ປັດໄຈຊຸກຍູ້ການພັດທະນາກະສິກຳ, ຊົນນະບົດ
23/09/2022 08:00
(VOVWORLD) - ຂະບວນການຊາວກະສິກອນ ແຂ່ງຂັນກັນທຳການຜະລິດ, ດຳເນີນທຸລະກິດເກັ່ງ, ສາມັກຄີກັນ ຊ່ວຍເຫຼືອເຊິ່ງກັນແລະກັນ ສ້າງຄວາມຮັ່ງມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໂດຍສູນກາງສະມາຄົມຊາວກະສິກອນ ຫວຽດນາມ ປຸກລະດົມນັບແຕ່ປີ 1989. ມາຮອດປັດຈຸບັນ ພາຍຫຼັງການຜັນຂະຫຍາຍມາເປັນເວລາ 33 ປີ, ຂະບວນການໄດ້ພັດທະນາເປັນວົງກ້ວາງໃນທົ່ວປະເທດ, ກາຍເປັນຂະບວນການມະຫາຊົນຢ່າງເລິກເຊິ່ງກ້ວາງຂວາງຂອງຊົນຊັ້ນຊາວກະສິກອນ ຫວຽດນາມ ໃນຍຸກສະໄໝໃໝ່. ຂະບວນການມີກຳລັງແຜ່ຂະຫຍາຍຢ່າງແຮງ, ດຶງດູດການເຂົ້າຮ່ວມຂອງສະມາຊິກສະມາຄົມຊາວກະສິກອນນັບລ້ານຄົນ, ສ້າງຖັນແຖວບັນດາຊາວກະສິກອນມືອາຊີບ. ບັນດາຄອບຄົວຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງແມ່ນແກ່ນສານຫຼັກແຫຼ່ງ, ນຳໜ້າໃນການຊຸກຍູ້ພັດທະນາກະສິກຳ, ຊົນນະບົດໃນປັດຈຸບັນ.

ພາບປະກອບ: laodongthudo.vn
TAG
VOV/VOVworld/ຊາວກະສິກອນ
Related






