ຊອກຫາໂອກາດໃຫ້ແກ່ຜະລິດຕະພັນ OCOP ຂອງເຂດຕາເວັນອອກທາງພາກໃຕ້ ຫວຽດນາມ
14/09/2023 07:47
(VOVWORLD) - ຫຼາຍທ້ອງຖິ່ນຢູ່ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ ພວມສຸມໃສ່ພັດທະນາໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ໂຄງການດັ່ງກ່າວ ໄດ້ນຳມາເຊິ່ງບັນດາປະສິດທິຜົນໃນເບື້ອງຕົ້ນ ກ່ຽວກັບດ້ານເສດຖະກິດ ສັງຄົມ. ດ້ວຍນັບຮ້ອຍຜະລິດຕະພັນ OCOP ນັ້ນ, ຫຼາຍແຂວງ, ນະຄອນຢູ່ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ ໄດ້ຍູ້ແຮງການຮ່ວມສຳພັນ ເພື່ອສົ່ງຜະລິດຕະພັນເຖິງມືຂອງຜູ້ບໍລິໂພກ ຜ່ານການຂາຍເຄື່ອງຢູ່ບັນດາຮ້ານສັບພະສິນຄ້າ, ຮ້ານສະດວກຊື້ຕ່າງໆ ແລະ ສູນການຄ້າ.

ສິນຄ້າພິເສດຂອງແຂວງ ໄຕນິງ ຢູ່ໃນຮ້ານສັບພະສິນຄ້າພາຍໃນປະເທດ (ພາບ: VOV ) ແຂວງ ລອງອານ ມີເນື້ອທີ່ປູກຕົ້ນໝາກນາວກ່ວາ 11.700 ha, ສ່ວນຫຼາຍຢູ່ບັນດາເມືອງ ເບັນລຶກ, ດຶກຮ່ວາ, ຖູເທື່ອ ແລະ ແທ້ງຮົວ. ປະຈຸບັນ, ໝາກນາວສົດ ແລະ ບັນດາຜະລິດຕະພັນທີ່ປຸງແຕ່ງຈາກຕົ້ນໝາກນາວຂອງແຂວງ ລອງອານ ກວມອັດຕາສ່ວນກ່ວາ 85% ປະລິມານການຜະລິດຂອງທົ່ວປະເທດ. ບັນດາຜະລິດຕະພັນ OCOP ຈາກໝາກນາວ ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແຕ່ເພື່ອໃຫ້ຜະລິດຕະພັນ OCOP ຈາກໝາກນາວ ມີໜ້າຢູ່ລະບົບຂາຍຍ່ອຍໃນທົ່ວປະເທດ, ແມ່ນຕ້ອງໃຊ້ເວລາຍາວນານ. ຕາມທ່ານ ຫງວຽນວັນຫຽນ, ປະທານສະພາບໍລິຫານ ບໍລິສັດໝາກນາວ ຫວຽດນາມ ແລ້ວ, ໃນໄລຍະທີ່ຜ່ານມາ, ວິສາຫະກິດ, ສະຫະກອນ ແລະ ບັນດາລະບົບຮ້ານສັບພະສິນຄ້າຂາຍຍ່ອຍ ກໍ່ລ້ວນແຕ່ໄດ້ແບ່ງປັນຜົນປະໂຫຍດຄຽງຄູ່ໄປພ້ອມໆກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ຜະລິດຕະພັນຈາກໝາກນາວ ໄປຮອດມືຂອງຜູ້ບໍລິໂພກແມ່ນເລື່ອງທີ່ບໍ່ງ່າຍດາຍ: ທາງຮ້ານສັບພະສິນຄ້າຈະບຸລິມະສິດແກ່ປະເພດສິນຄ້າໃດທີ່ຂາຍໄດ້ດີກ່ອນ, ຖ້າຜະລິດຕະພັນຂອງເຮົາບໍ່ເໝາະສົມ ກໍ່ຈະຂາຍບໍ່ໄດ້. ສະນັ້ນ ຕ້ອງໂຄສະນາ, ມີຂອງແຖມຢ່າງລຽນຕິດຈຶ່ງຈະຂາຍໄດ້. ໂດຍສະເພາະແມ່ນບັນດາຜະລິດຕະພັນໃໝ່, ບັນດາຜະ ລິ ດຕະພັນ ດັ້ງເດີມ ຂອງທ້ອງຖິ່ນ, ຖ້າສົ່ງໄປຂາຍຢູ່ຮ້ານສັບພະສິນຄ້າ ແລ້ວໄດ້ ເປັນທີ່ຍອມ ຮັບ ກໍ່ແມ່ນຕ້ອງ ໃຊ້ ເວລາ ດົນ ແລະ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ວິສາຫະກິດ ໄຕນິງ ຕັ້ງໜ້າເຂົ້າຮ່ວມການເຊື່ອມຕໍ່ຈຳ ໜ່າຍ ຜະລິດຕະພັນ OCOP (ພາບ: VOV ) ເມື່ອທຽບກັບບັນດາແຂວງ, ນະຄອນອື່ນໃນທົ່ວປະເທດ, ຈຳນວນຜະລິດຕະພັນ ບັນລຸມາດຖານ 4-5 ດາວຂອງແຂວງ ໄຕນິງ ແມ່ນບໍ່ຫຼາຍ. ທ່ານນາງ ເຈືອງທິທີ, ຫົວໜ້າຄຸ້ມຄອງບໍລິສັດຜະລິດ, ການບໍລິການ, ການຄ້າ ຮ່ວາອານ ຈຳກັດ ແບ່ງປັນວ່າ ນອກຈາກບັນດາສິນຄ້າພິເສດຂອງທ້ອງຖິ່ນຄື: ນ້ຳປາ, ໝາກຂາມ, ໝາກຂຽບຝະລັ່ງ…ແລ້ວ, ໄຕນິງ ຍັງມີທ່າໄກ້ປຽບເພື່ອຜະລິດບັນດາຜະລິດຕະພັນຄື: ຊາ, ເຫຼົ້າ, ນ້ຳຫວານຈາກໝາກຂຽບຝະລັ່ງ, ໝາກສົ້ມໂອ ອີກດ້ວຍ. ແຕ່ຜະລິດຕະພັນບັນລຸມາດຖານ OCOP ຍາກທີ່ຈະສຳຜັດກັບລະບົບຮ້ານສັບພະສິນຄ້າ ເພື່ອແຈກຢາຍຜະລິດຕະພັນໄດ້: ປະຈຸບັນ, ຜະລິດຕະພັນຂອງທ້ອງຖິ່ນບໍ່ທັນເຂົ້າ ເຖິງ ລະບົບຮ້ານສັບພະສິນຄ້າ Co.op ໄດ້. ຫວັງວ່າ ອຳນາດການປົກຄອງແຂວງ ຈະສ້າງເງື່ອນໄຂສະດວກຕື່ມອີກ ເພື່ອມີຫຼາຍໂຄງການໄດ້ເຊື່ອມຕໍ່, ຊຸກຍູ້ເພື່ອໃຫ້ວິສາຫະກິດມີເງື່ອນໄຂສຳຜັດ, ພ້ອມທັງດັດປັບບັນດາບັນຫາ ທີ່ ຍັງ ຈຳກັດ, ຊ່ວຍຜະລິດຕະພັນ
TAG
VOV/VOVworld/ຜະລິດຕະພັນ OCOP/ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ/ແຂວງ ໄຕນິງ/ທ່ານ ເລແອັງຕວັນ/ແຂວງ ລອງອານ/. ທ່ານນາງ ເຈືອງທິທີ/ທ່ານ ຫງວຽນວັນຫຽນ/ສະພາບໍລິຫານ ບໍລິສັດໝາກນາວ ຫວຽດນາມ
Related






