ພັດທະນາຮູບແບບລ້ຽງປູກສິນໃນນ້ຳຢູ່ ບ່າເຣ້ຍ - ຫວູງເຕົາ
20/12/2020 07:23
(VOVWORLD) -ນອກຈາກທ່າແຮງຫາປາແລ້ວ, ແຂວງ ບ່າເຣ້ຍ- ຫວູງເຕົາ ແມ່ນຫນຶ່ງໃນບັນດາທ້ອງຖິ່ນຂອງຫວຽດນາມ ມີຫລາຍເງື່ອນໄຂສະດວກເພື່ອພັດທະນາອາຊີບລ້ຽງປູກສິນໃນນ້ຳ. ຊາວກະສິກອນໃນແຂວງໄດ້ນຳໃຊ້ຫລາຍຮູບແບບລ້ຽງປູກສິນໃນນ້ຳໝູນໃຊ້ເຕັກໂນໂລຊີສູງປະສົບຜົນສຳເລັດ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ນີ້ກໍ່ແມ່ນການກຳນົດທິດພັດທະນາຂອງຂະແຫນງກະສິກຳແຂວງໃນໄລຍະຈະມາເຖິງ.

ແຂວງ ບ່າເຣ້ຍ- ຫວູງເຕົາ ມີເນື້ອທີ່ປູກລ້ຽງສິນໃນນ້ຳປະມານ 6.300 ເຮັກຕາ. ເພື່ອໃຫ້ອາຊີບລ້ຽງປູກສິນໃນນ້ຳພັດທະນາຕາມທິດຍືນຍົງໃນຂອບຂະຫນາດໃຫຍ່, ພິເສດ ແມ່ນພັດທະນາການລ້ຽງຢູ່ບັນດາເຂດທະເລໄກ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບ່າເຣ້ຍ- ຫວູງເຕົາ ໄດ້ສົ່ງເສີມຊາວກະສິກອນເປັນເຈົ້າການໝູນໃຊ້ວິທະຍາສາດ ເຕັກໂນໂລຊີເຂົ້າໃນການຜະລິດ. ແຂວງ ມີແຜນນະໂຍບາຍກໍ່ສ້າງບັນດາສູນຄົ້ນຄ້ວາ, ຜະລິດພັນສິນໃນນ້ຳຢູ່ບໍລິເວນ, ພິເສດ ການໝູນໃຊ້ເຕັກໂນໂລຊີ 4.0 ຊ່ວຍຄຸ້ມຄອງ, ຫລຸດຜ່ອນຄວາມສ່ຽງ, ເພີ່ມສະມັດຕະພາບ, ຄຸນນະພາບ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມີຄວາມຍືນຍົງກວ່າ. ສຳລັບການລ້ຽງກຸ້ງ, ແຂວງ ບ່າເຣ້ຍ- ຫວູງເຕົາ ໄດ້ເອົາໃຈໃສ່ເປັນພິເສດເຖິງການພັດທະນາເຂດລ້ຽງກຸ້ງອຸດສາຫະກຳຢູ່ ເມືອງ ເດີດດໍ໋ ນະຄອນ ບ່າເຣ້ຍ ແລະ ລ້ຽງຢູ່ໃນໃສ່ກະຊັງຢູ່ນະຄອນ ຫວູງເຕົາ ເທດສະບານ ຟູໝີ. ປະຈຸບັນ ທົ່ວແຂວງ ມີ ເນື້ອທີ່ຫນ້ານ້ຳປະມານ 3900 ເຮັກຕາ ລ້ຽງກຸ້ງປະເພດຕ່າງໆ. ຮູບແບບລ້ຽງກຸ້ງໝູນໃຊ້ເຕັກໂນໂລຊີສູງ ພວມໄດ້ຮັບການລົງທຶນພັດທະນາເປີດກວ້າງເນື້ອທີ່ຈາກວິສາຫະກິດຫລາຍແຫ່ງ, ສະຫະກອນ ແລະ ຊາວກະສິກຳຢູ່ບໍລິເວນແຂວງ. ອັດຕາສ່ວນລ້ຽງກຸ້ງປະສົບຜົນສຳເລັດກວ່າ 90% ແລະ ປະສິດທິຜົນດ້ານເສດຖະກິດສູງທົບຫລາຍເທົ່າເມື່ອທຽບໃສ່ການລ້ຽງກຸ້ງໃສ່ຫນອງ.
TAG
VOV/VOVworld/ລ້ຽງກຸ້ງ/ເຕັກໂນໂລຢີສູງ/ບ່າເຣ້ຍ- ຫວູງເຕົາ
Related






