ຊາວກະສິກຳ ແຂວງ ອານຢາງ ລໍຖ້າຍາມນ້ຳຂຶ້ນ
20/11/2020 11:00
(VOVWORLD) - ຕາມ ສູນ ອຸຕຸນິຍົມ ອຸທົກກະສາດ ພາກໃຕ້ ຫວຽດນາມ ແລ້ວ, ລະດັບນ້ຳຈາກປາກນ້ຳຂອງແຂວງ ອານຢາງ ຢູ່ ແມ່ນ້ຳ ຕຽນ ແມ່ນແທກໄດ້ 2,7 ແມັດ ແລະ ແມ່ນ້ຳ ເຫົ້າ ແມ່ນ 2,56 ແມັດ. ນີ້ໄດ້ຮັບຖືວ່າ ແມ່ນຈຸດຍອດນ້ຳຖ້ວມໃນປີນີ້ ແຕ່ລະດັບນ້ຳດັ່ງກ່າວແມ່ນຕ່ຳກວ່າເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ ຊ້ຳບໍ່ໜຳ ຍັງຕ່ຳກວ່າຈຸດຍອດນ້ຳຖ້ວມຂອງປີ 2019. ຊາວກະສິກຳ ແຂວງ ອານຢາງ ພວມລໍຖ້າຍາມນ້ຳຂຶ້ນ ເພື່ອຫາເງິນລ້ຽງຊີບ ແລະ ຜະລິດກະສິກຳ.

ພວມລໍ ຖ້າຍາມນ້ຳຂຶ້ນ ຮອດເດືອນພະຈິກແລ້ວ, ແຕ່ລະດັບນ້ຳຢູ່ແມ່ນ້ຳລຳເຊສາຍຕ່າງໆ ໃນບັນດາທ້ອງຖິ່ນຢູ່ປາກແມ່ນ້ຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍັງຄົງຢູ່ໃນລະດັບຕ່ຳສຸດ, ມີທົ່ງນາບາງແຫ່ງ ລະດັບນ້ຳພຽງແຕ່ເທົ່າກັບຫນ້າທົ່ງນາເທົ່ານັ້ນ. ພໍ່ຕູ້ ຫງວຽນວັນເຊີມ, ປີນີ້ ອາຍຸ 80 ປີ ຢູ່ ຕາແສງ ຫວີງໂຮ້ຍ ເມືອງ ອານຟູ ຊື່ງແມ່ນເມືອງຢູ່ ປາກນ້ຳຂອງແຂວງ ອານຢາງ ໃຫ້ຮູ້ວ່າ: ຄອບຄົວຂອງພໍ່ຕູ້ ບໍ່ມີນາ, ຕະຫລອດປີ ພຽງແຕ່ທຳມາຫາກິນດ້ວຍອາຊີບຫາປາຕາມລຳແມ່ນ້ຳ. ແຕ່ລະປີ ແຫລ່ງສິນໃນນ້ຳຈາກຍາມນ້ຳຂຶ້ນ ໄດ້ນຳມາເຊິ່ງແຫລ່ງລາຍຮັບຕົ້ນຕໍໃຫ້ແກ່ຄອບຄົວພໍ່ຕູ້ ກໍຄືປະຊາຊົນຢູ່ທີ່ນີ້. ປີນີ້ ນ້ຳຈາກ ປາກ ນ້ຳໄຫລລົງມາຍັງຕ່ຳ ສະນັ້ນ ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫລາຍໃນການຫາເງິນລ້ຽງຊີບ. “ ປີນີ້ ຂ້າພະເຈົ້າມີອາຍຸ 80 ປີແລ້ວ ແຕ່ກ່ອນມາຮອດປະຈຸບັນ ຂ້າພະເຈົ້າເຫັນວ່າ ປີນີ້ ລະດັບນ້ຳແມ່ນຕ່ຳສຸດ . ຖ້າລະດັບນ້ຳຕ່ຳຄືແນວນີ້ ປະຊາຊົນຈະປະສົບກັບຄວາມຫຍຸ້ງຍາກຫລາຍ . ຊຸມປີກ່ອນນີ້ ຍາມນ້ຳຂຶ້ນ ປົກກະຕິ ແລ້ວແຕ່ລະຄອບຄົວ ຫາເງິນຈາກການຫາປາ ໄດ້ 50 – 60 ລ້ານດົ່ງ . ແຕ່ປະຈຸບັນ ບໍ່ມີຍາມນ້ຳຂຶ້ນແລ້ວ ປະຊາຊົນຈະລຳບາກທີ່ສຸດ ” ລຸງ ຫງວຽນວັນຢ່າງ ຢູ່ ຕາແສງ ຟູໂຮ້ຍ ເມືອງ ອານຟູ ດຳລົງຊີວິດຕົ້ນຕໍດ້ວຍອາຊີບເກັບຊື້ສິນໃນນ້ຳຈາກຊາວປະມົງຢູ່ໃນເຂດໃຫ້ຮູ້ວ່າ: ຊຸມປີກ່ອນນີ້ ໃນຊ່ວງເວລານີ້ ແຕ່ລະມື້ ທ່ານເກັບຊື້ປາ ກຸ້ງ ໄດ້ນັບພັນໂຕນ. ແຕ່ມາປີນີ້ ຕົວເລກດັ່ງກ່າວບັນລຸພຽງປະມານ 20% ເມື່ອທຽບໃສ່ປີກາຍ. ຍາມຝົນຢູ່ຍ່ານລຸ່ມແມ່ນ້ຳຂອງ ປີນີ້ ມາຊ້າກວ່າເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ “ ຢູ່ທີ່ນີ້ ປະຊາຊົນສ່ວນຫລາຍແມ່ນດຳລົງຊີວິດດ້ວຍອາຊີບກະສິກຳ , ຄ້າຂາຍ , ການບໍລິການ , ນອກນັ້ນ ອີງໃສ່ຍາມນ້ຳຂຶ້ນເພື່ອຫາເງິນລ້ຽງຊີບ . ສິ່ງຫຍຸ້ງຍາກ ທີ່ໜຶ່ງແມ່ນ ເມື່ອນ້ຳຂຶ້ນບໍ່ຄືກ່ອນນີ້ ຊີວິດການເປັນຢູ່ຂອງປະຊາຊົນບໍ່ເປັນປົກກະຕິ . ທີສອງ ແມ່ນພວມ ຢູ່ໃນຊ່ວງເກີດໂລກລະບາດ , ບໍ່ໄດ້ໄປ ກຳປູເຈຍ , ການຄ້າຂາຍກໍ່ຢຸດຕິ , ການຫາປາກໍ່ຫຍຸ້ງຍາກ ສະນັ້ນ ຊີວິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ແມ່ນ ຫຍຸ້ງຍາກລຳບາກທີ່ສຸດ ” ທ່ານ ຟ້າມແທ່ງເຕິມ, ຮອງຫົວຫນ້າ ຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ອານຟູ ແຂວງ ອານຢາງ ໃຫ້ຮູ້ວ່າ: ມີປະຊາຊົນປະມານ 70% ເຄີຍຫາສິນໃນນ້ຳໃນຍາມນ້ຳຂຶ້ນ ປະຈຸບັນຫັນໄປປະກອບອາຊີບອື່ນ ຫລື ໄປທຳມາຫາກິນຢູ່ແດນໄກ. ຕາມ ສູນ ອຸຕຸນິຍົມ ອຸທົກກະສາດ ພາກໃຕ້ ແລ້ວ, ຍາມຝົນຢູ່ຍ່ານລຸ່ມແມ່ນ້ຳຂອງ ປີນີ້ຈະຊ້າກວ່າເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ. ຍອດຈຳນວນປະລິມານນ້ຳຝົນຈາກ ປາກແມ່ນ້ຳແລະ ໃນທົ່ວຍ່ານລຸ່ມແມ່ນ້ຳ ແມ່ນຕ່ຳກວ່າຫລາຍເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ ແມ່ນ 25%. ກະແສນ້ຳໄຫລລົງແມ່ນ້ຳຂອງ ນັບແຕ່ຕົ້ນຍາມນ້ຳຖ້ວມມາຮອດປະຈຸບັນ ແມ່ນຢູ່ໃນລະດັບຕ່ຳສຸດໃນປະຫວັດສາດ, ຕ່ຳກວ່າລະດັບສະເລ່ຍໃນຫລາຍປີ ແມ່ນ ຈາກ 31 -49%. ຄາດຄະເນວ່າ ລະດັບນ້ຳຖ້ວມຈຸດສູງສຸດໃນປີນີ້ ແມ່ນຕ່ຳກວ່າລະດັບສະເລ່ຍໃນຫລາຍປີ ຈາກ 0,2% - 1,6% ແລະ ຕ່ຳກວ່າລະດັບນ້ຳຖ້ວມຮ້າຍແຮງອັນດັບ 1 ແມ່ນ 1,7 ແມັດ. ທ່ານ ກີ໋ກວາງວີງ ອະດີດຫົວຫນ້າສູນຕິດຕາມກວດກາ ຊັບພະຍາກອນ ແລະສິ່ງແວດລ້ອມ ນະຄອນ ເກິ່ນເທີ, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບສິ່ງແວດລ້ອມຊີວະພາບຢູ່ ທາງທິດຕາເວັນຕົກພາກໃຕ້ ຖືວ່າ: ຖ້າຫາກນັບແຕ່ນີ້ໄປຮອດທ້າຍຍາມຝົນ, ຍ່ານເຫນືອ ເຂດທົ່ງພຽງແມ່ນ້ຳຂອງ ບໍ່ມີຝົນຕົນຫນັກແກ່ຍາວ ແລະ ຕົ້ນປີ 2021 ຖ້າບໍ່ມີຝົນຕົກຜິດປົກກະຕິນັ້ນ ແມ່ນຈະເປັນລະດູແລ້ງທຳມະດາ ຊ້ຳບໍ່ໜຳ ຈະເປັນລະດູແລ້ງແກ່ຍາວ ນັ້ນຈະແມ່ນສິ່ງທ້າທາຍສຳລັບການຜະລິດກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕໍ່ຫນ້າສະພາບການນີ້ ຕ້ອງປ່ຽນແປງລະດູການຜະລິດ ແລະ ຕັ້ງຫນ້າເກັບນ້ຳໄວ້ໃຫ້ຫລາຍເທົ່າໃດກໍ່ຍິ່ງດີ. “ ແຕ່ລະປີ ເມື່ອຮອດຕົ້ນເດືອນ ກໍລະກົດ ນ້ຳຈະໄຫລລົງເຂດທົ່ງພຽງແມ່ນ້ຳຂອງ . ແຕ່ປີນີ້ ຮອດປະຈຸບັນ ນ້ຳຍັງຢູ່ໃນລະດັບຕ່ຳ . ອາດເວົ້າໄດ້ວ່າ ຍາມນ້ຳຂຶ້ນສູງປີນີ້ ລະດັບນ້ຳຕ່ຳສຸດ ແລະ ອາດ ຈະບໍ່ມີຍາມນ້ຳຂຶ້ນສູງຢູ່ເຂດທົ່ງພຽງແມ່ນ້ຳຂອງ . ສາຍເຫດແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດ , ປະລິມານນ້ຳຝົນຢູ່ຍ່ານເຫນືອແມ່ນ້ຳແມ່ນ ໜ້ອຍສຸດ . ພາຍຫລັງຍາມແລ້ງປີກາຍນີ້ ປະຊາຊົນຢູ່ບັນດາແຂວງ ຢູ່ປາກແມ່ນ້ຳເຂດທົ່ງພຽງແມ່ນ້ຳຂອງ ລໍຖ້າ“ຍາມນ້ຳຂຶ້ນ” ເພື່ອພັດເອົາດິນສັນດອນໄຫຼເຂົ້າເຕັມທົ່ງນາ ແລະ ສະຫນອງແຫລ່ງສິນໃນນ້ຳອັນອຸດົມສົມບູນ. ເຖິງຢ່າງໃດກໍຕາມ ມາຮອດຈຸດເວລານີ້ ລະດັບນ້ຳຢູ່ແມ່ນ້ຳລຳເຊ ເຂດປາກສາຍນ້ຳ ແມ່ນ້ຳຂອງ ຍັງຄົງຢູ່ໃນລະດັບຕ່ຳ. ຄາດຄະເນວ່າ ໄພແຫ້ງແລ້ງ ອາດຈະມາໄວ ແລະ ຮ້າຍແຮງກວ່າປີກາຍ. ສະນັ້ນ ປະຊາຊົນ ອານຢາງ ແລະ ບັນດາແຂວງ ເຂດທົ່ງພຽງແມ່ນ້ຳຂອງ ພວມເປັນເຈົ້າການວາງອອກບັນດາມາດຕະການເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ.
TAG
VOV/VOVworld/ຍາມຝົນ/ສິນໃນນ້ຳ
Related






