖິງງ່າຍ. ທ່ານ ເຈິ່ນດຶກແອງ, ຫົວໜ້າໜ່ວຍກູ້ຢືມທຶນ ບ້ານ 2, ຕາແສງ ກືດຼຳ, ໃຫ້ຮູ້ວ່າ:      ບ້ານ 2 ມີ 52 ຄອບຄົວໄດ້ກູ້ຢືມທຶນ ແລະ ປະຈຸບັນການກູ້ຢືມແມ່ນ 2 ຕື້ດົ່ງ
TAG
VOV/VOVworld/ເຂດຫ່າງໄກສອກຫຼີກ/ຕາ​ແສງ ກືດຼຳ ແຂວງດັກລັກ/ທ່ານ ເຈິ່ນດຶກແອງ/ທ່ານນາງ ຫງວຽນທິແທງຮ່ວຽນ/ທະນາຄານະໂຍບາຍສັງຄົມ/ສວນໝາກນັດ