VOV WorldVOV World
ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ
15/11/2022 09:18
(VOVWORLD) -ນະຄອນ ຮ່າໂນ້ຍ ຍາມໃດກໍ່ນອນໃນກຸ່ມນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ຍ້ອນສະພາບແວດລ້ອມແຫ່ງການລົງທຶນສະດວກ, ການເມືອງມີສະຖຽນລະພາບ, ພື້ນຖານໂຄງລ່າງສະດວກ, ແຫລ່ງຊັບພະຍາກອນມະນຸດອຸດົມສົມບູນ, ມີຄຸນນະພາບສູງ. ກະແສເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າມາ ຮ່າໂນ້ຍ ສືບຕໍ່ເພີ່ມຂຶ້ນ ໄດ້ປະກອບສ່ວນພັດທະນາເສດຖະກິດຂອງນະຄອນຫລວງ ພ້ອມທັງຮັບປະກັນຊີວິດສັງຄົມ.
ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ
ຄວາມງາມຂອງ ນະຄອນ ຮ່າໂນ້ຍ . (ພາບ: dantri)     10 ເດືອນຕົ້ນປີ 2022, ຮ່າໂນ້ຍ ໄດ້ດຶງດູດເງິນລົງທຶນຂອງຕ່າງປະເທດ (FDI) 1,28 ຕື້  USD, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ . ໃນນັ້ນ ມີ 283 ໂຄງການໃຫມ່ ດ້ວຍຈຳນວນທຶນບັນລຸກວ່າ 185 ລ້ານ USD; 163 ໂຄງການເພີ່ມເງິນລົງທຶນ ດ້ວຍ 573 ລ້ານ USD, ມີ 324 ເທື່ອນັກລົງທຶນ ປະກອບທຶນ , ຊື້ຫຸ້ນບັນລຸເກືອບ 522 ລ້ານ USD. ດ້ວຍໝາກຜົນນີ້ , ຮ່າໂນ້ຍ ນອນໃນ Top 10 ທ້ອງຖິ່ນທີ່ມີການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດຫລາຍສຸດຂອງທົ່ວປະເທດ . ບັນດາປະເທດທີ່ມີໂຄງການລົງທຶນໃຫຍ່ເຂົ້າຮ່າໂນ້ຍ ສ່ວນຫລາຍແມ່ນຢູ່ ອາຊີ ຄື : ຍີ່ປຸ່ນ , ສ.ເກົາຫລີ , ສິງກະໂປ , ສຸມໃສ່ເຂົ້າໃນບັນດາຂົງເຂດຂາອອກ - ຂາເຂົ້າ , ຈຳຫນ່າຍສິນຄ້າ , ກໍ່ສ້າງ , ເຕັກໂນໂລຊີຂໍ້ມູນຂ່າວສານ , ໂທລະຄົມມະນາຄົມ , ອຸດສາຫະກຳປຸງແຕ່ງ , ຜະລິດປະດິດສ້າງ . ທ່ານ Hung Sun, ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫລີ ປະຈຳຫວຽດນາມ ແບ່ງປັນວ່າ : “ ສຳ ລັບ ຮ່າ ໂນ້ຍ ແລ້ວ , ມີ ນັກ ລົງ ທຶນ ຫລາຍ ທ່ານ ຖື ວ່າ ການ ນຳ ນະ ຄອນ ໄດ້ ມີ ການ ປ່ຽນ ແປງ ຫລາຍ ຢ່າງ ໃນ ການ ຊີ້ ນຳ , ບໍ ລິ ຫານ ກໍ່ ຄື ມີ ຄວາມ ເອົາ ໃຈ ໃສ່ ເຖິງ ບັນ ດາ ນັກ ລົງ ທຶນ . ສິ່ງນີ້ ເຮັດ ໃຫ້ ນັກ ລົງ ທຶນ ຕ່າງ ປະ ເທດມີ ຄວາມ ອຸ່ນ ອ່ຽນ ໃຈ , ໃນ ນັ້ນ ມ ີ ວິ ສາ ຫະ ກິດ ສ .ເກົາ ຫລີ ” ຕາມທ່ານ ຫງວຽນກວັກຫວຽດ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍແລ້ວ, ເລື່ອງເພີ່ມແຫລ່ງເງິນລົງທຶນ FDI ເຂົ້າຮ່າໂນ້ຍ ແມ່ນສັນຍານຕັ້ງຫນ້າໃນສະພາບຜົນສະທ້ອນຈາກໂລກລະບາດໂຄວິດ 19 ຢູ່ ຫລາຍແຫ່ງ ຍັງຫນັກຫນ່ວງ, ນັບທັງພາກພື້ນ, ປະເທດທີ່ມີກຳລັງແຮງດ້ານເສດຖະກິດ, ຄວາມສາມາດການລົງທຶນແຖວຫນ້າໂລກ. “ໝາກຜົນນີ້ສະແດງໃຫ້ເຫັນວ່າ ໄດ້ມີການຟື້ນຕົວຫລາຍສົມຄວນໃນປີ 2022. ສິ່ງນີ້ຈະສ້າງແງ່ຫວັງຕັ້ງຫນ້າໃນການດຶງດູດກະແສເງິນລົງທຶນຕ່າງປະເທດ”. ການນຳ ນະຄອນຮ່າໂນ້ຍ ໄດ້ກຳນົດວ່າ ປະຊາຄົມວິສາຫະກິດ ເວົ້າລວມ, FDI  ເວົ້າສະເພາະ ແມ່ນກຳລັງຫນູນສຳຄັນແກ່ການພັດທະນາ ແລະ ເຊື່ອມໂຍງຂອງນະຄອນຫລວງ. ນະຄອນ ວາງຄາດໝາຍດຶງດູດເງິນລົງທຶນຕ່າງປະເທດໃຫ້ໄດ້ປະມານ 30 – 40 ຕື້ USD, ການປ່ອຍທຶນບັນລຸ 20 – 30 ຕື້  USD ໃນໄລຍະ 2021 – 2025, ການກຳນົດທິດດຶງດູດ  FDI ຕາມທິດລວງເລິກ ຕິດພັນກັບຄາດໝາຍພັດທະນາແບບຍືນຍົງ, ໃຫ້ບຸລິມະສິດບັນດາໂຄງການຄຸນນະພາບສູງ, ຜະລິດຕະພັນມີມູນຄ່າເພີ່ມ ແລະ ລັກສະນະແກ້ງແຍ້ງສູງ. ທ່ານ Hong Sun ຮອງປະທານ ສະຫະສະມາຄົມວິສາຫະກິດ ສ ເກົາຫລີ ຫວຽດນາມ. (ພາບ: zingnews.vn ) ເພື່ອສືບຕໍ່ຮັກສາທີ່ຕັ້ງໃນກຸ່ມບັນດາທ້ອງຖິ່ນນຳຫນ້າທົ່ວປະເທດ ກ່ຽວກັບການດຶງດູດທຶນ  FDI, ປີ 2021 ການນຳ ນະຄອນຮ່າໂນ້ຍ ກໍ່ຕົກລົງເຊັນອະນຸມັດ “ແຜນຮ່າງສ້າງຕັ້ງ 2 -5 ເຂດອຸດສາຫະກຳໃນບໍລິເວນ ນະຄອນຫລວງ ໄລຍະ 2021 – 2025”. ບັນດາເຂດອຸດສາຫະກຳຄາດວ່າ ຈະໄດ້ສ້າງຂຶ້ນລວມມີ: ເຂດອຸດສາຫະກຳສະອາດ ຊອກເຊີນ, ດົງແອງ, ບັກເທື່ອງຕີນ, ຟູເຫງ໊ຍເປີດກວ້າງ, ຟຸ້ງຫຽບ. ຄຽງຄູ່ກັນນັ້ນ ນະຄອນ ຮ່າໂນ້ຍ ກໍມີບົດບາດເພີ່ມທະວີການເຊື່ອມຈອດ, ຮ່ວມສຳພັນເຂດ, ຊຸກຍູ້ການພັດທະນາຕົວເມືອງ, ມີຄວາມໝາຍອັນໃຫຍ່ຫລວງສຳລັບການພັດທະນາເສດຖະກິດ ສັງຄົມ ແລະ ດຶງດູດການລົງທຶນ. ທ່ານ ຮສ.ປອ ເຈີນດີງທຽນ, ອະດີດຫົວຫນ້າ ສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:    “ເພື່ອດຶງດູດການລົງທຶນ  ບັນຫາທຳອິດແມ່ນຄວນກໍ່ສ້າງພື້ນຖານໂຄງລ່າງ. ພື້ນຖານຕົວເມືອງ, ອຸດສາຫະກຳ ຕ້ອງໄດ້ຮັບການຈັດແຈງແກ້ໄຂເປັນຢ່າງດີ. ຖ້າຫາກປະຕິຮູບຕະຫລາດພາຍໃນປະເທດໃຫ້ດີ ຄວາມສາມາດດຶງດູດເງິນລົງທຶນຂອງຕ່າງປະເທດຈະນັບມື້ນັບສູງ. ບັນດານັກລົງທຶນຕ່າງປະເທດເຂົ້າມາຫລາຍ, ໂຄງການທີ່ມີຄຸນນະພາບສູງກໍ່ຍິ່ງມີຫລາຍ ຈະສ້າງກຳລັງຫນູນເພື່ອໃຫ້ ຮ່າໂນ້ຍ ປະຕິຮູບຢ່າງແຮງກວ່າ”. ນະຄອນ ຮ່າໂນ້ຍ ກໍ່ໄດ້ສຸມໃສ່ດຶງດູດການລົງທຶນຂອງຕ່າງປະເທດ ຕາມທິດລວງເລິກ ຕິດພັນກັບການພັດທະນາແບບຍືນຍົງ, ໃຫ້ບຸລິມະສິດບັນດາໂຄງການທີ່ມີຄຸນນະພາບ, ຜະລິດຕະພັນມີມູນຄ່າເພີ່ມ ແລະ ມີລັກສະນະແກ້ງແຍ່ງສູງ ເຊິ່ງສຸມໃສ່ເຂົ້າບັນດາຂົງເຂດຄື: ພັດທະນາພື້ນຖານໂຄງລ່າງຕົວເມືອງ, ກໍ່ສ້າງນະຄອນອັດສະລິຍະ, ອຸດສາຫະກຳຫນູນຊ່ວຍ ນຳໃຊ້ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ, ບັນດາໂຄງການໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ຄົ້ນຄ້ວາພັດທະນາ, ທ່ອງທ່ຽວ, ບໍລິການການເງິນ, ທະນາຄານ, ອາຫານປອດສານພິດ… ທ່ານ ຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: “ ນະ ຄອນ ຈະ ປັບ ປຸງ ການ ວາງ ແຜນ ຜັງ ຄືນ ໃຫມ່ , ບົນ ພື້ນ ຖານນັ້ນ ພວກ ຂ້າ ພະ ເຈົ້າ ຈະ ສ້າງ ບັນ ຊີ ລາຍ ຊື່ ຂົງ ເຂດ ລົງ ທຶນ ເພື່ອ ດູດ ດຶງ ການ ລົງ ທຶນ ໃຫ້ ແກ່ ແຕ່ ລະ ເຂດ , ຂົ ງ ເຂດ ແລະ ຜະ ລິດ ຕະ ພັນ ເພື່ອ ຄັດ ເລືອກ ໂຄງ ການ ທີ່ມີ ການ ນຳ ໃຊ້ ເຕັກ ໂນ ໂລ ຊີ ສູງ , ບົນ ພື້ນ ຖານນັ້ນ ກໍປະ ກາດ ໃຊ້ ບັນ ດາ ແຜນ ການ , ໂຄງ ການ , ກົນ ໄກ , ນະ ໂຍ ບາຍ ເພື່ອ ດຶງ ດູດ ໂຄງ ການ ” . ເລື່ອງດຶງດູດເງິນລົງທຶນຂອງຕ່າງປະເທດເຂົ້າ ນະຄອນຮ່າໂນ້ຍ ໃນ 10 ເດືອນຜ່ານມາ ທີ່ບັນລຸໝາກຜົນຕັ້ງຫນ້າ ໄດ້ຢັ້ງຢືນຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດຕໍ່ກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ. ຖ້າຫາກຍາດແຍ່ງປະສິດທິຜົນບັນດາທ່າໄດ້ປຽບທີ່ມີຢູ່ແລ້ວນັ້ນ ພ້ອມກັບການກຳນົດທິດທີ່ໃກ້ຊິດຕິດແທດຂອງອຳນາດການປົກຄອງນະຄອນຫລວງ, ຮ່າໂນ້ຍ ຈະສືບຕໍ່ແມ່ນສະຖານທີ່ດູດດື່ມສຳລັບການລົງທຶນໃນໄລຍະຈະມາເຖິງ.
TAG
VOV/VOVworld/ເງິນລົງທຶນຂອງຕ່າງປະເທດ/ປະສິດທິຜົນ