ຫຼັງຄາສີແດງນັບພັນຫຼັງໄດ້ຕັ້ງລຽນຕິດກັນຢູ່ແຄມທະເລ. ທ່າເຮືອຫາປາທີ່ອຶກກະທຶກຄຶກໂຄມໃນຍາມເຊົ້າ ແລະ ຍາມແລງ, ຫາດຊາຍທະເລສີເຫຼືອງພ້ອມດ້ວຍນ້ຳທະເລສີຟ້າໃສ… ນັ້ນແມ່ນຮູບພາບຂອງໝູ່ບ້ານ ລໍ່, ໝູ່ບ້ານແຄມທະເລທີ່ມີມາແຕ່ດົນນານ ຂຶ້ນກັບຕາແສງ ຮວ່າຫຽບ, ແຂວງ ດັກລັກ. ໃນຊຸມວັນມໍ່ໆມານີ້, ໝູ່ບ້ານ ລໍ່ ພັດມີຄວາມຟົດຟື້ນມ່ວນຊື່ນ ເມື່ອໄດ້ຕ້ອນຮັບນັກສະຖາປານິກໜຸ່ມຫຼາຍຄົນຈາກຫຼາຍທ້ອງຖິ່ນ. ເຂົາເຈົ້າໄດ້ນຳເອົາເຈັ້ຍແຕ້ມ, ປາກກາແຕ້ມ ແລະ ຄວາມຮັກມັກຕໍ່ມໍລະດົກສະຖາປັດຕະຍາກຳ ເພື່ອເຂົ້າຮ່ວມ ໂຄງການປະຊາຄົມ “ແຕ້ມມໍລະດົກຄືນໃໝ່”. ນັກສະຖາປານິກ ເລງອກຕຸ່ງ, ຜູ້ລິເລີ່ມໂຄງການ ໃຫ້ຮູ້ວ່າ:
ສິ່ງສຳຄັນທີ່ສຸດແມ່ນ ຂ້າພະເຈົ້າຢາກແຕ້ມໝູ່ບ້ານແຫ່ງນີ້ຢູ່ໃນບັນດາບັດອວຍພອນ (postcard) ເພື່ອໃຫ້ແຂກທ່ອງທ່ຽວສາມາດຊື້ໄດ້. ຂ້າພະເຈົ້າຈະແນະນຳບັນດາ homestay, ບັນດາ villa ທ່ອງທ່ຽວ, ຈະພິມເປັນສື່ສິ່ງພິມເພື່ອເຮັດໃຫ້ເຮືອນແຕ່ລະຫຼັງຈະມີເລື່ອງລາວໜຶ່ງ, ມີສະພາບຂອງມັນເພື່ອໃຫ້ເຂົາເຈົ້າອ່ານ ແລະ ເຂົ້າໃຈກ່ຽວກັບໝູ່ບ້ານແຫ່ງນີ້.
ສຳລັບນັກສະຖາປານິກໜຸ່ມຫຼາຍຄົນແລ້ວ, ໝູ່ບ້ານ ລໍ່ ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບການທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນພື້ນທີ່ສະຖາປັດຕະຍາກຳທີ່ຫາຍາກພິເສດອີກດ້ວຍ. ພ້ອມກັບບັນດານັກສະຖາປານິກມາຈາກໄກ, ເຂົ້າຮ່ວມໂຄງການຍັງມີບັນດາລູກຫຼານຂອງບ້ານເກີດເມືອງນອນແຫ່ງນີ້. ນັກສະຖາປານິກ ເລກວາງຮຽວ ຢູ່ເຂດ ຮວ່າເຕິນ (ຝູອຽນ ເກົ່າ) ປະຈຸບັນແມ່ນແຂວງ ດັກລັກ ໃຫ້ຮູ້ວ່າ:
ຂ້າພະເຈົ້າຢາກປະກອບສ່ວນເຫື່ອແຮງສ່ວນໃດສ່ວນໜຶ່ງເພື່ອດຶງດູດຄວາມສົນໃຈ. ຖ້າຂຸດຄົ້ນຢ່າງເຖິງຖອງ, ການນຳເອົາບັນດາຕຶກອາຄານຫຼາຍຊັ້ນ ຫຼືມີເນື້ອທີ່ນຳໃຊ້ຫຼາຍເກີນໄປ ຈະເສຍຈຸດພິເສດສະເພາະຂອງໝູ່ບ້ານ ລໍ່ ໄປ. ຕ້ອງຊັ່ງຊາ ແລະ ມີຄວາມລະອຽດອ່ອນໃນການນຳໃຊ້ພື້ນທີ່ໃຫ້ແກ່ການທ່ອງທ່ຽວ.
ບໍ່ພຽງແຕ່ຢຸດຢູ່ການແຕ້ມຮູບເທົ່ານັ້ນ, ໂຄງການ “ແຕ້ມມໍລະດົກຄືນໃໝ່” ຍັງແມ່ນຂົວຕໍ່ລະຫວ່າງປະຊາຄົມປະດິດຄິດສ້າງ ແລະ ຊາວທ້ອງຖິ່ນອີກດ້ວຍ. ຜ່ານນັ້ນ ກໍ່ໄດ້ປະກອບສ່ວນປຸກລຸກຄວາມຮັກ, ຄວາມເອກອ້າງທະນົງໃຈກ່ຽວກັບຄຸນຄ່າມໍລະດົກໃນໝູ່ ປຊຊ ແຕ່ລະຄົນ, ສ້າງພື້ນຖານໃຫ້ແກ່ການກຳນົດທິດອະນຸລັກຮັກສາ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງຢູ່ໝູ່ບ້ານທະເລ.
ນັກສະຖາປານິກ ຫວູດຶກຈຽນ ມາຈາກນະຄອນ ໂຮ່ຈິມິນ, ຫົວໜ້າກຸ່ມ ນັກສະຖາປານິກເຂົ້າຮ່ວມໂຄງການ ແບ່ງປັນວ່າ:
ພາບແຕ້ມແຜ່ນທຳອິດທີ່ຂ້າພະເຈົ້າແຕ້ມແມ່ນໃນຕອນພົບກັບເຈົ້າຂອງບ້ານທີ່ເກົ່າແກ່ທີ່ສຸດ. ເມື່ອແຕ້ມສຳເລັດແລ້ວ, ເຂົາເຈົ້າມີຄວາມຜາສຸກທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກຂ້າພະເຈົ້າໄດ້ຝາກຝັງຄວາມຮັກກ່ຽວກັບມໍລະດົກໄປຍັງ ປຊຊ ທີ່ດຳລົງຊີວິດຢູ່ແຫ່ງນີ້ເອງ. ຫວັງວ່າ ນີ້ຈະແມ່ນພື້ນຖານໃຫ້ແກ່ເດັກນ້ອຍ, ປຊຊ, ແລະ ໃຫ້ແກ່ບັນດາເຈົ້າຂອງບ້ານເກົ່າແກ່ນັ້ນ ເພື່ອໃຫ້ເຂົາເຈົ້າເຫັນໄດ້ຄວາມຮັກຕໍ່ມໍລະດົກ.
ບັນດາການເຄື່ອນໄຫວນີ້ ຍັງໄດ້ສ້າງຄວາມປະທັບໃຈຕໍ່ບັນດາແຂກທ່ອງທ່ຽວເມື່ອມາພັກອາໄສຢູ່ໝູ່ບ້ານ ລໍ່. ທ່ານ ດິ່ງຢູ້, ຜູ້ເຮັດວຽກງານສິລະມາຈາກ ດ່າລາດ ຖືວ່າ:
ບັນດາໝູ່ບ້ານທີ່ມີສະຖາປັດຕະຍາກຳທີ່ໃກ້ຊິດຄືແນວນີ້ ນັບມື້ນັບໜ້ອຍລົງ. ເມື່ອມີບັນດາການເຄື່ອນໄຫວຮັກສາສະຖາປັດຕະຍາກຳ, ຂ້າພະເຈົ້າຄິດວ່າ ນີ້ແມ່ນສິ່ງທີ່ຄວນເຮັດ, ຍ້ອນວ່າ ບັນດາຮູບພາບເຫຼົ່ານັ້ນຈະຖືກຮັກສາໄວ້ໄດ້ຕະຫຼອດໄປ.
ໝູ່ບ້ານ ລໍ່, ຕາແສງ ຮວ່າຫຽບ, ແຂວງ ດັກລັກ ປະຈຸບັນມີປະມານ 1.500 ຄອບຄົວ, ໃນນັ້ນ, ຫຼາຍຄອບຄົວໄດ້ດຳລົງຊີວິດໃນບັນດາເຮືອນບູຮານ 3 ຫ້ອງ, ຫຼັງຄາມຸງດ້ວຍດິນຂໍສີແດງ, ໄດ້ຮັບການກໍ່ສ້າງຂຶ້ນນັບແຕ່ຊຸມທົດສະວັດ 60-70 ຂອງສັດຕະວັດກ່ອນ. ສະຖາປັດຕະຍາກຳນີ້ ໄດ້ຮັບການອອກແບບເໝາະສົມກັບເງື່ອນໄຂດິນຟ້າອາກາດເຂດທະເລ ແລະ ສ້າງເປັນຈຸດພິເສດສະເພາະຂອງໝູ່ບ້ານແຕ່ລະຫຼັງ.
ໂຄງການປະຊາຄົມ “ແຕ້ມມໍລະດົກຄືນໃໝ່” ເໝືອນກັບຂອງຂວັນດ້ານຈິດໃຈສຳລັບຊາວບ້ານ ລໍ່. ຍ້ອນວ່າ ບັນດາເຮືອນບູຮານແມ່ນບ່ອນທີ່ໃກ້ຊິດສະໜິດສະໜົມທີ່ສຸດ, ຢູ່ທີ່ນັ້ນມີຄວາມຊົງຈຳຄາວເຍົາໄວ, ມີຮູບພາບຂອງປູ່ຍ່າຕາຍາຍ, ຜູ້ເປັນພໍ່, ເປັນແມ່ ແລະ ຍາດຕິພີ່ນ້ອງທີ່ຮັກແພງ./.






